leftcenterrightdel
ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດ ແລະຫົວໜ້າຄະນະຜູ້ແທນຫວຽດນາມ, ລາວ ແລະກໍາປູເຈຍ ເຂົ້າຮ່ວມກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ໃຫ້ຮູ້ວ່າ, ໃນປະຈຸບັນບັນດາອົງການອາດຊະຍາກໍາຢາເສບຕິດຂ້າມຊາດໄດ້ຂຸດຄົ້ນ, ສວຍໂອກາດບັນດາຈຸດພິເສດກ່ຽວກັບພູມມີປະເທດ, ການເມືອງ, ຮີດຄອງປະເພນີ, ການດໍາລົງຊີວິດ, ການພົວພັນໃນຕະກຸນດຽວກັນ, ການເຄື່ອນໄຫວພົບປະແລກປ່ຽນດ້ານເສດຖະກິດລະຫວ່າງສາມປະເທດ ແລະບັນດາຄວາມຫຍຸ້ງຍາກ, ການລະເຫຼີງໃຈໃນການກວດກາ, ຄຸ້ມຄອງຊາຍແດນເພື່ອຊື້ຂາຍຢາເສບຕິດ, ຂົນສົ່ງຢາເສບຕິດທີ່ຜິດກົດໝາຍໄປແຕ່ລະປະເທດດ້ວຍຈໍານວນຫຼວງຫຼາຍ.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ກອງປະຊຸມ, ສາມປະເທດໄດ້ເຫັນດີເປັນເອກະພາບສຸມໃສ່ທຸກຄວາມມານະພະຍາຍາມເພື່ອແນໃສ່ປະຕິບັດເປົ້າໝາຍປົກປັກຮັກສາປະຊາຄົມອາຊຽນ ກ່ຽວກັບການຕ້ານ ແລະສະກັດກັ້ນຢາເສບຕິດທີ່ຜິດກົດໝາຍໃນໄລຍະ 2016-2025; ບໍ່ຜ່ອນຜັນກັບຢາເສບຕິດ, ບໍ່ຍອມຮັບຕໍ່ທ່າອ່ຽງຫັນການນໍາໃຊ້ຢາເສບຕິດໃຫ້ຖືກຕ້ອງຕາມກົດໝາຍ, ມີຫຼັກໝັ້ນຕໍ່ວິໄສທັດອາຊຽນພາຍຫຼັງປີ 2015 ແລະຖືນີ້ແມ່ນເປົ້າໝາຍຂອງທັງສາມປະເທດຫວຽດນາມ, ລາວ ແລະກໍາປູເຈຍ.

leftcenterrightdel
ທ່ານພົນເອກ ໂຕເລິມ ແລະບັນດາຫົວໜ້າຄະນະຜູ້ແທນຫວຽດນາມ-ລາວ-ກໍາປູເຈຍ ຖ່າຍຮູບເປັນທີ່ລະນຶກ. ພາບ: ສໍານັກຂ່າວສານຫວຽດນາມ.

ພ້ອມກັນນັ້ນ, ເພີ່ມທະວີ ແລະໜູນຊ່ວຍຍົກສູງການເຄື່ອນໄຫວຂອງບັນດາຫ້ອງການຕິດຕໍ່ຂ້າມຊາຍແດນ (BLO), ສໍາຫຼວດ, ພິຈາລະນາເປີດບັນດາຫ້ອງການຕິດຕໍ່ຂ້າມຊາຍແດນແຫ່ງໃໝ່ຢູ່ບັນດາບໍລິເວນທີ່ມີໄພອັນຕະລາຍສູງກ່ຽວກັບອາດຊະຍາກໍາ ແລະຢາເສບຕິດ. ພ້ອມທັງ, ສືບຕໍ່ຜັນຂະຫຍາຍບັນດາການໂຄສະນາ, ບຸກໂຈມຕີ, ປາບປາມອາດຊະຍາກໍາຢາເສບຕິດຢູ່ຕາມເສັ້ນຊາຍແດນລະຫວ່າງຫວຽດນາມ, ລາວ ແລະກໍາປູເຈຍ...

ໂດຍ: ໄຊນີດາ