ຢັ້ງຢືນທາດແທ້, ເຈດຈຳນົງ ແລະກຳລັງປະດິດຄິດສ້າງທີ່ຍອດຍິ່ງ

ເດືອນ ມັງກອນ 2014, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ, ກົມໃຫຍ່ການເມືອງ ໄດ້ເລືອກເຟັ້ນ ເອົາກອງພັນໃຫຍ່ “ກອງພົນ 312, ກອງພົນໃຫຍ່ 1) ຈັດຕັ້ງພິທີປຸກລະດົມບັ້ນຂົນຂວາຍ “ເສີມຂະຫຍາຍມູນເຊື້ອ, ອຸທິດຄວາມເກັ່ງກ້າສາມາດ, ສົມກັບທະຫານລຸງໂຮ່” ແລະກໍ່ຈາກນີ້, ບັ້ນຂົນຂວາຍໄດ້ແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງໃນກອງພົນໃຫຍ່ ແລະໃນທົ່ວກອງທັບຢ່າງບໍ່ຢຸດຢັ້ງ. ທ່ານພັນເອກພິເສດ ຫງວຽນດຶກຮືງ, ຫົວໜ້າການເມືອງກອງພົນໃຫຍ່ 1 ໃຫ້ຮູ້ວ່າ: “ໂດຍຮັບຮູ້ຄຸນຄ່າທີ່ເປັນມູນເຊື້ອຂອງກົມກອງວິລະຊົນ, ຄວາມຮັບຜິດຊອບຂອງກົມກອງເຊິ່ງການນຳຂັ້ນສູງໄດ້ເລືອກເຟັ້ນເປັນບ່ອນປຸກລະດົມ, ພວກຂ້າພະເຈົ້າໄດ້ຕັດສິນໃຈປະຕິບັດບັ້ນຂົນຂວາຍດ້ວຍຄວາມຮັບຜິດຊອບສູງທີ່ສຸດ.

leftcenterrightdel
ບັນດາໝູ່ຄະນະດີເດັ່ນໃນການປະຕິບັດບັ້ນຂົນຂວາຍ. ພາບ: ຈິ້ງຢູງ.

ຢູ່ເຂດຊາຍແດນທິດຕາເວັນຕົກສ່ຽງເໜືອ, ພະນັກງານ, ນັກຮົບກອງພັນໃຫຍ່ 82 (ທະຫານເຂດ 2) ຍາມໃດກໍ່ເສີມຂະຫຍາຍມູນເຊື້ອກົມກອງວິລະຊົນ, ວັນຄືນໄດ້ເມົາມົວກັບໜ້າທີ່ຝຶກແອບ, ກຽມພ້ອມສູ້ຮົບປົກປັກຮັກສາຊາຍແດນປະເທດຊາດ. ຕາມທ່ານພັນເອກ ກາວຊວນແທ່ງ, ຫົວໜ້າການເມືອງກອງພັນໃຫຍ່ 82 ແລ້ວ: ໃນໄລຍະຜ່ານມາ, ກົມກອງບໍ່ພຽງແຕ່ມານະພະຍາຍາມປະຕິບັດສຳເລັດໜ້າທີ່ການເມືອງແມ່ນຝຶກແອບເກັ່ງ, ກຽມພ້ອມສູ້ຮົບສູງເທົ່ານັ້ນ, ຫາກຍັງໄດ້ກຳນົດໄວ້ວ່າ ຕ້ອງກໍ່ສ້າງ “ທ່າສະໜາມຮົບໃນຈິດໃຈປະຊາຊົນ”  ໃຫ້ມີຄວາມໝັ້ນຄົງເຂັ້ມແຂງອີກດ້ວຍ.

ແຕ່ປີ 2014 ມາຮອດປະຈຸບັນ, ການປະຕິບັດໜ້າທີ່ສົມທົບກັບວຽກງານຂົນຂວາຍມະຫາຊົນຢູ່ເມືອງດ້ຽນບຽນ ແລະເມືອງດ້ຽນບຽນດົງ (ແຂວງດ້ຽນບຽນ), ກົມກອງໄດ້ຊ່ວຍ 13/25 ຕາແສງປະຕິບັດສໍາເລັດໂຄງການຊົນນະບົດໃໝ່. ກິນນຳກັນ, ຢູ່ຮ່ວມກັນ, ພ້ອມກັນເຮັດ, ພ້ອມກັນດໍາລົງຊີວິດກັບພໍ່ແມ່ປະຊາຊົນ, ພະນັກງານ, ນັກຮົບກອງພັນໃຫຍ່ 82 ໄດ້ປະຕິບັດວຽກງານສູງສົ່ງຫຼາຍຢ່າງ ແລະໄດ້ຮັບຄວາມຮັກແພງ, ເຄົາລົບນັບຖືຈາກຄະນະພັກ ແລະປະຊາຊົນບັນດາເຜົ່າຢູ່ແຂວງດ້ຽນບຽນ.

