ນັກຂ່າວ: ຂໍຮຽນທ່ານນາຍົກລັດຖະມົນຕີ, ການນຳບັນດາປະເທດ G20 ແລະບັນດາປະເທດແຂກຖືກເຊີນຈະໄດ້ພົບປະກັນໃນທ້າຍເດືອນ ມິຖຸນາ ທີ່ Osaka, ຍີ່ປຸ່ນ. ຂໍຮຽນທ່ານໃຫ້ຮູ້ວ່າ ຫວຽດນາມ ຈະປະກອບຄຳຄິດເຫັນຫຍັງແດ່ໃຫ້ແກ່ກອງປະຊຸມສຸດຍອດ G20 ຄັ້ງນີ້?

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດ G20 ແລະຢ້ຽມຢາມຍີ່ປຸ່ນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ: ນີ້ແມ່ນຄັ້ງທີ 4 ໃນຮອບເວລາກວ່າ 10 ປີ ຜ່ານມາ, ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ G20 (ໃນໄລຍະມໍ່ໆມານີ້ແມ່ນ ຫວຽດນາມ ເຂົ້າຮ່ວມ G20 ຢູ່ ເຢຍລະມັນ ເດືອນ ກໍລະກົດ 2017), ເປັນເວທີປາໄສຫຼາຍຝ່າຍສຳຄັນໃນການບໍລິຫານເສດຖະກິດທົ່ວໂລກ. ສິ່ງເຫຼົ່ານັ້ນໄດ້ຢັ້ງຢືນການຮັບຮູ້ຂອງປະຊາຄົມສາກົນຕໍ່ກັບອິດທິພົນຊື່ສຽງ ແລະຖານະບົດບາດຂອງຫວຽດນາມ ປ່ຽນແປງໃໝ່ ແລະເຊື່ອມໂຍງ; ເປັນຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈ ແລະມີຄວາມຮັບຜິດຊອບຕໍ່ກັບສັນຕິພາບ, ສະຖຽນລະພາບ ແລະການພັດທະນາໃນພາກພື້ນ, ຜ່ານນັ້ນມີຄວາມໄວ້ເນື້ອເຊື່ອໃຈ, ຕັ້ງຄວາມຫວັງໄວ້ກັບ ຫວຽດນາມ ສືບຕໍ່ປະກອບສ່ວນຢ່າງມີຄວາມຮັບຜິດຊອບເຂົ້າໃນບັນດາບັນຫາເສດຖະກິດທົ່ວໂລກ. ນີ້ກໍ່ແມ່ນພະຍານຫຼັກຖານໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກວ້າງຂວາງ ຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງດີງາມ, ພ້ອມກັນແບ່ງປັນ, ສະໜັບສະໜູນເຊິ່ງກັນ ແລະກັນໃນຫຼາຍບັນຫາສາກົນ ແລະພາກພື້ນ.

ແມ່ນຄູ່ຮ່ວມມືທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ, ຫວຽດນາມ ພວມປະກອບສ່ວນຢ່າງຕັ້ງໜ້າ ແລະແທດຈິງໃຫ້ເນື້ອໃນກອງປະຊຸມສຸດຍອດຂອງ G20, ໂດຍສະເພາະແມ່ນໃນເລື່ອງປັບປຸງລະບົບການຄ້າຫຼາຍຝ່າຍ, ຮ່ວມສຳພັນເສດຖະກິດ, ພັດທະນາພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ຊຸກຍູ້ການຮ່ວມມືປ່ຽນແປງໃໝ່ຫົວຄິດປະດິດສ້າງ, ເສດຖະກິດດີຈີຕອນ, ປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດ ກ່ຽວກັບການພັດທະນາແບບຍືນຍົງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປົກປັກຮັກສາສິ່ງແວດລ້ອມທະເລ, ສະກັດກັ້ນຂີ້ເຫຍື້ອຢາງ, ເພີ່ມທະວີບົດບາດຂອງແມ່ຍິງ... ສິ່ງເຫຼົ່ານີ້ລ້ວນແຕ່ແມ່ນບັນດາບັນຫາສຳຄັນຕໍ່ການພັດທະນາແບບຍືນຍົງ ແລະກວມລວມຢູ່ທຸກປະເທດ.

