ປະຫວັດສາດຫວຽດນາມ ແລະລຸງໂຮ່

ໂດຍແມ່ນຊາວຫວຽດນາມ, ພວກເຮົາຄວນເອກອ້າງທະນົງໃຈຍ້ອນວ່າໄດ້ຮັບຄວາມຮູ້ຈັກຈາກເພື່ອນມິດສາກົນຫຼາຍຄົນ. ພິເສດ, ໃນຂົງເຂດການຄົ້ນຄວ້າ, ວິຊາການສຶກສາທີ່ມີລັກສະນະທາງການ, ເພື່ອນມິດມີຄວາມເຂົ້າໃຈຫວຽດນາມ ຈະແຈ້ງພໍສົມຄວນ, ຕົວຢ່າງຄື ສ.ເກົາຫຼີ. ຢູ່ ສ.ເກົາຫຼີ, ວິຊາປະຫວັດສາດແມ່ນວິຊາທີ່ສໍາຄັນ. ຢູ່ຂັ້ນມັດທະຍົມ, ນັກຮຽນ ສ.ເກົາຫຼີ ໄດ້ຮຽນ 3 ເນື້ອໃນຕົ້ນຕໍ: ປະຫວັດສາດໂລກ, ປະຫວັດສາດອາຊີຕາເວັນອອກ ແລະປະຫວັດ ສາດສ.ເກົາຫຼີ. ໃນພາກສ່ວນປະຫວັດສາດອາຊີຕາເວັນອອກ, ນັກຮຽນໄດ້ຮຽນປະຫວັດສາດຂອງ 3 ປະເທດຕົ້ນຕໍແມ່ນ: ຈີນ, ຍີ່ປຸ່ນ ແລະຫວຽດນາມ. 

leftcenterrightdel
ທ່ານພົນຕີ ຮົ່ງກື ສະເທືອນໃຈເມື່ອເຫັນລາຍລັກອັກສອນຂອງລຸງໂຮ່. ພາບ: ດົງແອັງ.

ທ່ານ ຈູງຮວານຊາງ, ນັກຄົ້ນຄວ້າກ່ຽວກັບວັດທະນະທໍາຫວຽດນາມ ໃຫ້ຮູ້ວ່າ: “ອາດເວົ້າໄດ້ວ່າ, ນັກຮຽນ ສ.ເກົາຫຼີ ເຂົ້າໃຈແຈ້ງພໍສົມຄວນກ່ຽວກັບບັນດາບຸລຸດປະຫວັດສາດຂອງຫວຽດນາມ ຄື: ຈືງຈັ໊ກ, ຈືງຫຍີ້ ຈົນຮອດໂຮ່ຈີມິນ. ໃນນັ້ນ, ຊີວິດ ແລະພາລະກິດຂອງປະທານໂຮ່ຈີມິນ ຍາມໃດກໍ່ແມ່ນເນື້ອໃນຈັບອົກຈັບໃຈທີ່ສຸດ, ຍ້ອນມັນຕິດພັນກັບພາລະກິດປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ”. ໂດຍແມ່ນພະນັກງານການທູດທີ່ໄດ້ພັກບໍານານແລ້ວ, ໃນຫຼາຍປີຜ່ານມາ, ທ່ານໄດ້ຄົ້ນຄວ້າກ່ຽວກັບແນວຄິດໂຮ່ຈີມິນ. ທ່ານຖືວ່າ, ຄຳພິໄນກຳຂອງປະທານໂຮ່ຈີມິນ ມີຄຸນຄ່າໝູນໃຊ້ສູງທີ່ສຸດບໍ່ພຽງແຕ່ສໍາລັບ ຫວຽດນາມ ເທົ່ານັ້ນ, ຫາກຍັງສໍາລັບທຸກໆປະເທດອີກດ້ວຍ, ໃນນັ້ນມີບັນດາບັນຫາ, ຄື: ຄວາມສາມັກຄີໃນພັກກໍາອໍານາດ, ການເບິ່ງແຍງດູແລເຖິງການດໍາລົງຊີວິດຂອງປະຊາຊົນ, ການບໍາລຸງໃຫ້ຜູ້ມີຄວາມເກັ່ງກ້າສາມາດ... ນັ້ນແມ່ນບັນດາບັນຫາໄດ້ຮັບຄວາມເອົາໃຈໃສ່ຄົ້ນຄວ້າ.