ກຳນົດວ່າ “ເກາະແມ່ນເຮືອນຢູ່, ທະເລແມ່ນບ້ານເກີດເມືອງນອນ” ພະນັກງານ, ນັກຮົບເມືອງເກາະເຈື່ອງຊາ ເວົ້າລວມ, ເກາະເຈື່ອງຊາດົງ ເວົ້າສະເພາະຍາມໃດກໍ່ຜ່ານຜ່າທຸກຄວາມຫຍຸ້ງຍາກກາກກຳ, ບືນຕົວຂຶ້ນປະຕິບັດສຳເລັດໜ້າທີ່ຢ່າງດີ. ຢູ່ເຂດຊາຍແດນ, ຢູ່ທະເລ, ໝູ່ເກາະ, ພະນັກງານນັກຮົບກຳປືນຢ່າງໜັກແໜ້ນ, ພິລະອາດຫານ, ອົງອາດກ້າແກ່ນ, ຍອມເສຍສະຫຼະຊີວິດເພື່ອປົກປັກຮັກສາປະເທດຊາດ, ທະຫານລຸງໂຮ່ສ້າງເສດຖະກິດ, ຄົ້ນຄວ້າວິທະຍາສາດ, ເຕັກນິກ... ກໍ່ສະແດງໃຫ້ເຫັນທາດແທ້, ຄວາມເກັ່ງກ້າສາມາດຂອງຕົນຢ່າງຈະແຈ້ງ... ທ່ານພັນໂທ, ປອ. ໂຮ່ຫຶວເທາະ, ຫົວໜ້າຫ້ອງ ເຕັກໂນໂລຢີແຢນ ແລະກຳມະພັນຈຸລັງ, ສະຖາບັນຄົ້ນຄວ້າການແພດການຢາການທະຫານ, ວິທະຍາຄານການແພດທະຫານແມ່ນໜຶ່ງໃນຫຼາຍແບບຢ່າງ, ດ້ວຍຄວາມເກັ່ງກ້າສາມາດ ແລະຈັນຍາບັນທາງການແພດ, ທ່ານພັນໂທ ໂຮ່ຫຶວເທາະ ໄດ້ມີກິດຈະກຳວິທະຍາສາດທຳອິດຂອງຂະແໜງການແພດທະຫານຫວຽດນາມ ເຊິ່ງໄດ້ຮັບໃບຢັ້ງຢືນຈາກກົມ ເຄື່ອງໝາຍການຄ້າ ແລະລິຂະສິດອາເມລິກາ.

ແມ່ນນັກວິສະວະກອນໜຸ່ມ, ທ່ານຮ້ອຍໂທ ຫວູວັນບິ່ງ ໄດ້ຮັບການຮູ້ຈັກເຖິງຍ້ອນວ່າມີຫຼາຍແນວຄວາມຄິດໃນການປະດິດຄິດສ້າງ, ບຸກທະລຸ, ສ້າງກຳໄລໃຫ້ກຸ່ມບໍລິສັດອຸດສາຫະກຳ -ໂທລະຄົມມະນາຄົມກອງທັບ  (Viettel)  ໄດ້ຫຼາຍຮ້ອຍຕື້ດົ່ງ. ໜຶ່ງໃນບັນດາການຄົ້ນຄ້ວາ ແລະໝູນໃຊ້ຜົນສຳເລັດຂອງທ່ານ ບິ່ງ ໄດ້ເລືອກເອົາເຕັກໂຕໂລຢີ GPON ເພື່ອສະໜອງອິນເຕີແນັດຄວາມຖີ່ກວ້າງໃນທົ່ວປະເທດ, ຊ່ວຍ Viettel ສະໜອງການບໍລິການທີ່ມີຄຸນນະພາບສູງ, ສ້າງທ່າແຮງໃນການແກ່ງແຍ້ງໃຫຍ່, ມາຮອດປະຈຸບັນ, ໃນທົ່ວປະເທດໄດ້ມີລູກຄ້າກວ່າ 5 ລ້ານຄົນນຳໃຊ້ເຕັກໂນໂລຢີ GPON, ແມ່ນພື້ນຖານໂຄງລ່າງຊ່ວຍເຊື່ອມຕໍ່ຂໍ້ມູນຂ່າວສານ, ຜັນຂະຫຍາຍບັນດາການບໍລິການດີຈີຕອນ, ປະກອບສ່ວນຍົກສູງລະດັບຄວາມຮູ້ຂອງປະຊາຊົນ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນ...

