ການພົວພັນສອງຝ່າຍພັດທະນາເປັນປົກກະຕິ, ປອດໃສ

ຫວຽດນາມ-ຈີນ ສ້າງຕັ້ງການພົວພັນທາງການທູດໃນວັນທີ 18 ມັງກອນ 1950. ສອງຝ່າຍຮັກສາບັນດາການຢ້ຽມຢາມ ແລະການພົບປະຂັ້ນສູງເປັນປະຈຳ. ພິເສດປີ 2015 ແລະ 2017, ເລຂາທິການໃຫຍ່ສອງພັກໄດ້ມີການຢ້ຽມຢາມປະຫວັດສາດໃນປີດຽວກັນ. ເລື່ອງຮັກສາການແລກປ່ຽນ, ການພົບປະລະຫວ່າງການນໍາຂັ້ນສູງສອງປະເທດມີຄວາມໝາຍສໍາຄັນທີ່ສຸດ ແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊີ້ນໍາແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ເກີດຂຶ້ນ, ຊຸກຍູ້ການພົວພັນສອງປະເທດໃຫ້ພັດທະນາເປັນປົກກະຕິ, ຍືນຍົງ.

ໃນປີ 2018, ສອງປະເທດໄດ້ແລກປ່ຽນຄະນະຜູ້ແທນທຸກຂັ້ນໄປມາຢ້ຽມຢາມເຊິ່ງກັນ ແລະກັນ ແນໃສ່ຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງສອງຝ່າຍ. ເດືອນເມສາ 2019 ຜ່ານມາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເຂົ້າຮ່ວມເວທີປາໄສຂັ້ນສູງການຮ່ວມມືສາກົນ “ໜຶ່ງແລວທາງ ແລະໜຶ່ງເສັ້ນທາງ” ຢູ່ ຈີນ.

ທີ່ການພົບປະຕ່າງໆ, ການນໍາຂັ້ນສູງສອງປະເທດລ້ວນແຕ່ຢືນຢັນວ່າ, ຈະມານະພະຍາຍາມນໍາການພົວພັນສອງປະເທດໃຫ້ພັດທະນາເຂົ້າສູ່ລວງເລິກ; ສະໜັບສະໜູນເຊິ່ງກັນ ແລະກັນໃນພາລະກິດປ່ຽນແປງໃໝ່, ປະຕິຮູບເປີດປະຕູ ແລະສ້າງສາລັດທິສັງຄົມນິຍົມຢູ່ແຕ່ລະປະເທດ.

leftcenterrightdel
ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ການຮ່ວມມືດ້ານເສດຖະກິດ-ການຄ້າ ແມ່ນຈຸດພົ້ນເດັ່ນ

ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດສືບຕໍ່ແມ່ນຈຸດພົ້ນເດັ່ນໃນການພົວພັນສອງປະເທດ. ປະຈຸບັນ, ຈີນ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດ, ເປັນຕະຫຼາດນຳເຂົ້າໃຫຍ່ທີ່ສຸດ ແລະຕະຫຼາດສົ່ງອອກໃຫຍ່ທີສອງຂອງຫວຽດນາມ (ຖັດຈາກອາເມລິກາ) ແລະຫວຽດນາມ ເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ຈີນ ໃນອາຊຽນ, ເປັນຄູ່ຮ່ວມມືການຄ້າໃຫຍ່ທີແປດ, ເປັນ ຕະຫຼາດສົ່ງອອກໃຫຍ່ທີຫ້າ ແລະແມ່ນຕະຫຼາດນຳເຂົ້າໃຫຍ່ທີເກົ້າຂອງຈີນ.

ປີ 2018, ວົງເງິນການຄ້າສອງສົ້ນ ບັນລຸ 106,7 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 13,8% ເມື່ອທຽບໃສ່ປີ 2017). ໃນ 4 ເດືອນຕົ້ນປີ 2019, ວົງເງິນການຄ້າຫວຽດນາມ-ຈີນ ບັນລຸ 33,24 ຕື້ໂດລາສະຫະລັດ (ເພີ່ມຂຶ້ນ 11,58%) ເມື່ອທຽບໃສ່ປີ 2018.

ຄິດໄລ່ຮອດທ້າຍເດືອນພຶດສະພາ 2019, ຈີນ ມີ 2.387 ໂຄງການລົງທຶນມີຜົນສັກສິດຢູ່ຫວຽດນາມ ດ້ວຍຍອດຈໍານວນທຶນຈົດທະບຽນບັນລຸ 15,1 ຕື້ໂດລາສະຫະລັດ, ຢືນອັນດັບທີ 7/131 ປະເທດ ແລະເຂດແຄ້ວນ.

ກ່ຽວກັບດ້ານການທ່ອງທ່ຽວ, ໃນ 4 ເດືອນຕົ້ນປີ 2019, ນັກທ່ອງທ່ຽວ ຈີນ ມາທ່ຽວຫວຽດນາມ ມີ 1,3 ລ້ານເທື່ອຄົນ. ແຕ່ລະປີນັກທ່ອງທ່ຽວຫວຽດນາມ ໄປ ຈີນ ກວ່າ 1 ລ້ານເທື່ອຄົນ.

ກ່ຽວກັບບັນຫາຢູ່ທະເລຕາເວັນອອກ, ສອງຝ່າຍຮັກສາການແລກປ່ຽນກ່ຽວກັບບັນຫານີ້ທີ່ບັນດາການພົບປະຂັ້ນສູງ ແລະທຸກຂັ້ນເປັນປະຈໍາ. ສອງຝ່າຍໄດ້ລົງນາມໃນ “ຂໍ້ຕົກລົງກ່ຽວກັບບັນດາຫຼັກການພື້ນຖານຊີ້ນຳແກ້ໄຂບັນຫາບົນທະເລ” ແລະບັນລຸໄດ້ຄວາມຮັບຮູ້ລວມກ່ຽວກັບເລື່ອງຄວບຄຸມຄວາມບໍ່ລົງລອຍກັນ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກ.

ການຢ້ຽມຢາມ ຈີນ ຢ່າງເປັນທາງການຂອງທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ສະແດງໃຫ້ເຫັນພັກ, ລັດ ແລະສະພາແຫ່ງຊາດຫວຽດນາມ ຖືການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ເປັນສໍາຄັນ; ປາດຖະໜາຢາກ ກໍ່ສ້າງ ແລະພັດທະນາການພົວພັນຮ່ວມມືລະຫວ່າງສອງອົງການນິຕິບັນຍັດຂຶ້ນສູ່ລະດັບສູງໃໝ່.

ການຢ້ຽມຢາມກໍ່ແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການປະຕິບັດຄວາມຮັບຮູ້ລວມ ແລະຂໍ້ຕົກລົງຂັ້ນສູງທີ່ບັນລຸໄດ້ລະຫວ່າງການນໍາຂັ້ນສູງຂອງຫວຽດນາມ ກັບການນໍາຂັ້ນສູງຈີນ; ປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ບັນດາເອກະສານ, ລາຍການ, ໂຄງການຮ່ວມມືທີ່ໄດ້ລົງນາມ; ທິດທາງຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ກັບສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ. ສອງຝ່າຍກໍ່ແລກປ່ຽນບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ກັບຈີນ ໃນຂົງເຂດຕ່າງໆ, ຄື: ການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ; ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ; ແລກປ່ຽນກ່ຽວກັບບັນດາບັນຫາສາກົນເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ...

ໂດຍ: ເຈິ່ນຮວ່ຽນ