ນີ້ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ເສີມຂະຫຍາຍບົດບາດປະເທດເຈົ້າພາບ, ຊຸກຍູ້ບັນດາເປົ້າໝາຍລວມ, ຂໍ້ລິເລີ່ມຂອງອາຊຽນ, ກໍ່ຄືສະເໜີບັນດາຂໍລິເລີ່ມໃໝ່ເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດພາຍໃນກຸ່ມ ແລະລະຫວ່າງບັນດາປະເທດອາຊຽນ ກັບຄູ່ຮ່ວມມືຕ່າງໆ.

ແມ່ນສະມາຊິກອາຊຽນ, ຫວຽດນາມ ຍາມໃດກໍ່ຕັ້ງໜ້າ, ເປັນເຈົ້າການເຂົ້າຮ່ວມບັນດາກົນໄກຫຼາຍຝ່າຍດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນຂອບເຂດອາຊຽນ, ໂດຍອາຊຽນ ມີບົດບາດເປັນເຈົ້າພາທາງ. ສິ່ງເຫຼົ່ານັ້ນໄດ້ສະແດງອອກຜ່ານການຕັ້ງໜ້າເຂົ້າຮ່ວມກອງປະຊຸມ ADMM ແລະ ADMM+ ກໍ່ຄືບັນດາເວທີປາໄສດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນພາກພື້ນ ແລະລະຫວ່າງພາກພື້ນ...

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຮັບຄ້ອນຕີຈາກທ່ານນາຍົກລັດຖະມົນຕີໄທ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນແຕ່ລະເທື່ອທີ່ເຂົ້າຮ່ວມກອງປະຊຸມ, ຫວຽດນາມ ກໍ່ໄດ້ຕັ້ງໜ້າປະກອບສ່ວນບັນດາຂໍ້ລິເລີ່ມ, ປະກອບສ່ວນຫັນການພົວພັນຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃນອາຊຽນ ໃຫ້ປະກົດຜົນເປັນຈິງ ແລະກັບບັນດາປະເທດຄູ່ຮ່ວມມືດ້ວຍບັນດາການເຄື່ອນໄຫວ ແລະລາຍການກະທໍາຢ່າງລະອຽດ.

ພິເສດ, ແມ່ນເວົ້າເຖິງຂໍ້ລິເລີ່ມຂອງຫວຽດນາມ ທີ່ໄດ້ປະກອບສ່ວນສ້າງຕັ້ງໂຄງປະກອບຄວາມໝັ້ນຄົງໃໝ່ຢູ່ພາກພື້ນ, ນັ້ນແມ່ນໄດ້ຈັດຕັ້ງກອງປະຊຸມ ADMM+ ຄັ້ງທໍາອິດ ຢູ່ ຮ່າໂນ້ຍ ໃນເດືອນ ຕຸລາ 2010 ສໍາເລັດຜົນ. ນີ້ຖືວ່າແມ່ນເຫດການສ້າງຂີດໝາຍໃນປະຫວັດສາດອາຊຽນ, ສ້າງຂີດໝາຍບາດກ້າວໃໝ່ໃນການຮ່ວມມືດ້ານປ້ອງກັນຊາດຂອງອາຊຽນ ເພື່ອແນໃສ່ເພີ່ມທະວີສັນຕິພາບ, ສະຖຽນລະພາບ ແລະພັດທະນາຢູ່ພາກພື້ນ. ADMM+ ນັບມື້ນັບເສີມຂະຫຍາຍບົດບາດແມ່ນເວທີປາໄສສໍາຄັນເພື່ອຊ່ວຍຊຸກຍູ້ການເຈລະຈາດ້ານປ້ອງກັນຊາດ ແລະການຮ່ວມມືດ້ານຄວາມໝັ້ນຄົງລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມືການຄ້າຕົ້ນຕໍ, ພ້ອມທັງເປີດອອກກາລະໂອກາດເພື່ອໃຫ້ບັນດາຝ່າຍຮ່ວມມືພ້ອມກັນແກ້ໄຂສິ່ງທ້າທາຍຕ່າງໆກ່ຽວກັບການປ້ອງກັນຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່.

ທີ່ບັນດາກອງປະຊຸມ ADMM+, ຫວຽດນາມ ຍາມໃດກໍ່ຢັ້ງຢືນຫຼັກໝັ້ນສະໜັບສະໜູນ ແລະຕີລາຄາສູງການຮ່ວມມືລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມື, ພ້ອມທັງຍົກອອກຂໍ້ສະເໜີຢ່າງລະອຽດເພື່ອເພີ່ມທະວີການຮ່ວມມືແທດຈິງຂອງບັນດາການພົວພັນນີ້. ປະຈຸບັນ, ຕໍ່ໜ້າບັນດາສິ່ງທ້າທາຍດ້ານປ້ອງກັນຄວາມໝັ້ນຄົງທີ່ນັບມື້ນັບສັບສົນ, ມີຫຼາຍຮູບຫຼາຍແບບ, ຢູ່ເໜືອຄວາມສາມາດທີ່ຈະຮັບມືຂອງປະເທດດຽວໄດ້, ເຖິງວ່າຈະເປັນປະເທດມະຫາອໍານາດ ຫຼື ປະເທດນ້ອຍກໍ່ຕາມ, ຂໍ້ລິເລີ່ມ ADMM+ ຂອງຫວຽດນາມ ໄດ້ພິສູດໃຫ້ເຫັນວິໄສທັດຍຸດທະສາດ, ປະກອບສ່ວນເຕົ້າໂຮມແຫຼ່ງກຳລັງຈາກພາຍນອກເພື່ອມາປັບປຸງ ແລະເພີ່ມທະວີກໍາລັງແຮງພາຍໃນກຸ່ມຜ່ານການເພີ່ມທະວີການພົວພັນຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນຄວາມໝັ້ນຄົງໃຫ້ເຂົ້າສູ່ລວງເລິກ ແລະແທດຈິງກັບບັນດາປະເທດນອກກຸ່ມ.

