ກ່ອນໜ້ານັ້ນ, ທີ່ກອງປະຊຸມສຸດຍອດ G20 ຢູ່ Osaka, ບັນດາການນໍາ G20 ໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມຈຳເປັນຕ້ອງປັບປຸງກົນໄກແກ້ໄຂຄວາມຂັດແຍ່ງຂອງ WTO ໃນສະພາບການ “ການຄ້າ ແລະການລົງທຶນສາກົນແມ່ນບັນດາກໍາລັງໜູນສໍາຄັນຂອງການເຕີບໂຕເສດຖະກິດ”.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ G20. ພາບ: ຫງວຽນຮົ່ງ.

ເປັນໜ້າເອົາໃຈໃສ່, ເຊິ່ງມີສ່ວນກ່ຽວຂ້ອງເຖິງບັນຫາຫັນການຄ້າເປັນເສລີ, ບົນພື້ນຖານໝາກຜົນຂອງກອງປະຊຸມສຸດຍອດ G20 ຢູ່ Osaka ໃນເດືອນ ມິຖຸນາ 2019, ລັດຖະມົນຕີທຸກທ່ານຈະມີການປຶກສາຫາລືກ່ຽວກັບບັນດາບັນຫາຄືສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວການຄ້າ ແລະການລົງທຶນຫຼາຍກວ່ານີ້ອີກ, ຮັບມືກັບບັນດາສິ່ງທ້າທາຍທີ່ພວມປະກົດຂຶ້ນຈາກວິວັດການຫັນເປັນດີຈີຕອນ, ຫັນຜົນປະໂຫຍດໃຫ້ໄດ້ຫຼາຍທີ່ສຸດ ແລະຫຼຸດຜ່ອນບັນດາຜົນກະທົບຈາກວິວັດການນີ້ ແລະປັບປຸງການເຄື່ອນໄຫວຂອງບັນດາຂອບເຂດຫຼາຍຝ່າຍໃນປະຈຸບັນ, ໃນນັ້ນ, ມີ WTO.

ສໍາລັບບັນຫາພັດທະນາອາຟະລິກາ, ລັດຖະມົນຕີທຸກທ່ານຄາດຄະເນວ່າຈະປຶກສາຫາລືກ່ຽວກັບມາດຕະການຕ່າງໆ ເພື່ອຮັບປະກັນການພັດທະນາດ້ານເສດຖະກິດແບບຍືນຍົງຂອງອາຟະລິກາ, ໜູນຊ່ວຍໃຫ້ບັນດາມາດຕະການກ່ຽວກັບສັນຕິພາບ ແລະຄວາມໝັ້ນຄົງໂດຍອາຟະລິກາ ນໍາໜ້າ ແລະແກ້ໄຂບັນດາສາເຫດທີ່ເລິກເຊິ່ງຂອງສິ່ງທ້າທາຍຕ່າງໆທີ່ພວມເກີດຂຶ້ນຢູ່ ອາຟະລິກາ.

ໂດຍ: ເສດີໄຊ