ບັນດາຜົນງານເຫຼົ່ານັ້ນແມ່ນໝາກຜົນແຫ່ງຄວາມເດັດດຽວ, ປະດິດສ້າງໃນການປະຕິບັດຄໍາສັ່ງສອນຂອງປະທານ ໂຮ່ຈີມິນ ໃນຄໍາພິໄນກໍາທີ່ສັກກະລະບູຊາ; ພ້ອມທັງກໍານົດທິດໃຫ້ນະຄອນສືບຕໍ່ສູ້ຊົນກໍ່ສ້າງນະຄອນ ໂຮ່ຈີມິນ ໃຫ້ “ສະຫງ່າຜ່າເຜີຍກວ່າ, ໃຫຍ່ໂຕສວຍງາມກວ່າ”.

ພາຍຫຼັງປະທານ ໂຮ່ຈີມິນ ເຖິງແກ່ມໍລະນະກຳ, ເມື່ອເດືອນ ກັນຍາ 1969, ຄະນະພັກເຂດໄຊງ່ອນ-ເຈີ້ເລີ໋ນ-ຢາດິ້ງ ໄດ້ເປີດກອງປະຊຸມພະນັກງານເພື່ອຊາບຊຶມ ແລະປະຕິບັດຄໍາສັ່ງຂອງກົມການເມືອງກ່ຽວກັບການດໍາເນີນຊີວິດທາງການເມືອງ “ຮໍ່າຮຽນ ແລະປະຕິບັດຕາມຄໍາພິໄນກໍາຂອງປະທານ ໂຮ່ຈີມິນ”, ປະກອບສ່ວນຍົກສູງຈິດໃຈປະຕິວັດບຸກໂຈມຕີ, ຄຸນນະທາດດ້ານການເມືອງ, ຈິດໃຈວິລະຊົນຂອງພະນັກງານ, ສະມາຊິກພັກ, ນັກຮົບທົ່ວນະຄອນໂຮ່ຈີມິນ. ຄໍາພິໄນກໍາຂອງເພີ່ນໄດ້ເຊື່ອມຊຶມໃນອົງຄະນະພັກ ແລະປະຊາຊົນໄຊງ່ອນ-ເຈີ້ເລີ໋ນ-ຢາດິ້ງ, ແມ່ນກໍາລັງໜູນດ້ານການເມືອງ, ຈິດໃຈອັນໃຫຍ່ຫຼວງ, ຕັດສິນໃຈຕີຊະນະສັດຕູອາເມລິກາ.

ໃນ 10 ປີທໍາອິດພາຍຫຼັງວັນປົດປ່ອຍ, ພ້ອມກັບທົ່ວປະເທດ, ນະຄອນໂຮ່ຈີມິນ ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກຫຼາຍຢ່າງ, ເສດຖະກິດຊຸດໂຊມ, ໂດຍສະເພາະແມ່ນໄພອຶດຫິວ ແລະຜົນຮ້າຍທີ່ໜັກໜ່ວງຈາກສົງຄາມ. ແຕ່ວ່າ, ດ້ວຍຄວາມເດັດດຽວປະຕິບັດຄໍາພິໄນກໍາຂອງລຸງໂຮ່, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ໄດ້ມານະພະຍາຍາມຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ.

leftcenterrightdel
ນະຄອນໂຮ່ຈີມິນ ພວມໃນທ່າພັດທະນາຢ່າງແຮງ. ພາບ: tuyengiao.vn.

ນະຄອນໂຮ່ຈີມິນ ໄດ້ມີບັນດາບາດກ້າວບຸກທະລຸ, ຜ່ານຜ່າສິ່ງກີດຂວາງຂອງກົນໄກລວມສູນເກື້ອກູນ, ເຮັດແຈ້ງທິດທາງ ແລະວິທີເຮັດໃໝ່, ຈີນຕະນາການໃໝ່ເທື່ອລະກ້າວ. ດ້ວຍຄວາມຂະຫຍັນຂັນເຄື່ອນ, ປະດິດສ້າງ, ປະຊາຊົນນະຄອນບໍ່ພຽງແຕ່ກູ້ເອົາຕົນເອງເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງແນວທາງປ່ຽນແປງໃໝ່, ນໍາປະເທດຊາດຜ່ານຜ່າວິກິດການ, ຫັນປ່ຽນພື້ນຖານເສດຖະກິດຈາກລວມສູນເກື້ອກູນເປັນເສດຖະກິດສິນຄ້າຫຼາຍພາກສ່ວນ, ດໍາເນີນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດອີກດ້ວຍ. ນັ້ນແມ່ນວິວັດແຫ່ງຄວາມມານະພະຍາຍາມກະໂດດຂັ້ນເພື່ອປະຕິບັດສິ່ງທີ່ລຸງໂຮ່ ສັ່ງສອນໃນຄໍາພິໄນກໍາ: “ທໍາອິດແມ່ນວຽກງານສຳລັບມະນຸດ”, ແມ່ນການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງເພື່ອຜົນປະໂຫຍດຂອງປະຊາຊົນ.