ສິ່ງທີ່ເປັນໜ້າເອົາໃຈໃສ່, ຫວຽດນາມ ຍາມໃດກໍ່ເນັ້ນໜັກເຖິງການຮັກສາຄວາມເຫັນດີເຫັນພ້ອມ ແລະບົດບາດເປັນໃຈກາງຂອງອາຊຽນ ໃນໂຄງປະກອບຄວາມໝັ້ນຄົງພາກພື້ນ, ຖືນີ້ແມ່ນຜົນປະໂຫຍດລວມຂອງແຕ່ລະຝ່າຍ ແລະຄວາມຮັບຜິດຊອບຂອງບັນດາຄູ່ຮ່ວມມື. ທີ່ກອງປະຊຸມ ADMM ຄັ້ງທີ 13, ລັດຖະມົນຕີປ້ອງກັນປະເທດຫວຽດນາມ ໄດ້ຢັ້ງຢືນວ່າອາຊຽນ ຄວນເພີ່ມທະວີຄວາມສາມັກຄີ, ເສີມຂະຫຍາຍລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຍົກສູງບົດບາດເປັນໃຈກາງ, ນໍາໜ້າໃນບັນດາກົນໄກຮ່ວມມືພາກພື້ນ.

ເພື່ອຫັນແຜນນະໂຍບາຍນີ້ໃຫ້ປະກົດຜົນເປັນຈິງ, ຢູ່ບັນດາເວທີປາໄສປ້ອງກັນຊາດ, ປ້ອງກັນຄວາມສະຫງົບພາກພື້ນ, ຫວຽດນາມ ຍາມໃດກໍ່ສະໜັບສະໜູນບັນດາຂໍ້ລິເລີ່ມ ແລະສະເໜີບັນດາມາດຕະການເພື່ອແນໃສ່ຮັກສາສະຖຽນລະພາບ, ຄວາມໝັ້ນຄົງ ແລະຄວາມເປັນລະບຽບຮຽບຮ້ອຍຢູ່ພາກພື້ນຂອງປະເທດເຈົ້າພາບ.

ດ້ວຍບົດບາດເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ ADMM ແລະ ADMM+ ໃນປີ 2020, ຫວຽດນາມ ພວມຕັ້ງໜ້າເປັນເຈົ້າການກໍ່ສ້າງແນວຄິດ, ຂໍ້ລິເລີ່ມພ້ອມກັບລາຍການດຳເນີນງານບຸລິມະສິດ ແລະແຜນການຈັດຕັ້ງບັນດາກອງປະຊຸມປ້ອງກັນຊາດ, ການທະຫານໃນປີຈະມາເຖິງ. ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ ແລະບັນດາປະກອບສ່ວນມີປະສິດທິຜົນຂອງຫວຽດນາມ ຢູ່ບັນດາເວທີປາໄສປ້ອງກັນຊາດ, ປ້ອງກັນຄວາມສະຫງົບພາກພື້ນ, ພ້ອມກັບການສະໜັບສະໜູນ, ຄວາມເຊື່ອໝັ້ນຂອງບັນດາປະເທດສະມາຊິກອາຊຽນ ກໍ່ຄືບັນດາປະເທດຄູ່ຮ່ວມມື, ຫວຽດນາມ ບໍ່ພຽງແຕ່ຈະສືບຕໍ່ເສີມຂະຫຍາຍບົດບາດແມ່ນສະມາຊິກຕັ້ງໜ້າ ແລະມີຄວາມຮັບຜິດຊອບຂອງອາຊຽນ ເທົ່ານັ້ນ, ແຕ່ຍັງຈະສະແດງໃຫ້ເຫັນບົດບາດນໍາໜ້າຂອງປະເທດເຈົ້າພາບຕື່ມອີກ.

ພິເສດ, ປີ 2020 ກໍ່ແມ່ນໂອກາດສະເຫຼີມສະຫຼອງ 10 ປີ ແຫ່ງການກໍ່ສ້າງໂຄງປະກອບຄວາມໝັ້ນຄົງ ADMM+, ຈະແມ່ນໂອກາດເພື່ອໃຫ້ຫວຽດນາມ ຊຸກຍູ້ບົດບາດການກໍານົດທິດຂອງອາຊຽນ, ສ້າງແຜນການ ແລະລາຍການເຄື່ອນໄຫວໃຫ້ໄລຍະຕໍ່ໄປ.

ໂດຍ: ໄຊນີດາ