leftcenterrightdel
ທ່ານ ຟ້າມບິ່ງມິນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ສຳນັກຂ່າວສານຫວຽດນາມ.

ວັນທີ 8 ສິງຫາ 2019, ອາຊຽນ ກ້າວເຂົ້າສູ່ອາຍຸ 52 ປີ. ໄລຍະທາງແຫ່ງການກຳເນີດ ແລະພັດທະນາຂອງອາຊຽນໃນກວ່າ 5 ທົດສະວັດທີ່ຜ່ານມາໄດ້ຮັບການສືບທອດດ້ວຍບັນດາຄວາມມານະພະຍາຍາມຂອງບັນດາປະເທດສະມາຊິກດ້ວຍເຂັມທິດແມ່ນຫັນຈິດໃຈຖະແຫຼງການບາງກອກ “ເພື່ອພາກພື້ນອາຊີຕາເວັນອອກສ່ຽງໃຕ້ສັນຕິພາບ-ເສລີພາບ-ວັດທະນາຖາວອນ” ປະກົດຜົນເປັນຈິງ.

ປະຊາຄົມທີ່ໝັ້ນຄົງເຂັ້ມແຂງດ້ານການເມືອງ, ສະໜິດຕິດພັນດ້ານເສດຖະກິດ ແລະອຸ້ມຊູ້ຊ່ວຍເຫຼືອ, ແບ່ງປັນເຊິ່ງກັນ ແລະກັນ.

ດ້ວຍປະຊາກອນກວ່າ 642 ລ້ານຄົນ ແລະເນື້ອທີ່ກວ່າ 1,7 ລ້ານກິໂລຕາແມັດ, ອາຊຽນ ແມ່ນຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ຄາດຄະເນວ່າເຖິງປີ 2050, ອາຊຽນ ກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ໃນໂລກ. ເພື່ອສະພາບແວດລ້ອມພາກພື້ນສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ, ບັນດາປະເທດອາຊຽນ ໄດ້ ແລະພວມມານະພະຍາຍາມຍົກສູງການເຈລະຈາ, ເພີ່ມທະວີການຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການເຄົາລົບກົດໝາຍສາກົນ, ສ້າງຕັ້ງ ແລະແບ່ງປັນບັນດາຄຸນຄ່າ, ບັນທັດຖານລວມທີ່ໄດ້ຮັບຮອງໃນສົນທິສັນຍາສະໜິດສະໜົມ ແລະຮ່ວມມື (TAC), ກົດບັດອາຊຽນ, ສົນທິສັນຍາວ່າດ້ວຍພາກພື້ນອາຊີຕາເວັນອອກສ່ຽງໃຕ້ ບໍ່ມີອາວຸດນິວເຄຼຍ (SEANWFZ), ຖະແຫຼງການກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC)… ອາຊຽນ ກໍ່ໄດ້ສະແດງຄວາມໝັ້ນຄົງເຂັ້ມແຂງດ້ານທາດແທ້ ແລະຄວາມສາມາດໃນການຮັກສາຄວາມສາມັກຄີ, ຄວາມເປັນເອກະພາບຕໍ່ກັບບັນດາບັນຫາສົ່ງຜົນກະທົບເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ, ຄື: ສະພາບການຢູ່ທະເລຕາເວັນອອກ, ບັນຫາຊາວອິດສະລາມ ຢູ່ລັດ Rakhai (ມຽນມາ), ແຫຼມເກົາຫຼີ... ການຮ່ວມມືສະກັດກັ້ນບັນດາສິ່ງທ້າທາຍເຖິງຄວາມໝັ້ນຄົງບໍ່ແມ່ນການທະຫານສືບຕໍ່ໄດ້ຮັບການຍູ້ແຮງ.

