ມາເລເຊຍ ແມ່ນປະເທດຕັ້ງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ມີເນື້ອທີ່ 329.847km2  ແລະປະຊາກອນກວ່າ 32 ລ້ານຄົນ (ປີ 2018). ກ່ຽວກັບເສດຖະກິດ, ລັດຖະບານມາເລເຊຍ ໄດ້ເອົາໃຈໃສ່ເປັນພິເສດໃນການຮັກສາມະຫາພາກໃຫ້ເປັນປົກກະຕິ, ສຸມໃສ່ປະຕິບັດບາງຄໍາໝັ້ນສັນຍາ, ຄື: ຍົກເລີກພາສີອາກອນສິນຄ້າ ແລະການບໍລິການ, ຟື້ນຟູພາສີອາກອນການຄ້າຂາຍ ແລະການບໍລິການ, ຟື້ນຟູການໜູນຊ່ວຍບາງປະເພດສິນຄ້ານໍ້າມັນ, ແອັດຊັງ, ຢຸດຕິ-ດັດປັບ ຫຼື ຍົກເລີກບັນດາໂຄງການພື້ນຖານໂຄງລ່າງໃຫຍ່ແນໃສ່ຫຼຸດຜ່ອນການເປັນໜີ້ສາທາລະນະ... ກ່ຽວກັບການພົວພັນກັບຕ່າງປະເທດ, ມາເລເຊຍ ສືບຕໍ່ເດີນຕາມທິດນະໂຍບາຍສະເໝີພາບໃນການພົວພັນກັບອາເມລິກາ ແລະຈີນ, ເປີດກວ້າງການພົວພັນກັບບັນດາປະເທດໃຫຍ່ (ຍີ່ປຸ່ນ, ອິນເດຍ...), ບູລິມະສິດການພົວພັນກັບອາຊຽນ ແລະປະຊາຄົມສາສະໜາອິດສະລາມ.

leftcenterrightdel
ທ່ານ Mahathir Mohamad ນາຍົກລັດຖະມົນຕີມາເລເຊຍ. ພາບ: Reuters.

ຫວຽດນາມ ແລະມາເລເຊຍ ສ້າງຕັ້ງການພົວພັນທາງການທູດໃນວັນທີ 30 ມີນາ 1973. ໃນຕະຫຼອດໄລຍະ 46 ປີຜ່ານມາ, ການພົວພັນຮ່ວມມື, ມິດຕະພາບລະຫວ່າງສອງປະເທດໄດ້ຮັບການປັບປຸງ ແລະພັດທະນາໃນທຸກຂົງເຂດຄື ການເມືອງ-ການຕ່າງປະເທດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະກິດ, ວັດທະນະທໍາຢ່າງບໍ່ຢຸດຢັ້ງ... ສອງຝ່າຍໄດ້ແລກປ່ຽນຄະນະຜູ້ແທນ ແລະພົບປະຂັ້ນສູງເປັນປົກກະຕິ. ສອງປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ (ປີ 2015); ຮັບຮອງເອົາໂຄງການດຳເນີນງານຜັນຂະຫຍາຍຄູ່ຮ່ວມມືຍຸດທະສາດ (ເດືອນ ມີນາ 2017). ປີ 2018, ສອງຝ່າຍໄດ້ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 45 ປີ. ໄປຄຽງຄູ່ກັນນັ້ນ, ສອງຝ່າຍໄດ້ສົມທົບກັນເປັນປະຈຳ, ສະໜັບສະໜູນກັນຢູ່ບັນດາເວທີປາໄສຢູ່ພາກພື້ນ, ສາກົນ, ໂດຍສະເພາະແມ່ນອາຊຽນ ແລະສະຫະປະຊາຊາດ.

ສອງຝ່າຍໄດ້ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ ແລະພົບປະແລກປ່ຽນ, ບໍາລຸງກໍ່ສ້າງ, ແລກປ່ຽນບົດຮຽນລະຫວ່າງບັນດາເຫຼົ່າທັບ, ເຫຼົ່າຮົບ. ກ່ຽວກັບທະຫານເຮືອ, ນັບແຕ່ປີ 2009 (ມໍ່ໆມານີ້ແມ່ນເດືອນກໍລະກົດ 2017), ທະຫານເຮືອສອງປະເທດໄດ້ດໍາເນີນການແລກປ່ຽນສ້າງຮ່າງບົດບັນທຶກຊ່ວຍຈໍາກ່ຽວກັບການສ້າງຕັ້ງກົນໄກລາດຕະເວນຮ່ວມ ແລະການຕິດຕໍ່ສາຍໂທດ່ວນ. ເຫຼົ່າທັບປ້ອງກັນອາກາດ-ທະຫານອາກາດຫວຽດນາມ ກໍ່ໄດ້ຕ້ອນຮັບຄະນະວິສາຫະກິດອຸດສາຫະກໍາດ້ານປ້ອງກັນຊາດມາເລເຊຍ ມາຊອກຮູ້, ຊອກຫາກາລະໂອກາດຮ່ວມມື.