ເຮັດໃຫ້ທະຫານລຸງໂຮ່ມີຊື່ສຽງໂດ່ງດັງໃນຍຸກສະໄໝໃໝ່ຕື່ມອີກ

ທ່ານພົນໂທ ຫງວຽນຈ້ອງເຫງ້ຍ, ກຳມະການສູນກາງພັກ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ຢັ້ງຢືນວ່າ: ການກຳນົດເນື້ອໃນຈຸດສຸມຂອງບັ້ນຂົນຂວາຍແມ່ນກໍ່ສ້າງກອງທັບໃຫ້ມີຄວາມໝັ້ນຄົງເຂັ້ມແຂງດ້ານການເມືອງ, ຍົກສູງຄຸນນະພາບສັງລວມ, ກຳລັງແຮງ ແລະຄວາມສາມາດກຽມພ້ອມສູ້ຮົບຢ່າງບໍ່ຢຸດຢັ້ງ, ປະຕິບັດສຳເລັດໜ້າທີ່ປົກປັກຮັກສາປະເທດຊາດໃນສະພາບການໃໝ່, ຍ້ອນເຫດນັ້ນ, ຄະນະພັກ, ການນຳທຸກຂັ້ນຈຶ່ງໄດ້ເອົາໃຈໃສ່ປ່ຽນແປງໃໝ່ເນື້ອໃນ, ມາດຕະການຊີ້ນຳ, ນຳພາ, ຜັນຂະຫຍາຍປະຕິບັດຢ່າງເຂັ້ມງວດ. ຜ່ານນັ້ນໄດ້ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມ ຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຍຶດໝັ້ນເປົ້າໝາຍ, ອຸດົມຄະຕິສູ້ຮົບ; ຍົກສູງຈິດໃຈອົດທົນຕໍ່ຄວາມຫຍຸ້ງຍາກລຳບາກ, ເສຍສະຫຼະຊີວິດ, ພ້ອມແລ້ວທີ່ຈະຮັບ ແລະປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ມອບໝາຍໃຫ້ເປັນຢ່າງດີ.

ທົ່ວກອງທັບໄດ້ເສີມຂະຫຍາຍບົດບາດຫຼັກແຫຼ່ງໃນການກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດຕິດພັນກັບທົ່ວປວງຊົນປ້ອງກັນຄວາມສະຫງົບ; ກໍ່ສ້າງເຂດປ້ອງກັນບໍລິເວນທະຫານເຂດ, ບັນດາແຂວງ, ນະຄອນໃຫ້ມີຄວາມໝັ້ນຄົງເຂັ້ມແຂງ; ຍູ້ແຮງ ແລະຍົກສູງປະສິດທິຜົນວຽກງານພົວພັນຕ່າງປະເທດດ້ານປ້ອງກັນຊາດ, ເພີ່ມທະວີກຳລັງແຮງບົ່ມຊ້ອນ, ກຳລັງແຮງປ້ອງກັນຊາດຂອງປະເທດ, ປະກອບສ່ວນຍົກສູງຖານະບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງຫວຽດນາມ ໃນເວທີສາກົນ...

ສາມາດເວ້ົາໄດ້ວ່າ, ບັ້ນຂົນຂວາຍໄລຍະ 2014-2019 ນໍາມາເຊິ່ງປະສິດທິຜົນແທດຈິງຫຼາຍຢ່າງ, ມີຄວາມໝາຍອັນໃຫຍ່ຫຼວງ, ສ້າງຄວາມແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ. ນີ້ຈະແມ່ນພື້ນຖານເພື່ອໃຫ້ພະນັກງານ, ນັກຮົບໃນທົ່ວກອງທັບສືບຕໍ່ແຂ່ງຂັນ, ສູ້ຊົນຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ,  ນັບມື້ນັບມີຫຼາຍແບບຢ່າງດີເດັ່ນ, ປະກອບສ່ວນເຮັດໃຫ້ຄຸນນະທາດອັນສູງສົ່ງຂອງທະຫານລຸງໂຮ່ ນັບມື້ນັບເປັ່ງປະກາຍແສງສະຫວ່າງ.

ໂດຍ: ແສງເດືອນ