ຜູ້ນຳ ຫງວຽນອ໊າຍກ໊ວກ - ໂຮ່ຈີມິນ ຈາກລັດທິຮັກຊາດເຖິງຂະບວນການປົດປ່ອຍຊາດ, ເພິ່ນໄດ້ນໍາໃຊ້ຢ່າງລະອຽດເຂົ້າໃນສະພາບການຫວຽດນາມ ເພື່ອແກ້ໄຂບັນຫາປົດປ່ອຍຊາດກ້າວຂຶ້ນລັດທິສັງຄົມນິຍົມຢູ່ຫວຽດນາມ. ເພິ່ນໄດ້ສ້າງຕັ້ງພັກກອມມູນິດຫວຽດນາມ; ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕຫວຽດນາມ (ປັດຈຸບັນແມ່ນສາທາລະນະລັດ ສັງຄົມນິຍົມຫວຽດນາມ); ສ້າງຕັ້ງແນວໂຮມເອກະພາບແຫ່ງຊາດ, ສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ສ້າງຕັ້ງບັນດາກໍາລັງປະກອບອາວຸດປະຊາຊົນ.

ເພິ່ນໄດ້ອຸທິດຕະຫຼອດຊີວິດຂອງຕົນໃຫ້ພາລະກິດຕໍ່ສູ້ປົດປ່ອຍຊາດຫວຽດນາມ ແລະບັນດາຊົນຊາດຖືກກົດຂີ່ຂູດຮີດໃນທົ່ວໂລກ. ເພິ່ນແມ່ນວິນຍານຂອງການປະຕິວັດປົດປ່ອຍຊາດ ແລະການປະຕິວັດສັງຄົມນິຍົມຢູ່ຫວຽດນາມ.

1. ແນວຄິດໂຮ່ຈີມິນ ແມ່ນລະບົບທັດສະນະຮອບດ້ານ ແລະເລິກເຊິ່ງກ່ຽວກັບບັນດາບັນຫາພື້ນຖານຂອງການປະຕິວັດຫວຽດນາມ, ແມ່ນໝາກຜົນການໝູນໃຊ້ ແລະພັດທະນາປະດິດສ້າງລັດທິມາກ-ເລນິນ ເຂົ້າເງື່ອນໄຂລະອຽດຂອງຫວຽດນາມ, ສືບທອດ ແລະພັດທະນາບັນດາຄຸນຄ່າມູນເຊື້ອອັນດີງາມຂອງຊາດ, ຮັບເອົາວັດທະນະທໍາທີ່ຍອດຢ້ຽມຂອງມວນມະນຸດ.

ນັ້ນແມ່ນແນວຄິດກ່ຽວກັບການປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ, ປົດປ່ອຍສັງຄົມ, ປົດປ່ອຍມະນຸດ; ກ່ຽວກັບເອກະລາດແຫ່ງຊາດຕິດພັນກັບລັດທິສັງຄົມນິຍົມ, ສົມທົບກຳລັງແຮງຂອງຊາດກັບກໍາລັງແຮງຍຸກສະໄໝ; ກ່ຽວກັບກໍາລັງແຮງຂອງປະຊາຊົນ, ສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ກ່ຽວກັບບັນຫາທົ່ວປວງຊົນປ້ອງກັນຊາດ, ສ້າງກໍາລັງປະກອບອາວຸດປະຊາຊົນ; ກ່ຽວກັບການພັດທະນາເສດຖະກິດ ແລະວັດທະນະທໍາ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ; ກ່ຽວກັບຄຸນສົມບັດປະຕິວັດ, ຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ, ກ່ຽວກັບກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ພະນັກງານ, ສະມາຊິກພັກທັງເປັນການນໍາ, ທັງເປັນຄົນໃຊ້ທີ່ຈົ່ງຮັກພັກດີຕໍ່ປະຊາຊົນ...

leftcenterrightdel
ທີ່ກອງປະຊຸມໃຫຍ່ຄັ້ງທີ 3 ບັນດານັກຂ່າວຫວຽດນາມ (ເດືອນກັນຍາ 1962), ປະທານໂຮ່ຈີມິນ  ຕັກເຕືອນວ່າ: “ພະນັກງານສື່ມວນຊົນກໍ່ແມ່ນນັກຮົບປະຕິວັດ. ປາກກາ, ເຈ້ຍກໍ່ແມ່ນອາວຸດທີ່ແຫຼມຄົມ”. ພາບ: ເອກະສານ.

2. ຄຸນສົມບັດໂຮ່ຈີມິນ ແມ່ນປະກົດການຂອງສະຕິສັງຄົມ ແລະພຶດຕິກໍາຕົວຈິງສັງຄົມ, ແມ່ນໜຶ່ງໃນບັນດາປະກົດການຂອງຄວາມເປັນເອກະພາບດ້ານແນວຄິດ, ການເມືອງ ແລະຄຸນສົມບັດຂອງສັງຄົມໃໝ່.