ຄຽງຂ້າງຄຳພິໄນກຳ, ຕະຫຼອດຊີວິດຂອງປະທານໂຮ່ຈີມິນ ເປັນແບບຢ່າງທີ່ດີເຮັດໃຫ້ເພືື່ອນມິດນິຍົມນັບຖືທີ່ສຸດ. ທີ່ງານວາງສະແດງ “ຄຳພິໄນກຳຂອງລຸງໂຮ່ - ແສງສະຫວ່າງເຍືອງທາງ”, ແຂກມາຢ້ຽມຊົມຫຼາຍຄົນ ໄດ້ມີຄວາມສະເທືອນໃຈເມື່ອໄດ້ເຫັນເສື້ອ, ເກີບ, ເຄື່ອງພິມດີດຂອງລຸງໂຮ່... ບັນດາວັດຖຸພັນດັ່ງກ່າວໄດ້ປະກອບສ່ວນພິສູດໃຫ້ເຫັນຊີວິດອັນສູງສົ່ງຂອງລຸງໂຮ່, ປະກອບສ່ວນເຮັດໃຫ້ຄຸນຄ່າໃນຄໍາພິໄນກໍາຂອງເພິ່ນແຜ່ແສງສະຫວ່າງ.

leftcenterrightdel
ແຂກມາຢ້ຽມຊົມງານວາງສະແດງ “ຄຳພິໄນກຳຂອງລຸງໂຮ່ - ແສງສະຫວ່າງເຍືອງທາງ”. ພາບ: ດົງແອັງ.

ການໝູນໃຊ້ຄໍາພິໄນກໍາຂອງລຸງໄຮ່ ໃນພຶດຕິກຳຕົວຈິງ

ພາຍຫຼັງວັນລຸງໂຮ່ລ່ວງລັບໄປ, ໄດ້ມີການແຂ່ງຂັນຮໍ່າຮຽນ, ປະຕິບັດຕາມຄໍາພິໄນກຳຂອງເພິ່ນຫຼາຍຄັ້ງ. ໄດ້ມີກອງປະຊຸມສໍາມະນາວິທະຍາສາດນັບຮ້ອຍຄັ້ງ ແລະພວກເຮົານັບມື້ນັບຊອກເຫັນສິ່ງທີ່ໃໝ່ອ່ຽມຫຼາຍຢ່າງ. ຍ້ອນບັນດາຄຸນຄ່າທີ່ມີລັກສະນະຍືນຍົງຄົງຕົວນັ້ນ, ຄໍາພິໄນກໍາຂອງລຸງໂຮ່ ໄດ້ຮັບຮອງຈາກນາຍົກລັດຖະມົນຕີ ວ່າແມ່ນ “ສິ່ງລ້ຳຄ່າຂອງຊາດ”.

ທ່ານ ຮສຈ. ປອ ໂດ໋ວັນຈຸ, ຮອງປະທານສະມາຄົມມໍລະດົກວັດທະນະທໍາຫວຽດນາມ ໃຫ້ຮູ້ວ່າ, ທ່ານຫາກໍ່ເຂົ້າຮ່ວມກອງປະຊຸມສໍາມະນາວິທະຍາສາດພາຍໃຕ້ຫົວຂໍ້ “ຄໍາພິໄນກໍາໂຮ່ຈີມິນ - ຄຸນຄ່າທິດສະດີ ແລະພຶດຕິກໍາຕົວຈິງ” ໂດຍສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ຈັດຕັ້ງ, ສະນັ້ນ, ທ່ານດີໃຈທີ່ສຸດເມື່ອໄດ້ເຂົ້າຮ່ວມງານວາງສະແດງ “ຄຳພິໄນກຳຂອງລຸງໂຮ່ - ແສງສະຫວ່າງເຍືອງທາງ” ໂດຍຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ຈັດຕັ້ງ. ຍ້ອນວ່າຜ່ານງານວາງສະແດງ, ໃນຖານະແມ່ນນັກຄົ້ນຄວ້າ, ທ່ານເຫັນແຈ້ງກວ່າກ່ຽວກັບການໝູນໃຊ້ແນວຄິດຂອງລຸງໂຮ່ ເຂົ້າໃນພຶດຕິກໍາຕົວຈິງ. ທ່ານ ຮສຈ. ປອ ໂດ໋ວັນຈຸ ເວົ້າວ່າ: “ພຽງແຕ່ໝູນໃຊ້ແນວຄິດ, ໝູນໃຊ້ບັນດາຄໍາຕັກເຕືອນຂອງລຸງໂຮ່ ໃນຄໍາພິໄນກໍາເຂົ້າໃນພຶດຕິກໍາຕົວຈິງ ຈຶ່ງເຮັດໃຫ້ຄໍາພິໄນກໍາມີພະລັງຊີວິດ.

