ມີ 300 ກອງປະຊຸມ, ກິດຈະກໍາທີ່ແຕກຕ່າງກັນຈະໄດ້ເຄື່ອນໄຫວ

ກ່າວຄຳເຫັນທີ່ກອງປະຊຸມຂ່າວ, ທ່ານ ຫງວຽນກ໊ວກຢູງ ໃຫ້ຮູ້ວ່າ ຫວຽດນາມ ຈະດຳລົງຕຳແໜ່ງເປັນປະທານອາຊຽນ ຢ່າງເປັນທາງການໃນວັນທີ 1-1-2020 ດ້ວຍປະມານ 300 ກອງປະຊຸມ, ກິດຈະກຳທີ່ແຕກຕ່າງກັນຈະໄດ້ຈັດຕັ້ງຂຶ້ນ. ຫວຽດນາມ ໄດ້ເລືອກເອົາຫົວຂໍ້ “ຄວາມສະໜິດຕິດພັນ ແລະເປັນເຈົ້າການປັບຕົວໃຫ້ແທດເໝາະ” ແມ່ນຫົວຂໍ້ຂອງປີ ອາຊຽນ 2020.

leftcenterrightdel
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ເລຂາທິການໃຫຍ່ຄະນະກຳມະການແຫ່ງຊາດອາຊຽນປີ 2020, ປະທານການປະຊຸມຂ່າວ. ພາບ: ຮວ່າງຫວູ.

ດ້ວຍປັດໄຈ “ຄວາມສະໜິດຕິດພັນ”, ຫວຽດນາມ ປາດຖະໜາຢາກປັບປຸງກຸ່ມກ້ອນສາມັກຄີ, ເປັນເອກະພາບ, ຍົກສູງກຳລັງຄວາມສາມາດ ແລະຊຸກຍູ້ການພັດທະນາຢ່າງໝັ້ນຄົງເຂັ້ມແຂງຂອງປະຊາຄົມອາຊຽນ, ເພີ່ມທະວີການຮ່ວມສຳພັນໃນພາກພື້ນ, ການເຊື່ອມຕໍ່ດ້ານເສດຖະກິດ, ຍົກສູງສີສັນຂອງອາຊຽນ, ສະໜິດຕິດພັນກັບປະຊາຊົນ ແລະຖືປະຊາຊົນເປັນໃຈກາງ. ທ່ານ ຫງວຽນກ໊ວກຢູງ ເນັ້ນໜັກວ່າ, "ໃນສະພາບການທີ່ອາຊຽນ ພວມຖືກຜົນກະທົບຕ່າງໆຢ່າງສັບສົນ, ຫຼາຍທິດຈາກພາຍນອກ ແລະຢືນຢູ່ຕໍ່ໜ້າຄວາມຕ້ອງການພັດທະນາ ແລະການຮ່ວມສຳພັນຢ່າງເລິກເຊິ່ງກວ້າງຂວາງຂອງອາຊຽນ, ມີຄວາມສະໜິດຕິດພັນພາຍໃນຍິ່ງມີຄວາມສຳຄັນກວ່າສຳລັບປະຊາຄົມອາຊຽນ”.

ໃນຂະນະນັ້ນ, ດ້ວຍປັດໄຈ “ເປັນເຈົ້າການປັບຕົວໃຫ້ແທດເໝາະ”, ຫວຽດນາມ ປາດຖະໜາຢາກຍົກສູງກໍາລັງຄວາມສາມາດຂອງອາຊຽນ ເພື່ອສາມາດປັບຕົວໃຫ້ແທດເໝາະກັບບັນດາການຜັນແປຢ່າງວ່ອງໄວຂອງສະພາບການໂລກ, ຕໍ່ໜ້າບັນດາສິ່ງທ້າທາຍພວມປະກົດຂຶ້ນຄືການແກ່ງແຍ້ງຍຸດທະສາດລະຫວ່າງບັນດາປະເທດໃຫຍ່, ບັນດາບັນຫາໃນທົ່ວໂລກ, ຄື: ການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ, ການກໍ່ການຮ້າຍ, ອາດຊະຍາກຳຂ້າມຊາດຢ່າງເປັນເຈົ້າການ ແລະມີປະສິດທິຜົນ... ພ້ອມກັນນັ້ນກໍ່ເປັນການຍົກສູງຄວາມສາມາດໝູນໃຊ້ບັນດາກາລະໂອກາດ ແລະຈຳກັດບັນດາສິ່ງທ້າທາຍຍ້ອນຜົນກະທົບຂອງການປະຕິວັດອຸດສາຫະກຳ ຄັ້ງທີິ 4.

