ຂ້ໍມູນດັ່ງກ່າວໄດ້ຢັ້ງຢືນທີ່ກອງປະຊຸມຄັ້ງທີ 7 ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ດ້ວຍຫົວຂໍ້ “ບົດບາດຂອງສະພາແຫ່ງຊາດໃນການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດກຳປູເຈຍ - ລາວ - ຫວຽດນາມ ໃນເຂດສາມຫຼ່ຽມພັດທະນາ” ທີ່ດໍາເນີນໃນລະຫວ່າງວັນທີ 17-18 ສິງຫາ ຢູ່ນະຄອນຮ້າລອງ, ແຂວງກວາງນິງ.

leftcenterrightdel
ກອງປະຊຸມຄັ້ງທີ 7 ກຳມາທິການການຕ່າງປະເທດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ. ພາບ: quochoi.vn.

ກອງປະຊຸມຄັ້ງນີ້ແມ່ນຂີດໝາຍໄລຍະທາງ 20 ປີແຫ່ງການກຳເນີດ ແລະພັດທະນາຂອງເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ແລະກໍ່ແມ່ນໂອກາດເພື່ອຫວນຄືນ, ຕີລາຄາຮອບດ້ານປະສິດທິຜົນຂອງການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ.

ບັນດາໝາກຜົນຕັ້ງໜ້າຈາກການຮ່ວມມືໃນເຂດສາມຫຼ່ຽມພັດທະນາ

ທີ່ກອງປະຊຸມຄັ້ງນີ້, ຕາງໜ້າຄະນະກຳມະການປະສານງານຫວຽດນາມ ເຂດສາມຫຼ່ຽມພັດທະນາ CLV, ທ່ານ ຫວູດ້າຍຖັ໋ງ, ຮອງລັດຖະມົນຕີກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ມີບົດລາຍງານສຳຄັນກ່ຽວກັບສະພາບການຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນ.

ໃນໄລຍະຜ່ານມາ, ບັນດາກະຊວງ, ຂະແໜງການຂອງ 3 ປະເທດ ແລະ 13 ແຂວງໃນພາກພື້ນໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງຮ່ວມມຶືຂອງການນຳຂັ້ນສູງ 3 ປະເທດ ແລະບັນລຸໄດ້ບັນດາຜົນງານຕັ້ງໜ້າໃນທຸກຂົງເຂດ. ຕາມທ່ານ ຫວູດ້າຍຖັ໋ງ ແລ້ວ, ປະຈຸບັນ, ກະຊວງແຜນການ ແລະການລົງທຶນຫວຽດນາມ ໄດ້ສົມທົບກັບກຸ່ມປະຕິບັດງານຝ່າຍກຳປູເຈຍ ແລະລາວ ກວດກາຄືນໝາກຜົນການປະຕິບັດແຜນແມ່ບົດການພັດທະນາເສດຖະກິດ-ສັງຄົມ ເຂດສາມຫຼ່ຽມພັດທະນາ CLV ໄລຍະ 2011 – 2020 ແລະກ້າວໄປເຖິງການຍື່ນສະເໜີຕໍ່ການນຳຂັ້ນສູງ 3 ປະເທດກ່ຽວກັບການວາງແຜນກຳນົດໃໝ່ໃຫ້ໄລຍະ 2021 - 2030.

ທ່ານ ຫວູດ້າຍຖັ໋ງ ກໍ່ລາຍງານກ່ຽວກັບສະພາບການຮ່ວມມືຂອງ 3 ປະເທດໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ຄົມມະນາຄົມ; ກະສິກຳ, ປ່າໄມ້; ການທ່ອງທ່ຽວ; ອຸດສາຫະກຳ; ການສຶກສາ; ການແພດ. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນບັນດາຝ່າຍໄດ້ສົມທົບກັນຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງໄດ້ຮັບການລົງນາມລະຫວ່າງຫວຽດນາມ, ລາວ ແລະກຳປູເຈຍ ຖືກຕາມຄຳໝັ້ນສັນຍາໂດຍພື້ນຖານ. ການປະຕິບັດຂໍ້ຕົກລົງຕ່າງໆໄດ້ຮັບການຕີລາຄາປະຈຳໄລຍະ ຫຼື ກ່ອນການດຳເນີນກອງປະຊຸມແຕ່ລະສະໄໝ.

ທ່ານ ຫວູດ້າຍຖັ໋ງ ເນັ້ນໜັກວ່າ, ການຜັນຂະຫຍາຍ, ປະຕິບັດບັນດາຂໍ້ຕົກລົງເຫຼົ່ານັ້ນໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ປົກປ້ອງຜົນປະໂຫຍດຂອງຊາດ, ອົງການຈັດຕັ້ງ ແລະບຸກຄົນຂອງຫວຽດນາມ, ຜ່ານນັ້ນເຮັດໃຫ້ສາຍພົວພັນຍາວນານຂອງຫວຽດນາມ ກັບລາວ ແລະກຳປູເຈຍ ໃນເຂດສາມຫຼ່ຽມພັດທະນາເວົ້າສະເພາະ ແລະລະຫວ່າງສາມປະເທດເວົ້າລວມເລິກເຊິ່ງກວ່າອີກ.

