ທີ່ການຕ້ອນຮັບ, ທ່ານ ເຈືອງຮວ່າບີ່ງ ຢັ້ງຢືນວ່າ, ຫວຽດນາມ ຖືສະຫະປະຊາຊາດແມ່ນໜຶ່ງໃນບັນດາບຸລິມະສິດສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ. ທ່ານ ເຈືອງຮວ່າບີ່ງ ຊົມເຊີຍກຸ່ມຄູ່ຮ່ວມມືພັດທະນາທີ່ໄດ້ສໍາເລັດບາງບົດລາຍງານໃນຫຼາຍຂົງເຂດ, ໃນນັ້ນ, ມີຫຼາຍບົດສະຫະປະຊາຊາດໄດ້ເປັນປະທານ; ທ່ານໃຫ້ຮູ້ວ່າຈະຊີ້ນໍາ, ນໍາພາບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄົ້ນຄວ້າ ແລະມີຄໍາຄິດເຫັນສ່ອງແສງຄືນກ່ຽວກັບເນື້ອໃນຂອງບັນດາບົດລາຍງານ...

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາອົງການສະຫະປະຊາຊາດເປັນເຈົ້າການຄາດຄະເນ ແລະແຈ້ງໃຫ້ຊາບກ່ຽວກັບບັນດາທ່າອ່ຽງໃໝ່, ວິກິດການອາດຈະເກີດຂຶ້ນຢູ່ພາກພື້ນ, ສາກົນ ແລະມີຜົນກະທົບຕໍ່ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ລັດຖະບານຫວຽດນາມ ຈະສືບຕໍ່ຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືກັບສະຫະປະຊາຊາດ, ສ້າງເງື່ອນໄຂໃຫ້ບັນດາອົງການພັດທະນາສະຫະປະຊາຊາດ ປະຈໍາ ຫວຽດນາມ ຜັນຂະຫຍາຍບັນດາລາຍການ, ໂຄງການຮ່ວມມື, ກໍ່ຄືສົມທົບກັນປະຕິບັດການປັບປຸງລະບົບພັດທະນາສະຫະປະຊາຊາດໃຫ້ມີປະສິດທິຜົນ.

ຕາງໜ້າໃຫ້ຫົວໜ້າຜູ້ຕາງໜ້າບັນດາອົງການຂອງສະຫະປະຊາຊາດ ປະຈໍາ ຫວຽດນາມ, ຜູ້ປະສານງານ Kamal Malhotra ເນັ້ນໜັກວ່າ, ສະຫະປະຊາຊາດຈະສືບຕໍ່ໜູນຊ່ວຍຢ່າງແຮງ ແລະຄຽງບ່າຄຽງໄຫຼ່ກັບຫວຽດນາມ ບັນລຸໄດ້ເປົ້າໝາຍພັດທະນາແບບຍືນຍົງ, ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງໃນວິວັດການພັດທະນາ. ພິເສດແມ່ນຈະໜູນຊ່ວຍຫວຽດນາມ ກ່ຽວກັບບັນດານະໂຍບາຍພັດທະນາຄືສະມັດຕະພາບແຮງງານ, ຄວາມສາມາດແກ່ງແຍ້ງຂອງພື້ນຖານເສດຖະກິດເພື່ອຫຼຸດພົ້ນອອກຈາກລະດັບລາຍຮັບປານກາງ...

ໂດຍ: ເກື່ອງດັ້ງ