ບັນດາຄວາມມານະພະຍາຍາມໃນການຮ່ວມມືດ້ານເສດຖະກິດພາຍໃນກຸ່ມ ແລະກັບບັນດາຄູ່ຮ່ວມມືໄດ້ເຮັດໃຫ້ອາຊຽນມີລະດັບການເຕີບໂຕເສດຖະກິດໝັ້ນຄົງ, ຄາດຄະເນວ່າ ປີ 2019 ບັນລຸ 4,9%, ສູງກວ່າລະດັບປານກາງຂອງໂລກເກືອບສອງເທົ່າ. ລວມຍອດ GDP ບັນລຸປະມານ 3.000 ຕື້ໂດລາສະຫະລັດ. ອາຊຽນ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຄວາມດຶງດູດດ້ວຍຈຳນວນນັກທ່ອງທ່ຽວພາຍໃນກຸ່ມບັນລຸເກືອບ 50 ລ້ານຄົນ ແລະນັກທ່ອງທ່ຽວສາກົນບັນລຸເກືອບ 130 ລ້ານຄົນໃນປີ 2018.

ບົດບາດໃຈກາງໃນໂຄງປະກອບພາກພື້ນເປີດກວ້າງ

ອາຊຽນມີທີ່ຕັ້ງສຳຄັນ, ແມ່ນໃຈກາງຂອງພາກພື້ນທີ່ກວ້າງໃຫຍ່ເຊື່ອມຕໍ່ກັບສອງເຂດທະເລມະຫາສະໝຸດອິນເດຍ ແລະປາຊີຟິກ, ອາຊຽນ ເສີມຂະຫຍາຍໄດ້ບົດບາດໃຈກາງໃນການສ້າງໂຄງປະກອບການຮ່ວມມືພາກພື້ນເປີດກວ້າງ, ກວມລວມ ແລະອີງຕາມກົດລະບຽບ, ສະໜິດຕິດພັນ ແລະການພົວພັນຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາຄູ່ຮ່ວມມື. ບັນດາເວທີປາໄສໂດຍ ອາຊຽນ ລິເລີ່ມ ແລະຊັກຈູງ ນັບມື້ນັບດຶງດູດຄວາມເອົາໃຈໃສ່, ການເຂົ້າຮ່ວມຢ່າງຕັ້ງໜ້າຈາກປະເທດຕ່າງໆ. 5 ປະເທດສະມາຊິກປະຈຳການສະພາຄວາມໝ້ັນຄົງສະຫະປະຊາຊາດ ລ້ວນແຕ່ນອນໃນບັນດາຄູ່ຮ່ວມມືຄົບຖ້ວນຂອງອາຊຽນ. ນັບມື້ນັບມີຫຼາຍຄູ່ຮ່ວມມືພາຍນອກປາດຖະໜາຢາກສ້າງຕັ້ງການພົວພັນຄູ່ຮ່ວມມືກັບ ອາຊຽນ ແລະເຂົ້າຮ່ວມສົນທິສັນຍາ TAC. ໃນຍຸດທະສາດພາກພື້ນຂອງບັນດາປະເທດໃຫຍ່, ຄື: ມະຫາສະໝຸດອິນເດຍ-ປາຊີຟິກ ເສລີພາບ ແລະເປີດກວ້າງ, ແລວທາງ ແລະເສັ້ນທາງ, ນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ບົດບາດໃຈກາງຂອງ ອາຊຽນ ຍາມໃດກໍ່ໄດ້ຮັບການເນັ້ນໜັກ ແລະຖືເປັນສຳຄັນ.

