ຕາມທ່ານ ບຸ່ຍແທັງເຊີນ ແລ້ວ, ການພົວພັນ ຫວຽດນາມ-ອີຢູ ໄດ້ພັດທະນາຢ່າງວ່ອງໄວພາຍຫຼັງ 30 ປີ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດໃນເດືອນພະຈິກ 1990. ປີ 2012, ສອງຝ່າຍໄດ້ລົງນາມໃນສັນຍາແມ່ຄູ່ຮ່ວມມື ແລະການຮ່ວມມືຮອບດ້ານ (PCA), ສ້າງກອບນິຕິກໍາສໍາຄັນເພື່ອເປີດກວ້າງການພົວພັນ ຫວຽດນາມ-ອີຢູ ຕາມທິດຄູ່ຮ່ວມມືທີ່ສະເໝີພາບ, ຮ່ວມມືຮອບດ້ານ ແລະຍາວນານ. ເລື່ອງລົງນາມໃນສັນຍາ EVFTA ແລະ EVIPA ພາຍຫຼັງ 7 ປີແຫ່ງການເຈລະຈາຈະສ້າງກໍາລັງໜູນໃໝ່ຍົກລະດັບການພົວພັນ ຫວຽດນາມ-ອີຢູ ໃນທົດສະວັດທີ IV ຂອງໄລຍະທາງພັດທະນາການພົວພັນສອງຝ່າຍ.

ທ່ານ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ, EVFTA ແລະ EVIPA ແມ່ນບັນດາສັນຍາທີ່ໄດ້ໃຫ້ຄໍາໝັ້ນສັນຍາຢ່າງເລິກເຊິ່ງ, ກວ້າງຂວາງ ແລະຮອບດ້ານ. ສະນັ້ນ, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ແລະອີຢູ ໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນໃນວິວັດການເຈລະຈາ, ເຫັນດີເປັນເອກະພາບເນື້ອໃນສັນຍາ. ຕາມທ່ານ ບຸ່ຍແທັງເຊີນ ແລ້ວ, ເນື້ອໃນກ່ຽວກັບ EVFTA ແລະ EVIPA ໄດ້ຮັບການຍົກອອກມາໃນຂອບເຂດບັນດາການພົບປະ, ແລກປ່ຽນ, ການເຮັດວຽກຂອງການນໍາຂັ້ນສູງຫວຽດນາມກັບການນໍາບັນດາປະເທດ ແລະບັນດາອົງການຂອງອີຢູ ນັບແຕ່ທ້າຍປີ 2018 ມາຮອດປັດຈຸບັນ.

ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ “ເລື່ອງບັນດາສະມາຊິກຂອງອີຢູ ຮັບຮອງເອົາຂໍ້ຕົກລົງເຊັນສັນຍາ EVFTA ແລະ EVIPA ໂດຍໄວ ເປັນການຢັ້ງຢືນວ່າ: ອີຢູ ຕີລາຄາສູງບົດບາດ ແລະຖານະບົດບາດຂອງຫວຽດນາມ, ຖືເປັນສໍາຄັນການພົວພັນຄູ່ຮ່ວມມື ແລະການຮ່ວມມືຮອບດ້ານສອງຝ່າຍ, ທັງແມ່ນໝາກຜົນແຫ່ງວິວັດການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນລະຫວ່າງບັນດາອົງການຂອງສອງຝ່າຍ. ນີ້ແມ່ນພື້ນຖານເພື່ອໃຫ້ສອງຝ່າຍສືບຕໍ່ປະຕິບັດສໍາເລັດວິວັດການໃຫ້ສັດຕະຍາບັນເພື່ອໃຫ້ບັນດາສັນຍາດັ່ງກ່າວມີຜົນສັກສິດ ໂດຍໄວໃນໄລຍະຈະມາເຖິງ.

leftcenterrightdel
ພິທີລົງນາມໃນສັນຍາປົກປ້ອງການລົງທຶນລະຫວ່າງຫວຽດນາມ ແລະສະຫະພາບເອີລົບ. ພາບ:ຈ້ອງຫາຍ.

ທ່ານ ບຸ່ຍແທັງເຊີນ ຢ້ັງຢືນວ່າ, ພາຍຫຼັງເກືອບ 35 ປີ ແຫ່ງການດໍາເນີນພາລະກິດປ່ຽນແປງໃໝ່, ປະຈຸບັນ, ຫວຽດນາມ ກ້າວເຂົ້າສູ່ໄລຍະເຊື່ອມໂຍງ, ຮ່ວມສໍາພັນດ້ານເສດຖະກິດກັບສາກົນຢ່າງຮອບດ້ານ ແລະເລິກເຊິ່ງກວ້າງຂວາງ. ບັນດາການເຄື່ອນໄຫວທີ່ຟົດຟື້ນ, ຢູ່ໃນລະດັບແຕກຕ່າງກັນທີ່ດໍາເນີນໃນ 6 ເດືອນຕົ້ນປີ  2019 ແມ່ນບັນດາພະຍານຫຼັກຖານຢ່າງຈະແຈ້ງ ເປັນການຢັ້ງຢືນລັກສະນະ ຮອບດ້ານ ແລະເລິກເຊິ່ງກວ້າງຂວາງຂອງການເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນຂອງຫວຽດນາມ. ອາດຈະເຫັນໄດ້ໃນ 3 ແງ່ມຸມດັ່ງລຸ່ມນີ້.

