ທີ່ການພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນລັດທິຫຼາຍຝ່າຍ, ຕັດສິນໃຈປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ (SDG) 2030 ແລະຂໍ້ຕົກລົງປາຣີ ວ່າດ້ວຍການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ສະໜັບສະໜູນຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ໃນການປະຕິຮູບລະບົບພັດທະນາຂອງສະຫະປະຊາຊາດ. ຫວຽດນາມ ກຽມພ້ອມສືບຕໍ່ມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຮັກສາສັນຕິພາບ, ສະໜັບສະໜູນຂໍ້ລິເລີ່ມຂອງທ່ານເລຂາທິການໃຫຍ່ກ່ຽວກັບ “ການກະທໍາເພື່ອການເຄື່ອນໄຫວຮັກສາສັນຕິພາບ”.

leftcenterrightdel
ທ່ານ ຫງວຽນຊວນຟຸກ ພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ. ພາບ: baochinhphu.vn.

ທ່ານ Antonio Guterres ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດທີ່ນໍາໜ້າໃນຫຼາຍຂົງເຂດ, ຄື: ພັດທະນາແບບຍືນຍົງ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ຕີລາຄາສູງການເຂົ້າຮ່ວມທີ່ມີປະສິດທິຜົນ ແລະປາດຖະໜາຢາກໃຫ້ຫວຽດນາມ ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມມານະພະຍາຍາມຮັກສາສັນຕິພາບຂອງສະຫະປະຊາຊາດກວ່າອີກ; ປາດຖະໜາຢາກໃຫ້ຫວຽດນາມ ເສີມຂະຫຍາຍບົດບາດເປັນແບບຢ່າງໃນຂົງເຂດຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ນໍ້າທະເລຂຶ້ນສູງ, ນໍາໃຊ້ພະລັງງານສະອາດທີ່ມີຄວາມສໍາຄັນເປັນຕາຍຕໍ່ອະນາຄົດຂອງມະນຸດ.

ທີ່ການພົບປະ, ການນໍາສອງທ່ານກໍ່ເຫັນດີເປັນເອກະພາບນຳກັນວ່າຈະເພີ່ມທະວີບັນດາການເຄື່ອນໄຫວຮ່ວມມື, ເຊື່ອມຕໍ່ລະຫວ່າງອາຊຽນ ແລະສະຫະປະຊາຊາດໃນປີເປັນປະທານອາຊຽນ 2020 ແລະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020-2021 ຂອງຫວຽດນາມ.

ໂດຍ: ເກື່ອງດັ້ງ