ສະໜິດຕິດພັນເພື່ອພັດທະນາ

ພາຍໃຕ້ເນື້ອໃນຈິດໃຈຫົວຂໍ້ຂອງປີ 2019 ກ່ຽວກັບ “ການເພີ່ມທະວີຄູ່ຮ່ວມມືເພື່ອຄວາມຍືນຍົງ” ແລະສືບທອດເນື້ອໃນຈິດໃຈປີ 2018 ກ່ຽວກັບ “ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະຫົວຄິດປະດິດສ້າງ”, ອາຊຽນ ສືບຕໍ່ສະແດງໃຫ້ເຫັນກໍາລັງຄວາມສາມາດເປັນເຈົ້າການ ແລະຄວາມສາມາດຂອງຕົນ. ດ້ວຍເລື່ອງຮັບຮອງເອົາເອກະສານທັດສະນະລວມຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ-ປາຊີຟິກ (AOIP) ທີ່ກອງປະຊຸມຂັ້ນສູງ ອາຊຽນ ຄັ້ງທີ 34 (ເດືອນມິຖຸນາ 2019), ອາຊຽນ ໄດ້ສະແດງໃຫ້ເຫັນບົດບາດໃຈກາງ ແລະຄວາມສາມາດເປັນເຈົ້າການຂອງຕົນໃນການຜັນແປຕ່າງໆຢູ່ພາກພື້ນ. ການພັດທະນານະຄອນສະຫຼາດ, ການຮັບມືກັບຂີ້ເຫຍື້ອທະເລ, ສະໜິດຕິດພັນກັບວິໄສທັດປະຊາຄົມອາຊຽນ 2025 ດ້ວຍເປົ້າໝາຍພັດທະນາແບບຍືນຍົງ (SDGs) ຂອງສະຫະປະຊາຊາດ ເຖິງປີ 2030, ຮັບມືກັບຄວາມໝັ້ນຄົງທາງອິນເຕີແນັດ, ແມ່ນບັນດາຂີດໝາຍເປັນໜ້າຮັບຮູ້ຂອງອາຊຽນ ໃນໄລຍະຜ່ານມາ.

ຫວ່າງແລ້ວນີ້, ທີ່ກອງປະຊຸມລັດຖະມົນຕີການຕ່າງປະເທດ ຄັ້ງທີ 52, ຕໍ່ໜ້າບັນດາການຜັນແປຢ່າງສັບສົນຂອງສະພາບການພາກພື້ນ, ບັນດາລັດຖະມົນຕີສືບຕໍ່ຢັ້ງຢືນຫຼັກໝັ້ນຫຼັກການຂອງອາຊຽນ, ໃນນັ້ນເນັ້ນໜັກເຖິງຄວາມສຳຄັນຂອງການເຄົາລົບກົດໝາຍສາກົນ ແລະສົນທິສັນຍາກົດໝາຍວ່າດ້ວຍທະເລ, ສະແດງຄວາມວິຕົກກັງວົນຕໍ່ກັບບັນດາເຫດການທີ່ຮ້າຍແຮງໃນປະຈຸບັນ. ຕໍ່ໜ້າກັບການຜັນແປດ້ານການຄ້າຢ່າງເຄັ່ງຕຶງລະຫວ່າງບັນດາພື້ນຖານເສດຖະກິດໃຫຍ່ ແລະທ່າອ່ຽງອາລັກຂາເພີ່ມຂຶ້ນ, ອາຊຽນ ໃຫ້ຄຳໝັ້ນສັນຍາຍູ້ແຮງການແລກປ່ຽນດ້ານການຄ້າ ແລະການລົງທຶນພາຍໃນກຸ່ມກວ່າອີກ, ດຳເນີນການເຈລະຈາສັນຍາ RCEP ສໍາເລັດໂດຍໄວ ແລະປັບປຸງລະບົບການຄ້າຫຼາຍຝ່າຍສາກົນໃຫ້ມີຄວາມຍຸຕິທຳ, ອີງຕາມລະບຽບກົດໝາຍ.

ເມື່ອໃດ ອາຊຽນ ຍັງຄົງຮັກສາໄດ້ຄວາມສາມັກຄີ ແລະຄວາມເປັນເອກະພາບ, ຍັງຄົງສະໜິດຕິດພັນໄດ້ຍ້ອນບັນດາຄຸນຄ່າ ແລະຜົນປະໂຫຍດລວມຜ່ານຜ່າຄວາມແຕກຕ່າງກັນຂອງຄວາມເປັນຫຼາຍຮູບຫຼາຍແບບ, ປະຊາຄົມອາຊຽນ ຈະຍັງໝັ້ນຄົງເຂັ້ມແຂງ ແລະຍືນຍົງຄົງຕົວ.