ທ່ານ ຫງວຽນກ໊ວກຢູງ ຢັ້ງຢືນວ່າ “ເປັນເຈົ້າການປັບຕົວໃຫ້ແທດເໝາະ” ແມ່ນໜຶ່ງໃນບັນດາເນື້ອໃນຂອງວິໄສທັດປະຊາຄົມອາຊຽນ 2025, ແມ່ນຄັ້ງທໍາອິດໄດ້ເອົາເຂົ້າໃນຫົວຂໍ້ປີອາຊຽນ ເພື່ອສ່ອງແສງຄວາມຕ້ອງການຍົກສູງລັກສະນະເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີການຜັນປ່ຽນ ແລະມີຄວາມສາມາດບືນຕົວຂຶ້ນຢ່າງແຮງຂອງອາຊຽນ”.

5 ບຸລິມະສິດໃນປີເປັນປະທານອາຊຽນ 2020

ທ່ານ ຫງວຽນກ໊ວກຢູງ ໃຫ້ຮູ້ວ່າດ້ວຍຖານະຕຳແໜ່ງເປັນປະທານອາຊຽນ, ຫວຽດນາມ ຈະຊຸກຍູ້ 5 ບຸລິມະສິດ.

ທີໜຶ່ງ, ອາຊຽນຕ້ອງເສີມຂະຫຍາຍບົດບາດ ແລະຕັ້ງໜ້າປະກອບສ່ວນເຂົ້າກິດຈະການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ ແລະຄວາມໝ້ັນຄົງຢູ່ພາກພື້ນບົນພື້ນຖານເພີ່ມທະວີຄວາມສາມັກຄີ, ເປັນເອກະພາບຂອງອາຊຽນ; ຍູ້ແຮງຈິດໃຈສະໜິດຕິດພັນ, ຊ່ວຍເຫຼືອ ແລະສະໜັບສະໜູນເຊິ່ງກັນ ແລະກັນລະຫວ່າງບັນດາປະເທດສະມາຊິກ; ຍົກສູງຄວາມສາມາດໃນການສົມທົບຫຼັກໝັ້ນລວມຂອງອາຊຽນ ເຂົ້າໃນການແກ້ໄຂບັນດາບັນຫາພາກພື້ນ ແລະສາກົນ; ຊຸກຍູ້ການສ້າງຕັ້ງ ແລະເຄົາລົບບັນດາລະບຽບຫຼັກການ, ມາດຕະຖານການປະພຶດລວມໃນການພົວພັນລະຫວ່າງບັນດາປະເທດ; ຮັບມື ກັບບັນດາສິ່ງທ້າທາຍຂົ່ມຂູ່ເຖິງສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຢູ່ພາກພື້ນຢ່າງທັນການ ແລະມີປະສິດທິຜົນ.

ທີສອງ, ຊຸກຍູ້ການຮ່ວມສຳພັນ ແລະເຊື່ອມຕໍ່ພາກພື້ນ, ຍົກສູງຄວາມສາມາດປັບຕົວໃຫ້ແທດເໝາະ ແລະໝູນໃຊ້ບັນດາກາລະໂອກາດຂອງການປະຕິວັດອຸດສາຫະກຳ 4.0. ຕາມນັ້ນແລ້ວ, ແມ່ນການຮ່ວມສຳພັນດ້ານເສດຖະກິດຢ່າງເລິກກວ້າງ ແລະການເຊື່ອມຕໍ່ພາຍໃນກຸ່ມ ແລະກັບບັນດາຄູ່ຮ່ວມມືຢ່າງຮອບດ້ານ; ຊຸກຍູ້ການເຕີບໂຕແບບຍືນຍົງ ແລະກວມລວມດ້ານເສດຖະກິດ, ການເງິນ ແລະສັງຄົມບົນພື້ນຖານປ່ຽນແປງໃໝ່ຫົວຄິດປະດິດສ້າງ ແລະໝູນໃຊ້ເຕັກໂນໂລຢີດີຈີຕອນ ແລະບັນດາເຕັກໂນໂລຢີໃໝ່; ສືບຕໍ່ມານະພະຍາຍາມຮັດແຄບໄລຍະຫ່າງຂອງການພັດທະນາ; ກໍ່ສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງ; ເພີ່ມທະວີບັນດາການບໍລິການສັງຄົມເພື່ອຮັບໃຊ້ປະຊາຊົນ...

ທີສາມ, ຊຸກຍູ້ສີສັນອາຊຽນ, ສ້າງບັນດາຄ່ານິຍົມລວມຂອງອາຊຽນ ແລະເຜີຍແຜ່ຢ່າງກວ້າງຂວາງໃນໝູ່ປະຊາຊົນ, ຍົກສູງຮູບພາບຂອງປະຊາຄົມອາຊຽນ ຢູ່ພາກພື້ນ ແລະໃນໂລກ.

ທີສີ່, ຍູ້ແຮງການພົວພັນຄູ່ຮ່ວມມືເພື່ອສັນຕິພາບ ແລະການພັດທະນາແບບຍືນຍົງກັບບັນດາປະເທດໃນໂລກ, ເສີມຂະຫຍາຍບົດບາດ ແລະການປະກອບສ່ວນຂອງອາຊຽນ ໃນປະຊາຄົມສາກົນ; ເປີດກວ້າງ ແລະຍົກລະດັບການພົວພັນກັບບັນດາຄູ່ຮ່ວມມືໃນທົ່ວໂລກ.

