ກ່າວຄໍາເຫັນໄຂກອງປະຊຸມສຳມະນາ, ທ່ານ ເລຮວ່າຍຈູງ ເນັ້ນໜັກວ່າ, ຫວຽດນາມ ຍາມໃດກໍຕີລາຄາສູງຕໍ່ການໜູນຊ່ວຍອັນລໍ້າຄ່າຂອງບັນດາອົງການພັດທະນາສະຫະປະຊາຊາດໃນຊຸມປີຫຍຸ້ງຍາກກໍ່ສ້າງປະເທດຊາດຄືນໃໝ່ພາຍຫຼັງສົງຄາມ, ຖືກປິດລ້ອມ, ຂວໍ້າບາດ, ກໍຄືໃນສະໄໝປ່ຽນແປງໃໝ່ ແລະເຊື່ອມໂຍງເຂົ້າກັບສາກົນໃນປັດຈຸບັນ. ພາຍຫຼັງ 40 ກວ່າປີແຫ່ງການຮ່ວມມື, ສະພາບການໄດ້ມີການປ່ຽນແປງຫຼາຍຢ່າງ, ຮຽກຮ້ອງໃຫ້ທັງຝ່າຍສະຫະປະຊາຊາດ ແລະຫວຽດນາມ ພ້ອມກັນແລກປ່ຽນ, ຊອກຫາບັນດາວິທີການເພື່ອເສີມຂະຫຍາຍປະສິດທິຜົນການພົວພັນຮ່ວມມືຫວຽດນາມ - ສະຫະປະຊາຊາດໃຫ້ຫຼາຍກວ່າອີກ, ໜູນຊ່ວຍຫວຽດນາມ ປະຕິບັດສໍາເລັດບັນດາເປົ້າໝາຍພັດທະນາແບບຍືນຍົງກໍຄືບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ.

leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ. ພາບ: ກະຊວງການຕ່າງປະເທດ.

ກ່ຽວກັບຝ່າຍສະຫະປະຊາຊາດ, ທ່ານ Kamal Malhotra ຢັ້ງຢືນວ່າ, ສະຫະປະຊາຊາດ ຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ, ໜູນຊ່ວຍຫວຽດນາມ ໃນກິດຈະການພັດທະນາເສດຖະກິດ-ສັງຄົມ ແລະປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ.

ປຶກສາຫາລືທີ່ກອງປະຊຸມສໍາມະນາ, ບັນດາຜູ້ແທນໄດ້ຍົກອອກບັນດາສິ່ງທ້າທາຍກໍຄືບັນດາບັນຫາທີ່ຍັງຄົງຄ້າງຢ່າງກົງໄປກົງມາຄືຂັ້ນຕອນການພິຈາລະນາໂຄງການທີ່ຍັງຊັກຊ້າ, ຂໍ້ກໍານົດກ່ຽວກັບການຄຸ້ມຄອງ ແລະນໍາໃຊ້ການໜູນຊ່ວຍພັດທະນາຢ່າງເປັນທາງການ (ODA) ຂອງຫວຽດນາມ ທີ່ຍັງສັບສົນ, ຄວາມສາມາດລະດົມແຫຼ່ງກຳລັງດ້ານການເງິນ... ບົນພື້ນຖານນັ້ນ, ກອງປະຊຸມສໍາມະນາໄດ້ເຫັນດີເປັນເອກະພາບຕໍ່ຄວາມສໍາຄັນຂອງເລື່ອງຮັບຮູ້ບົດບາດສໍາຄັນຂອງສະຫະປະຊາຊາດ ແລະການພົວພັນຮ່ວມມືຫວຽດນາມ - ສະຫະປະຊາຊາດຢ່າງຄົບຖ້ວນ; ບັນດາຝ່າຍທີ່ກ່ຽວຂ້ອງກໍານົດຢ່າງຈະແຈ້ງຈຸດສຸມ ແລະມີແຜນການລະດົມແຫຼ່ງກໍາລັງຢ່າງມີປະສິດທິຜົນ; ຄວາມຈໍາເປັນຕ້ອງການເພີ່ມທະວີກົນໄກສົມທົບລະຫວ່າງບັນດາອົງການຫວຽດນາມ ແລະສະຫະປະຊາຊາດ, ສ້າງຕັ້ງກົນໄກແລກປ່ຽນປະຈໍາໄລຍະ ເພື່ອແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ.

ໂດຍ: ໄຊຊະນະ