ນັກຂ່າວ: ຂໍຮຽນທ່ານນາຍົກລັດຖະມົນຕີ ໃຫ້ຮູ້ການຕີລາຄາກ່ຽວກັບການພົວພັນ ຫວຽດນາມ - ຍີ່ປຸ່ນ ໃນໄລຍະມໍ່ໆມານີ້ ແລະຄວາມຫວັງຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບສາຍພົວພັນນີ້ໃນອະນາຄົດ, ບັນດາຂົງເຂດເຊິ່ງ ຫວຽດນາມ ປາດຖະໜາຢາກເພີ່ມທະວີກັບຝ່າຍ ຍີ່ປຸ່ນ ກວ່າອີກ?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ: ການພົວພັນຄູ່ຮ່ວມມືຍຸດທະສາດທີ່ເລິກເຊິ່ງ, ກວ້າງຂວາງຫວຽດນາມ - ຍີ່ປຸ່ນ ພວມພັດທະນາຢ່າງແຮງ, ແທດຈິງ ແລະຮອບດ້ານ, ຕອບສະໜອງຄວາມມຸ່ງມາດປາດຖາໜາ ແລະນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ, ວັດທະນາຖາວອນ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ສຳລັບດ້ານການເມືອງ, ສອງຝ່າຍຮັກສາບັນດາການຢ້ຽມຢາມ, ການພົບປະທຸກຂັ້ນໃຫ້ເປັນປົກກະຕິ, ພິເສດແມ່ນຂັ້ນສູງ, ປະກອບສ່ວນເພີ່ມທະວີ, ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງລະຫວ່າງສອງປະເທດ. ສຳລັບຝ່າຍ ຍີ່ປຸ່ນ ພະເຈົ້າຈັກກະພັດ ແລະພະມະເຫສີ ຍີ່ປຸ່ນ ໄດ້ມີການຢ້ຽມຢາມຫວຽດນາມ ຄັ້ງປະຫວັດສາດທຳອິດໃນປີ 2017; ທ່ານ Shinzo Abe ນາຍົກລັດຖະມົນຕີຍີ່ປຸ່ນ ໄດ້ຢ້ຽມຢາມ ຫວຽດນາມ 2 ຄັ້ງ ໃນປີ 2017. ສ່ວນຝ່າຍຫວຽດນາມ, ແຕ່ລະປີການນຳຂັ້ນສູງຫວຽດນາມ ລ້ວນແຕ່ໄປຢ້ຽມຢາມຍີ່ປຸ່ນ. ສຳລັບ ຂ້າພະເຈົ້າ, ນີ້ແມ່ນການຢ້ຽມຢາມ ຍີ່ປຸ່ນ ຄັ້ງທີ 4 ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີຫວຽດນາມ.

ການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບລະຫວ່າງສອງຝ່າຍບັນລຸໄດ້ຄວາມຄືບໜ້າຢ່າງແທດຈິງ. ລັດຖະບານຍີ່ປຸ່ນ ໄດ້ໜູນຊ່ວຍຫວຽດນາມ ໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ໜູນຊ່ວຍຜູ້ຖືກເຄາະຮ້າຍຈາກທາດພິດສີສົ້ມ, ການຮ່ວມມືໃນການບຳລຸງສ້າງດ້ານປ້ອງກັນຊາດ, ໜູນຊ່ວຍໃນການຝຶກແອບກູ້ຊີບ, ກູ້ໄພ, ເຂົ້າຮ່ວມກຳລັງຮັກສາສັນຕິພາບສະຫະປະຊາຊາດ. ບັນດາກຳປັ່ນຂອງທະຫານເຮືອຍີ່ປຸ່ນ ກໍ່ມາຢ້ຽມຢາມ, ພົບປະແລກປ່ຽນໄມຕີຈິດມິດຕະພາບກັບທ່າກຳປັ່ນຕ່າງໆຂອງຫວຽດນາມ ຢ່າງເປັນປະຈຳ...

ສຳລັບດ້ານເສດຖະກິດ, ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ ໃນການລົງທຶນ, ການຄ້າ, ການທ່ອງທ່ຽວ ແມ່ນປະເທດສະໜອງທຶນກູ້ຢືມ ODA ໃຫຍ່ທີ່ສຸດໃຫ້ຫວຽດນາມ. ບັນດາກິດຈະການປະຕິບັດດ້ວຍແຫຼ່ງທຶນກູ້ຢືມ ODA ແລະບັນດາໂຄງການລົງທຶນຂອງ ຍີ່ປຸ່ນ ໄດ້ປະກົດຂຶ້ນຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ ເກືອບທັງໝົດ ແລະໃນຫຼາຍຂົງເຂດແຕກຕ່າງກັນ, ປະກອບສ່ວນສຳຄັນໃນການປະຕິບັດ 3 ບຸກທະລຸຍຸດທະສາດຂອງ ຫວຽດນາມ, ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ຫັນປ່ຽນໂຄງປະກອບເສດຖະກິດ, ພັດທະນາແບບຍືນຍົງ, ຍີ່ປຸ່ນ ແມ່ນນັກລົງທຶນຢືນອັນດັບໜຶ່ງຂອງຫວຽດນາມໃນ ປີ 2017 ແລະ 2018.