ຄຸນສົມບັດປະທານໂຮ່ຈີມິນ ແມ່ນແບບຢ່າງດີເດັ່ນກ່ຽວກັບຄວາມດຸໝັ່ນຂະຫຍັນພຽນ, ປະຢັດມັດທະຍັດ, ຊື່ກົງບໍລິສຸດ, ເຫັນແກ່ສ່ວນລວມບໍ່ເຫັນແກ່ສ່ວນຕົວ, ແບບແຜນດຳລົງຊີວິດທີ່ປອດໃສ, ງ່າຍດາຍ, ໃກ້ຊິດຕິດແທດກັບປະຊາຊົນ, ສະໜິດສະໜົມກັບປະຊາຊົນ, ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງປະຊາຊົນ, ເປັນເພື່ອນມິດຜູ້ສະໜິດສະໜົມຂອງປະຊາຊົນຜູ້ອອກແຮງງານ.

ຄຸນສົມບັດໂຮ່ຈີມິນ ສະແດງໃຫ້ເຫັນຜ່ານການກໍ່ສ້າງພັກກ່ຽວກັບດ້ານການເມືອງ, ແນວຄິດ, ການຈັດຕັ້ງ, ຄຸນສົມບັດ. “ພັກແມ່ນຄຸນສົມບັດ, ແມ່ນຄວາມສີວິໄລ. ແມ່ນຄວາມເປັນເອກະພາບ, ເອກະລາດ, ແມ່ນສັນຕິພາບ, ຄວາມອີ່ມໜຳສຳລານ”.

3. ແບບແຜນດໍາລົງຊີວິດຂອງປະທານໂຮ່ຈີມິນ ໄດ້ສະແດງໃຫ້ເຫັນຜ່ານວິຖີຊີວິດ, ການກະທໍາ, ການດຳເນີນຊີວິດ, ການປະພຶດຂອງເພິ່ນຕໍ່ກັບທຸກຄົນໃນສັງຄົມ ແລະກັບເພື່ອນມິດສາກົນ... ແບບແຜນນໍາພາຂອງເພິ່ນສະແດງອອກຜ່ານຫຼັກການປະຊາທິປະໄຕ ແລະລວມສູນ; ໝູ່ຄະນະນໍາພາ, ບຸກຄົນຮັບຜິດຊອບ.

ອີງໃສ່ຈຸດພິເສດຂອງແຕ່ລະໄລຍະທາງປະຕິວັດ, ປະທານໂຮ່ຈີມິນ ໄດ້ນໍາໃຊ້ແບບແຜນນໍາພາທີ່ແຕກຕ່າງກັນ, ໃຫ້ເໝາະສົມກັບສະພາບການຂອງສັງຄົມ, ແນໃສ່ມີບັນດານະໂຍບາຍທີ່ຖືກຕ້ອງ.

ແບບແຜນນໍາພາຂອງປະທານໂຮ່ຈີມິນ ສະແດງອອກໃນການກວດກາພະນັກງານ, ສະມາຊິກພັກ ແລະກວດກາວຽກງານ; ຕິດຕາມວຽກງານຂອງພະນັກງານ, ສະມາຊິກພັກຢ່າງເຄັ່ງຄັດກໍ່ແມ່ນວິທີເພື່ອກວດກາວຽກງານຂອງແຕ່ລະຄົນ.

ແບບແຜນການເຮັດວຽກ ແລະຊີ້ນໍາວຽກງານຂອງປະທານໂຮ່ຈີມິນ ກໍ່ເລີ່ມຕົ້ນຈາກຢູ່ຄວາມໃກ້ຊິດຕິດແທດກັບແຕ່ລະວຽກງານ; ກ້າຄິດ, ກ້າເຮັດ, ສືບສວນສອບສວນ, ກໍາແໜ້ນສະພາບການກ່ອນທີ່ຈະຍົກອອກບັນດານະໂຍບາຍທີ່ເໝາະສົມ, ເຮັດຄືແນວນັ້ນ, ນະໂຍບາຍທີ່ຍົກອອກມາຈຶ່ງຖືກຕ້ອງ ແລະເໝາະສົມກັບຈິດໃຈຂອງປະຊາຊົນ.

ກ່ຽວກັບເວລາ, ແບບແຜນຂອງປະທານໂຮ່ຈີມິນ ຊີ້ອອກວ່າ, ຕ້ອງຮັບປະກັນຖືກຕ້ອງຕາມເວລາ, ຮູ້ປະຢັດເວລາ, ສະຫງວນເວລາເພື່ອເຮັດວຽກງານສໍາຄັນຍິ່ງຂອງປະເທດຊາດ.

ແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດຂອງປະທານໂຮ່ຈີມິນ ແມ່ນການເຕົ້າໂຮມວັດທະນະທໍາທີ່ຍອດຢ້ຽມສັກສິດທີ່ສຸດ, ຍາມໃດກໍ່ຍືນຍົງຄົງຕົວຕະຫຼອດການໃນພາລະກິດຂອງພວກເຮົາ!

ໂດຍ: ເຈິ່ນຮວ່ຽນ