50 ປີຜ່ານມາ, ດ້ວຍການປ່ຽນແປງຫຼາຍຢ່າງຂອງປະຫວັດສາດ, ປັດຈຸບັນ, ປະເທດຫວຽດນາມ ພວມຢືນຕໍ່ໜ້າຄວາມສະດວກ ແລະສິ່ງທ້າທາຍຫຼາຍຢ່າງ, ສະນັ້ນ, ຮຽກຮ້ອງໃຫ້ພວກເຮົາຕ້ອງໝູນໃຊ້ຄໍາພິໄນກໍາຂອງລຸງໂຮ່ຢ່າງລະອຽດ, ຈາກແຜນນະໂຍບາຍ, ແນວທາງ, ນະໂຍບາຍຂອງພັກຈົນຮອດການຝຶກຝົນຫຼໍ່ຫຼອມຄຸນສົມບັດຂອງພະນັກງານ, ສະມາຊິກພັກຕ້ອງມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງກວ່າອີກ”.

ເມື່ອມາຢ້ຽມຊົມສະຖານທີ່ວາງສະແດງທີ່ສະຫງວນໃຫ້ການແນະນໍາບັນດາແບບຢ່າງດີເດັ່ນ, ບັນດາຫົວເລື່ອງ, ຂໍ້ລິເລີ່ມທີ່ດີເດັ່ນໃນກອງທັບ, ໝາກຜົນແຫ່ງການປະຕິບັດໃນບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດສະຕິປັນຍາ, ສົມເປັນທະຫານລຸງໂຮ່”, ພວກເຮົາ ມີຄວາມເອກອ້າງທະນົງໃຈຕື່ມອີກກ່ຽວກັບບັນດາຜົນງານອັນສະຫງ່າລາສີຂອງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ. ສິ່ງເຫຼົ່ານັ້ນໄດ້ສ້າງການເຊື່ອມຕໍ່ລະຫວ່າງຄໍາພິໄນກໍາຂອງລຸງໂຮ່ ກັບພຶດຕິກໍາຕົວຈິງທີ່ມີຊີວິດຊີວາຂອງກອງທັບປະຊາຊົນຫວຽດນາມ ໃນທ່າກ້າວຂຶ້ນເປັນກໍາລັງຫຼວງ, ຍອດຢ້ຽມ, ທັນສະໄໝເທື່ອລະກ້າວ.

ໂດຍໄດ້ຮູ້ວ່າ, ຫໍພິພິທະພັນປະຫວັດສາດການທະຫານຫວຽດນາມ ໄດ້ມີແຜນການຈັດຕັ້ງງານວາງສະແດງ “ຄຳພິໄນກຳຂອງລຸງໂຮ່ - ແສງສະຫວ່າງເຍືອງທາງ” ຢູ່ຫຼາຍກົມກອງໃນທົ່ວກອງທັບເພື່ອຮັບໃຊ້ທະຫານ, ຜ່ານນັ້ນແຜ່ຂະຫຍາຍຂະບວນການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ ຢູ່ໃນກົມກອງ.

ໂດຍ: ທູຈາງ