ໄປຄຽງຄູ່ກັບການຮ່ວມມືສອງຝ່າຍ, ສອງຝ່າຍກໍ່ໄດ້ຮ່ວມມືຢ່າງຕັ້ງໜ້າໃນບັນດາເວທີປາໄສຫຼາຍຝ່າຍຂອງສາກົນ ແລະພາກພື້ນ, ຄື: ສະຫະປະຊາຊາດ, ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ເວທີປາໄສຮ່ວມມື ອາຊີ - ເອີລົບ (ASEM)... ປະກອບສ່ວນໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ. ສອງຝ່າຍໄດ້ສົມທົບກັນຢ່າງແໜ້ນແຟ້ນ ເພື່ອພ້ອມກັນຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນ ແລະກຳລັງຮ່ວມມືຜັນຂະຫຍາຍສັນຍາຄູ່ຮ່ວມມືຮອບດ້ານ ແລະກ້າວໜ້າຂ້າມປາຊີຟິກ (CPTPP) ໃຫ້ມີປະສິດທິຜົນ.

ເຊິ່ງແມ່ນປະເທດປະສານງານໃນການພົວພັນ ອາຊຽນ - ຍີ່ປຸ່ນ ໄລຍະ 2018-2021, ເປັນກຳມະການບໍ່ປະຈຳການສະພາຄວາມໝ້ັນຄົງສະຫະປະຊາຊາດອາຍຸການ ປີ 2020-2021 ແລະປະທານອາຊຽນ ປີ 2020, ຫວຽດນາມ ພວມເສີມຂະຫຍາຍບົດບາດຊຸກຍູ້ການພົວພັນຮ່ວມມືລະຫວ່າງ ອາຊຽນ ແລະພາກພື້ນແມ່ນ້ຳຂອງກັບ ຍີ່ປຸ່ນ ຢ່າງແຮງກວ່າອີກ, ລວມມີທັງຂອບເຂດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກວ້າງ (GMS), ກໍ່ຄືພ້ອມກັບຍີ່ປຸ່ນ ສົມທົບກັນຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນ ແລະພາກພື້ນ. ພວກຂ້າພະເຈົ້າ ປາດຖະໜາຢາກ ຍີ່ປຸ່ນ ຖື ຫວຽດນາມ ແມ່ນຄູ່ຮ່ວມມືບຸລິມະສິດຂອງໂຄງການ “ຄູ່ຮ່ວມມືພື້ນຖານໂຄງລ່າງທີ່ມີຄຸນນະພາບ” ແລະ“ຂໍ້ລິເລີ່ມເຊື່ອມຕໍ່ແມ່ນ້ຳຂອງ - ຍີ່ປຸ່ນ”.

ໃນໄລຍະຈະມາເຖິງ, ດ້ວຍຄວາມມານະພະຍາຍາມ, ຮ່ວມແຮງຮ່ວມໃຈ ແລະນະໂຍບາຍຖືກຕ້ອງຂອງທັງສອງຝ່າຍ, ຂ້າພະເຈົ້າເຊື່ອໝັ້ນວ່າການພົວພັນ “ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ກວ້າງຂວາງເພື່ອສັນຕິພາບ ແລະວັດທະນາຖາວອນຢູ່ ອາຊີ” ລະຫວ່າງຫວຽດນາມ - ຍີ່ປຸ່ນ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່ທີ່ດີງາມທີ່ສຸດ. ນີ້ກໍ່ແມ່ນກາລະໂອກາດທີ່ດີເພື່ອໃຫ້ບັນດາວິສາຫະກິດຍີ່ປຸ່ນ ກຳແໜ້ນ, ເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ, ໂດຍສະເພາະແມ່ນບັນດາຂົງເຂດອຸດສາຫະກຳ, ພະລັງງານ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຕົວເມືອງອັດສະລິຍະ, ການບໍລິການ, ໂຄງລ່າງ, ກະສິກຳທັນສະໄໝ, ການເງິນ, ທະນາຄານ... ປະກອບສ່ວນຊ່ວຍຫວຽດນາມ ແກ້ໄຂຄວາມຕ້ອງການໃຫຍ່ກ່ຽວກັບການພັດທະນາລະບົບໂຄງລ່າງ, ພະລັງງານທັນສະໄໝ, ລະບົບການສຶກສາກ້າວໜ້າຢ່າງມີປະສິດທິຜົນ... ກໍ່ສ້າງປະເທດອຸດສາຫະກຳຕາມທິດທັນສະໄໝ.