ບັນດາຂໍ້ຕົກລົງກ່ຽວຂ້ອງເຖິງຫຼາຍຂົງເຂດຮ່ວມມື, ຄື: ເສດຖະກິດ, ການລົງທຶນ, ການຄ້າ, ວັດທະນະທໍາ, ການສຶກສາ-ກໍ່ສ້າງ, ຄົມມະນາຄົມຂົນສົ່ງ... ໄດ້ປະກອບສ່ວນສ້າງກອບນິຕິກຳ ແລະສ້າງເງື່ອນໄຂສະດວກຍູ້ແຮງການພົວພັນຮ່ວມມື, ພັດທະນາເສດຖະກິດ. ພ້ອມທັງ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນສິນຄ້າ, ຄົນ ແລະພາຫະນະໄປມາຜ່ານຊາຍແດນ, ແມ່ນປະຖົມປັດໄຈດຶງດູດການລົງທຶນ, ການຄ້າ, ການທ່ອງທ່ຽວ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນຢູ່ 13 ແຂວງໃນເຂດສາມຫຼ່ຽມພັດທະນາ CLV.

ເພື່ອຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງສາມປະເທດໃຫ້ມີປະສິດທິຜົນ

ຈາກບັນດາໝາກຜົນບັນລຸໄດ້ໃນວິວັດການຜັນຂະຫຍາຍຂ້ໍຕົກລົງຕ່າງໆລະຫວ່າງ 3 ປະເທດ, ເພື່ອປະຕິບັດໄດ້ເປົ້າໝາຍທີ່ໄດ້ວາງອອກ, ໃນໄລຍະຈະມາເຖິງ, 3 ປະເທດຄວນປະຕິບັດບັນດາມາດຕະການຕາມ 4 ກຸ່ມເນື້ອໃນກ່ຽວກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ການລົງທຶນ; ຂົງເຂດສັງຄົມ; ການພັດທະນາໂຄງປະກອບໂຄງລ່າງ.

ໃນນັ້ນ, ກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ, ການລົງທຶນ, ບັນດາຝ່າຍຕ້ອງສຳເລັດບົດລາຍງານຕີລາຄາໝາກຜົນການຜັນຂະຫຍາຍແຜນແມ່ບົດການພັດທະນາເສດຖະກິດ-ສັງຄົມ ເຂດສາມຫຼ່ຽມພັດທະນາ CLV ໄລຍະ 2011 – 2020 ແລະສ້າງແຜນກຳນົດໃໝ່ໃຫ້ໄລຍະ 2021 - 2030; ແຜນການພັດທະການທ່ອງທ່ຽວເຂດສາມຫຼ່ຽມພັດທະນາ CLV; ບົດລາຍງານການຄົ້ນຄວ້າກ່ຽວກັບແຜນການພັດທະນາຂະແໜງອຸດສາຫະກຳຢາງພາລາໃຫ້ເຂດສາມຫຼ່ຽມພັດທະນາ CLV. ພ້ອມກັນນັ້ນ, ຕ້ອງສົມທົບກັນໃນການກໍ່ສ້າງກົນໄກ, ນະໂຍບາຍເພື່ອບູລິມະສິດດຶງດູດການລົງທຶນຈາກບັນດາປະເທດໃນເຂດສາມຫຼ່ຽມພັດທະນາ ເພື່ອເສີມຂະຫຍາຍທ່າແຮງ ແລະກຳລັງພາຍໃນຂອງແຕ່ລະປະເທດ.

ກ່ຽວກັບຂົງເຂດສັງຄົມ, ຄວນຍູ້ແຮງບັນດາການເຄື່ອນໄຫວໜູນຊ່ວຍ, ການຮ່ວມມືຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດຢູ່ບັນດາແຂວງໃນເຂດສາມຫຼ່ຽມພັດທະນາ; ເອົາໃຈໃສ່ປະຕິບັດບັນດານະໂຍບາຍສັງຄົມໃຫ້ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ ແລະເຂດຊາຍແດນເຂດສາມຫຼ່ຽມພັດທະນາໃຫ້ເປັນຢ່າງດີ, ໂດຍສະເພາະແມ່ນນະໂຍບາຍກ່ຽວກັບສຸຂະພາບ, ການແພດ, ການສຶກສາ, ລົບລ້າງການກືກໜັງສື, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

ກ່ຽວກັບການພັດທະນາໂຄງປະກອບໂຄງລ່າງ, ສືບຕໍ່ປະຕິບັດບັນດາສັນຍາສອງຝ່າຍ ແລະຫຼາຍຝ່າຍກ່ຽວກັບໂຄງປະກອບໂຄງລ່າງ, ສ້າງເງື່ອນໄຂສະດວກໃຫ້ແກ່ການຂົນສົ່ງຄົນ ແລະສິນຄ້າໄປມາຜ່ານຊາຍແດນ, ການຂົນສົ່ງລະຫວ່າງຊາດ. ເພີ່ມທະວີການສົມທົບກັນຢູ່ທຸກຂັ້ນລະຫວ່າງບັນດາປະເທດເພື່ອປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ມີປະສິດທິຜົນ.

ພ້ອມທັງ, ເພີ່ມທະວີການສົມທົບກັບບັນດາອົງການຈັດຕັ້ງສາກົນ, ບັນດາອົງການການເງິນ, ບັນດານັກອຸປະຖຳ (ຄືຶ: ADB, WB, ຍີ່ປຸ່ນ, ສ. ເກົາຫຼີ...) ເພື່ອລະດົມແຫຼ່ງກໍາລັງດ້ານການເງິນໃຫ້ບັນດາໂຄງການລົງທຶນກໍ່ສ້າງໂຄງປະກອບໂຄງລ່າງ ກໍ່ຄືບັນດາໂຄງການໜູນຊ່ວຍດ້ານເຕັກນິກ ແລະຍົກສູງກຳລັງຄວາມສາມາດເພີ່ມທະວີການເຊື່ອມຕໍ່.

ໂດຍ: ແສງເດືອນ