ທີຫ້າ, ຍົກສູງກຳລັງຄວາມສາມາດໃນການປັບຕົວໃຫ້ແທດເໝາະ ແລະປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ. ປະຕິຮູບລະບອບລະບຽບການ, ເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ; ດັດປັບ, ສ້າງ ແລະຍົກລະດັບບັນດາຂັ້ນຕອນ, ມາດຕະຖານໃນອາຊຽນ ໃຫ້ສົມບູນ.

ຍູ້ແຮງວິວັດທະນາການເຈລະຈາ COC

ທີ່ກອງປະຊຸມຂ່າວ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບວິວັດທະນາການເຈລະຈາປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ທ່ານ ຫງວຽນກ໊ວກຢູງ ໃຫ້ຮູ້ວ່ານີ້ແມ່ນໜຶ່ງໃນບັນດາໂຄງການດຳເນີນງານບຸລິມະສິດຂອງອາຊຽນ ແລະຈີນ. ທັງ ອາຊຽນ ແລະຈີນ ລ້ວນແຕ່ກຳນົດຢາກຍູ້ໄວວິວັດທະນາການເຈລະຈາ COC ໃຫ້ໄວທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ບັນດາບຸລິມະສິດ, ຜົນປະໂຫຍດກໍ່ຄືຄວາມເອົາໃຈໃສ່ຂອງຝ່າຍຕ່າງໆຍັງມີຄວາມແຕກຕ່າງກັນ, ສະນັ້ນຈຶ່ງມີຄວາມສັບສົນ ແລະຕ້ອງມີເວລາເພື່ອເຈລະຈາຕື່ມອີກ. ທ່ານ ຫງວຽນກ໊ວກຢູງ ຊີ້ແຈ້ງວ່າ “ພວກຂ້າພະເຈົ້າລ້ວນແຕ່ມີຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງເອກະສານສະບັບນີ້, ດ້ວຍເຫດນັ້ນ, ບັນດາຝ່າຍພວມຕັ້ງໜ້າຊຸກຍູ້ການເຈລະຈາ. ດ້ວຍຖານະຕໍາແໜ່ງເປັນປະທານອາຊຽນ 2020 ຫວຽດນາມ ຈະປະກອບສ່ວນເຂົ້າໃນການຍູ້ແຮງວິວັດທະນາການເຈລະຈາ COC”.

ຫວຽດນາມ ຈະໃຫ້ຄວາມຕັດສິນໃຈ ແລະໃຫ້ບຸລິມະສິດສູງສຸດ

ຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020 ຖືວ່າແມ່ນປີບານພັບໃນການຜັນຂະຫຍາຍແຜນການຫັນວິໄສທັດປະຊາຄົມອາຊຽນ 2025 ໃຫ້ປະກົດຜົນເປັນຈິງ, ພ້ອມທັງເປັນຂີດໝາຍຫວຽດນາມ ເຂົ້າຮ່ວມ “ຊາຍຄາລວມ” ອາຊຽນ ຄົບຮອບ 25 ປີ. ດ້ວຍເຫດນັ້ນ, ທ່ານ ຫງວຽນກ໊ວກຢູງ ຈຶ່ງໃຫ້ຮູ້ວ່າ ຫວຽດນາມ ກຳນົດເລື່ອງດຳລົງຕຳແໜ່ງເປັນປະທານອາຊຽນ ແມ່ນຄວາມຮັບຜິດຊອບອັນໃຫຍ່ຫຼວງແຕ່ວ່າຈະນຳເອົາກາລະໂອກາດມາໃຫ້ຫຼາຍທີ່ສຸດ.

ທ່ານ ຫງວຽນກ໊ວກຢູງ ຢັ້ງຢືນວ່າ "ຫວຽດນາມ ຈະໃຫ້ຄວາມຕັດສິນໃຈ ແລະໃຫ້ບຸລິມະສິດສູງສຸດເພື່ອແນໃສ່ປະຕິບັດໜ້າທີ່ສຳຄັນໃຫ້ສຳເລັດ ແລະປະກອບສ່ວນກໍ່ສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບໝັ້ນຄົງເຂັ້ມແຂງບົນພື້ນຖານສືບທອດບັນດາໝາກຜົນຂອງບັນດາປະທານອາຊຽນ ບັນລຸໄດ້ກ່ອນໜ້ານີ້ ແລະເສີມຂະຫຍາຍບັນດາບົດຮຽນກ່ຽວກັບການພັດທະນາເສດຖະກິດ-ສັງຄົມ, ບົດຮຽນການຈັດຕັ້ງບັນດາກອງປະຊຸມໃຫຍ່, ຄື: ກອງປະຊຸມສຸດຍອດອາຊຽນ ປີ 1998, ປະທານອາຊຽນ 2010, ກອງປະຊຸມສຸດຍອດ APEC 2017”.

ໂດຍ: ສົມເພັດ