ທີໜຶ່ງ, ຫວຽດນາມ ນັບມື້ນັບສະໜິດຕິດພັນຢ່າງເລິກເຊິ່ງກວ້າງຂວາງກວ່າກັບໂລກ. ດ້ວຍສັນຍາ  FTA 16 ສະບັບ ທີ່ໄດ້ປະຕິບັດແລ້ວ, ກໍາລັງເຈລະຈາ ແລະກຽມໃຫ້ສັດຕະຍາບັນ, ຫວຽດນາມ ກາຍເປັນຈຸດສຸມຂອງເຄືອຂ່າຍເຊື່ອມຕໍ່ FTA ຢ່າງເລິກເຊິ່ງກວ້າງຂວາງ ແລະຮອບດ້ານ, ກວມເອົາ 59% ຈຳນວນພົນລະເມືອງຂອງໂລກ, 61% GDP ແລະ 68% ການຄ້າທົ່ວໂລກ, ປະກອບສ່ວນເພີ່ມຜົນປະໂຫຍດກັບບັນດາສູນເສດຖະກິດແຖວໜ້າຂອງໂລກ.

ທີສອງ, ນັບແຕ່ປີ 2019, ຫວຽດນາມ ກ້າວເຂົ້າສູ່ໄລຍະປະຕິບັດບັນດາຄໍາໝັ້ນສັນຍາເສດຖະກິດສາກົນຕົ້ນຕໍ, ໃນນັ້ນມີບັນດາສັນຍາ FTA “ລຸ້ນໃໝ່”. ນີ້ແມ່ນໄລຍະທີ່ຫວຽດນາມ ປະຕິບັດສໍາເລັດບັນດາຄໍາໝັ້ນສັນຍາໃນຫຼາຍຂອບເຂດການຮ່ວມມືເສດຖະກິດສໍາຄັນ ຄື: ສັນຍາການຄ້າເສລີ ອາຊຽນ-ຈີນ (ACFTA) ແລະສັນຍາການຄ້າເສລີ ອາຊຽນ-ຮົ່ງກົງ (AKFTA). ຫວຽດນາມ ກໍ່ນອນໃນກຸ່ມປະເທດທໍາອິດທີ່ຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP).

ທີສາມ, ຫວຽດນາມ ເຂົ້າຮ່ວມໃນວິວັດທະນາການສ້າງບັນດາໂຄງປະກອບໃໝ່ຢູ່ພາກພື້ນ ແລະທົ່ວໂລກໃຫ້ເປັນຮູບເປັນຮ່າງ ດ້ວຍທ່ວງທ່າໃໝ່. ທີ່ເວທີປາໄສ WEF Davos ເດືອນມັງກອນ 2019, ຫວຽດນາມ ແມ່ນປະເທດທໍາອິດຢູ່ອາຊີຕາເວັນອອກສ່ຽງໃຕ້ ລົງນາມໃນຂໍ້ຕົກລົງຮ່ວມມືກັບ WEF ກໍ່ສ້າງສູນປະຕິວັດອຸດສາຫະກໍາ 4.0 ຢູ່ຫວຽດນາມ ແລະເຊື່ອມຕໍ່ສູນນີ້ກັບບັນດາສູນປະຕິວັດອຸດສາຫະກໍາ 4.0 ຂອງ WEF ໃນໂລກ, ເປັນການຢັ້ງຢືນຄວາມຕັດສິນໃຈຂອງຫວຽດນາມກາຍເປັນ “ປະເທດແຫ່ງການປ່ຽນແປງໃໝ່ປະດິດຄິດສ້າງ”, ແມ່ນພື້ນຖານເສດຖະກິດຮ່ວມສໍາພັນທີ່ເລິກເຊິ່ງກວ້າງຂວາງກັບເສດຖະກິດທົ່ວໂລກ.  ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ “ໃນຖານະຕໍາແໜ່ງເປັນປະທານອາຊຽນ 2020, ດ້ວຍຄວາມໄວ້ວາງໃຈຂອງປະຊາຄົມສາກົນໃນຖານະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ 2020-2021, ພວກເຮົາເຊື່ອໝັ້ນວ່າ ຫວຽດນາມ ມີຄວາມສາມາດປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການສ້າງສາ ແລະສ້າງໂຄງປະກອບພາກພື້ນ ແລະທົ່ວໂລກໃຫ້ເປັນຮູບເປັນຮ່າງ, ຍາດແຍ່ງເອົາແຫຼ່ງກໍາລັງຕື່ມອີກໃຫ້ແກ່ການພັດທະນາກະໂດດຂັ້ນໃນໄລຍະຈະມາເຖິງ”.

ໂດຍ: ທູຈາງ