ດ້ວຍເປົ້າໝາຍກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ນັບມື້ນັບຮັ່ງມີ, ສວຍງາມ, ຜ່ານກວ່າ 30 ປີແຫ່ງການປ່ຽນແປງໃໝ່, ອົງຄະນະພັກ, ອໍານາດການປົກຄອງ, ປະຊາຊົນນະຄອນໂຮ່ຈີມິນ ຍາມໃດກໍ່ມານະພະຍາຍາມພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢ່າງບໍ່ຢຸດຢັ້ງ. ນະຄອນໄດ້ສຸມໃສ່, ລະດົມບັນດາແຫຼ່ງກໍາລັງລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ... ມີຫຼາຍຂະບວນການ “ເພື່ອປະຊາຊົນ” ໄດ້ປະກົດຕົວຢູ່ນະຄອນໂຮ່ຈີມິນ ແລະແຜ່ຂະຫຍາຍໄປທົ່ວປະເທດ, ຄື: ຂະບວນການກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈ; ເບິ່ງແຍງດູແລຄອບຄົວຜູ້ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ; ຂະບວນການລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ.

ຄາດຄະເນວ່າ, ທ້າຍປີ 2020, ນະຄອນໂຮ່ຈີມິນ ຈະສໍາເລັດເປົ້າໝາຍພື້ນຖານແມ່ນບໍ່ມີຄອບຄົວທຸກຍາກຕາມມາດຕະຖານນະຄອນ, ໄລຍະ 2019-2020; ລາຍຮັບສະເລ່ຍຕໍ່ຫົວຄົນຂອງຄອບຄົວທຸກຍາກເພີ່ມຂຶ້ນທົບ 3,5 ເທົ່າເມື່ອທຽບໃສ່ປີ 2011.

ຈົດຈໍາອາລົມຈິດ ແລະບັນດາຄໍາສັ່ງສອນຂອງລຸງໂຮ່ ທີ່ສະຫງວນໃຫ້ສະມາຊິກຊາວໜຸ່ມ, ຊາວໜຸ່ມ, ໃນ 50 ປີຜ່ານມາ, ພາຍໃຕ້ການຊີ້ນຳນໍາພາຂອງພັກ, ໄວໜຸ່ມນະຄອນຍາມໃດກໍ່ຕັ້ງໜ້າເຂົ້າຮ່ວມບັນດາວຽກງານທີ່ຫຍຸ້ງຍາກ, ຮ່ວມແຮງຮ່ວມໃຈແບກຫາບຄວາມຮັບຜິດຊອບກໍ່ສ້າງ ແລະປົກປັກຮັກສານະຄອນທີ່ຮັກແພງ. ໃນຊຸມປີແຫ່ງການຕໍ່ຕ້ານ, ບັນດາຂະບວນການແຫ່ຂະບວນປະທ້ວງ, ຕໍ່ສູ້ດ້ານການເມືອງຢ່າງເປີດເຜີຍ, ຕໍ່ສູ້ດ້ວຍກຳລັງອາວຸດ, ຂະບວນການຈູດລົດອາເມລິກາ-ຫຸ້ນ, ຂະບວນການ “ຮ້ອງເພງໃຫ້ພໍ່ແມ່ປະຊາຊົນເຮົາຟັງ”... ຍາມໃດກໍ່ຟົດຟື້ນເຕັມໄປດ້ວຍບັນຍາກາດປະຕິວັດຂອງໄວໜຸ່ມ. ຄະນະຊາວໜຸ່ມນະຄອນໄດ້ວາງອອກຫຼາຍລາຍການໃຫຍ່ທີ່ຮ່ວມເດີນທາງພ້ອມກັບຊາວໜຸ່ມໃນການກໍ່ຮ່າງສ້າງຕົວ, ຮັບໃຊ້ສັງຄົມ.

ເຄິ່ງສະຕະວັດໄດ້ຜ່ານໄປ, ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນນະຄອນໂຮ່ຈີມິນ ໄດ້ສູ້ຊົນຢ່າງບໍ່ຢຸດຢັ້ງເພື່ອກໍ່ສ້າງນະຄອນໂຮ່ຈີມິນ ໃຫ້ໃຫຍ່ໂຕ ແລະສວຍງາມກວ່າ, ຄຸນນະພາບຊີວິດນັບມື້ນັບດີກວ່າ. ເປົ້າໝາຍກໍ່ສ້າງນະຄອນສະຫຼາດ, ຕົວເມືອງປະດິດສ້າງ, ຍົກສູງສະຫວັດດິການສັງຄົມ... ພວມຄ່ອຍໆປະກົດຜົນເປັນຈິງ. ດ້ວຍທຸກສິ່ງທຸກຢ່າງທີ່ເຮັດໃດ້ນັ້ນ, ນະຄອນໂຮ່ຈີມິນ ພວມປະຕິບັດສິ່ງທີ່ລຸງໂຮ່ ຄອຍຖ້າ: “ໄຊຊະນະແລ້ວ, ພວກເຮົາຈະກໍ່ສ້າງປະເທດເຮົາຄືນໃໝ່ໃຫ້ສະຫງ່າຜ່າເຜີຍກວ່າ, ໃຫຍ່ໂຕສວຍງາມກວ່າ”.

ໂດຍ: ເກື່ອງດັ້ງ