ປີ 2020: ຂີດໝາຍສຳຄັນສຳລັບຫວຽດນາມ

ປີ 2020 ເປັນຂີດໝາຍສຳຄັນເມື່ອຫວຽດນາມ ຮັບດຳລົງຕຳແໜ່ງປະທານຜັດປ່ຽນຂອງ  ອາຊຽນ ແລະກໍ່ແມ່ນໂອກາດສະເຫຼີມສະຫຼອງ 25 ປີທີ່ຫວຽດນາມ ເຂົ້າເປັນສະມາຊິກອາຊຽນ. ກ້າວເຂົ້າສູ່ປີທີ 8 ຂອງການຜັນຂະຫຍາຍມະຕິສະບັບເລກທີ 22-NQ/TW ລົງວັນທີ 10 ເມສາ 2013 ຂອງກົມການເມືອງ ກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະປີທີ 2 ຂອງການຜັນຂະຫຍາຍຄຳສັ່ງເລກທີ 25-CT/TW ລົງວັນມທີ 8 ສິງຫາ 2018 ຂອງຄະນະເລຂາກ່ຽວກັບການຍູ້ແຮງ ແລະຍົກສູງການພົວພັນຕ່າງປະເທດຫຼາຍຝ່າຍເຖິງປີ 2030, ຫວຽດນາມ ມີກາລະໂອກາດຫຼາຍຢ່າງເພື່ອຢັ້ງຢືນຖານະບົດບາດໃໝ່ຂອງຕົນໃນພາກພື້ນ ແລະສາກົນ.  ພ້ອມກັບອາຍຸການເປັນປະທານອາຊຽນ, ປີ 2020, ຫວຽດນາມ ກໍ່ປະຕິບັດບົດບາດແມ່ນສະມາຊິກບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020-2021.

ບຸລິມະສິດແຖວໜ້າຂອງຫວຽດນາມໃນປີ 2020 ຈະແມ່ນປະກອບສ່ວນພ້ອມກັບອາຊຽນ ປະຕິບັດບັນດາເປົ້າໝາຍຂອງວິໄສທັດປະຊາຄົມອາຊຽນ 2025 ໃຫ້ມີປະສິດທິຜົນ. ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ຫວຽດນາມ ຕັ້ງໜ້າຊຸກຍູ້ການພົວພັນສອງຝ່າຍກັບບັນດາປະເທດອາຊຽນ ແລະບັນດາຄູ່ຮ່ວມມື, ຍົກສູງຖານະບົດບາດສາກົນຂອງປະເທດຊາດ ແລະໂຄສະນາຮູບພາບ, ສີສັນວັດທະນະທຳ, ປະເທດຊາດ ແລະຊາວຫວຽດນາມ ກວ່າອີກ.

ເພື່ອເຮັດໄດ້ສິ່ງເຫຼົ່ານັ້ນ, ພວກເຮົາຕ້ອງການລະດົມການສະໜັບສະໜູນ, ຄວາມເຫັນດີເປັນເອກະພາບຈາກບັນດາປະເທດອາຊຽນ ແລະບັນດາປະເທດເພື່ອນມິດ, ຄູ່ຮ່ວມມືຂອງອາຊຽນ, ການເຂົ້າຮ່ວມຂອງທຸກກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ ແລະປະຊາຊົນ.

ພາຍໃຕ້ການຊີ້ນຳບໍລິຫານຂອງຄະນະກຳມະການແຫ່ງຊາດກ່ຽວກັບປີປະທານອາຊຽນ 2020, ວຽກງານກະກຽມທຸກດ້ານໃຫ້ອາຍຸການເປັນປະທານອາຊຽນ 2020 ພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ. ຫວຽດນາມພວມເຮັດທຸກສິ່ງທຸກຢ່າງເພື່ອປະຕິບັດບົດບາດປະທານອາຊຽນ 2020 ໃຫ້ສຳເລັດຜົນ, ຮ່ວມແຮງຮ່ວມໃຈກໍ່ສ້າງປະຊາຄົມອາຊຽນ ສາມັກຄີ, ສະໜິດຕິດພັນຢ່າງແໜ້ນແຟ້ນ ແລະເປັນເຈົ້າການຮັບມືກັບບັນດາກາລະໂອກາດ ແລະສິ່ງທ້າທາຍທີ່ໄດ້ວາງອອກ.

ໂດຍ: ສົມເພັດ