ພ້ອມກັນນັ້ນ, ການຮ່ວມມືດ້ານປ້ອງກັນຄວາມສະຫງົບກໍ່ໄດ້ຍູ້ແຮງຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງເຖິງວຽກງານຕ້ານ ແລະສະກັດກັ້ນການກໍ່ການຮ້າຍ, ອາດຊະຍະກໍາເຄືອຂ່າຍອິນເຕີແນັດ, ອາດຊະຍະກໍາຂ້າມຊາດ. ປີ 2015, ສອງຝ່າຍໄດ້ລົງນາມສັນຍາກ່ຽວກັບການຕ້ານ ແລະສະກັດກັ້ນອາດຊະຍະກໍາຂ້າມຊາດ.

ມາເລເຊຍ ແມ່ນຄູ່ຮ່ວມມືການຄ້າຢືນອັນດັບທີ 8 ຂອງ ຫວຽດນາມ, ສ່ວນ ຫວຽດນາມ ແມ່ນຄູ່ຮ່ວມມືຢືນອັນດັບທີ 10 ຂອງ ມາເລເຊຍ. ວົງເງິນການຄ້າລະຫວ່າງສອງປະເທດໄດ້ຮັບການເຕີບໂຕເປັນຢ່າງດີ, ປີ 2018 ບັນລຸໄດ້ 11,5 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 13,2% ເມື່ອທຽບໃສ່ກັບປີ 2017.

ກ່ຽວກັບການຮ່ວມມືດ້ານແຮງງານ, ໃນປະຈຸບັນ, ຜູ້ອອກແຮງງານຫວຽດນາມ ຖືກກົດໝາຍຢູ່ ມາເລເຊຍ ມີປະມານ 29.000 ຄົນ, ຕົ້ນຕໍແມ່ນໃນຂົງເຂດຜະລິດປະດິດສ້າງ, ກໍ່ສ້າງ, ກະສິກໍາ, ສິນໃນນ້ໍາ... ເດືອນ ພະຈິກ 2018, ສອງຝ່າຍໄດ້ຮ່ວມປະຊຸມກຸ່ມທີ່ເຮັດວຽກງານຮ່ວມ (JWG) ຄັ້ງທີໜຶ່ງຢູ່ນອກກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 25 ຢູ່ນະຄອນຫຼວງກົວລາລຳເປີ, ປະເທດມາເລເຊຍ ເພື່ອຜັນຂະຫຍາຍການປະຕິບັດບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືດ້ານແຮງງານ (ລົງນາມປີ 2015).

ຢູ່ຂົງເຂດການສຶກສາ, ໃນປະຈຸບັນ, ມີນັກຮຽນຫວຽດນາມ ຮຽນຢູ່ມາເລເຊຍ ກວ່າ 1.000 ຄົນ. ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາກ່ຽວກັບການຮ່ວມມືບໍາລຸງສ້າງໃນວັນທີ 6 ມີນາ 2019 (ປ່ຽນແທນບົດບັນທຶກຊ່ວຍຈໍາທີ່ໄດ້ລົງນາມ ປີ 2004). ປະຊາຄົມຊາວຫວຽດນາມ ອາໄສຢູ່ມາເລເຊຍ ມີປະມານ 65.000 ຄົນ, ເຊິ່ງໄດ້ເປັນຂົວຕໍ່ປະກອບສ່ວນຊຸກຍູ້ການພົວພັນທີ່ເປັນມູນເຊື້ອລະຫວ່າງສອງປະເທດໃຫ້ນັບມື້ນັບດີຂຶ້ນ.

ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຄັ້ງນີ້ຂອງທ່ານ Mahathir Mohamad ນາຍົກລັດຖະມົນຕີ ໄດ້ດໍາເນີນໄປໃນສະພາບການພົວພັນດ້ານການເມືອງລະຫວ່າງສອງປະເທດນັບມື້ນັບດີຂຶ້ນ, ມີຄວາມເຊື່ອໝັ້ນເຊິ່ງກັນ ແລະກັນ; ການຮ່ວມມືໃນທຸກຂົງເຂດເສດຖະກິດ-ການຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ແຮງງານ, ການທ່ອງທ່ຽວໄດ້ຮັບການຊຸກຍູ້.

ໂດຍ: ໄຊນີດາ