ການພົວພັນຮ່ວມມືມິດຕະພາບລະຫວ່າງສອງປະເທດຫວຽດນາມ - ຍີ່ປຸ່ນ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດພັດທະນາໃໝ່ທີ່ເຕັມໄປດ້ວຍແງ່ຫວັງ. ຂ້າພະເຈົ້າເຊື່ອໝັ້ນວ່າຄວາມສະໜິດຕິດພັນລະຫວ່າງສອງຊາດ, ສອງປະເທດຈະນັບມື້ນັບຮັດແໜ້ນ, ເລິກເຊິ່ງ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຮຽນທ່ານນາຍົກລັດຖະມົນຕີ ໃຫ້ຮູ້ກ່ຽວກັບການຕີລາຄາຂອງຕົນຕໍ່ສະພາບການຂອງທະເລຕາເວັນອອກ ໃນປະຈຸບັນ, ບັນດາມາດຕະການເຊິ່ງ ຫວຽດນາມ ພວມປະຕິບັດ ເພື່ອແນໃສ່ຮັກສາສັນຕິພາບ ແລະສະຖຽນລະພາບຢູ່ທະເລຕາເວັນອອກ? ທ່ານນາຍົກລັດຖະມົນຕີ ແບ່ງປັນກ່ຽວກັບຄວາມຫວັງຂອງ ຫວຽດນາມ ກັບບົດບາດຂອງ ຍີ່ປຸ່ນ ໃນການແກ້ໄຂບັນຫາທະເລຕາເວັນອອກກໍ່ຄືບັນຫາຄວາມໝັ້ນຄົງຢູ່ພາກພື້ນ?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ: ຫວຽດນາມ ຈະສືບຕໍ່ພ້ອມກັບປະຊາຄົມສາກົນ, ໃນນັ້ນມີ ຍີ່ປຸ່ນ ຊຸກຍູ້ການຮ່ວມມືຢູ່ທະເລດ້ວຍຫຼາຍຮູບການ, ສອດຄ່ອງກັບກົດໝາຍສາກົນ, ໂດຍສະເພາະແມ່ນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 ແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນທະເລ, ການບິນ, ກູ້ຊີບ, ກູ້ໄພ, ຕ້ານ ແລະສະກັດກັ້ນອາດຊະຍາກຳຢູ່ທະເລ, ຄົ້ນຄວ້າວິທະຍາສາດທະເລ, ປົກປັກຮັກສາສິ່ງແວດລ້ອມທະເລ... ພ້ອມກັນນັ້ນ, ຫວຽດນາມ ກໍ່ຈະພ້ອມກັບບັນດາປະເທດກ່ຽວຂ້ອງສືບຕໍ່ເຈລະຈາ, ແກ້ໄຂບັນດາບັນຫາຢູ່ທະເລຢ່າງສົມເຫດສົມຜົນ, ຄວບຄຸມຄວາມບໍ່ລົງລອຍກັນເປັນຢ່າງດີ, ບໍ່ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກທີ່ສັບສົນຂຶ້ນຕື່ມ, ມານະພະຍາຍາມພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (ດີໂອຊີ) ຢ່າງຄົບຖ້ວນ, ຮອບດ້ານ ແລະເຂັ້ມງວດກ້າວໄປເຖິງການບັນລຸກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (ຊີໂອຊີ) ໂດຍໄວ, ແທດຈິງ, ມີຜົນສັກສິດ ແລະສອດຄ່ອງກັບກົດໝາຍສາກົນ.

ຫວຽດນາມ ຕີລາຄາສູງບົດບາດ ແລະການປະກອບສ່ວນຂອງ ຍີ່ປຸ່ນ ເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມເສລີ, ຄວາມປອດໄພໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກໃນໄລຍະຜ່ານມາ; ພ້ອມທັງເຊື່ອໝັ້ນວ່າ, ແມ່ນປະເທດມະຫາອຳນາດຢູ່ພາກພື້ນ ແລະໃນໂລກ ແລະມີຜົນປະໂຫຍດຕໍ່ກັບການຂົນສົ່ງສິນຄ້າຜ່ານທະເລຕາເວັນອອກ, ຍີ່ປຸ່ນ ຈະສືບຕໍ່ສະແດງໃຫ້ເຫັນບົດບາດໃນການຮັກສາຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ວັດທະນາຖາວອນຂອງພາກພື້ນ ແລະໃນໂລກ.

ແມ່ນປະເທດປະສານງານການພົວພັນ ອາຊຽນ - ຍີ່ປຸ່ນ (ໄລຍະແຕ່ເດືອນ ສິງຫາ 2018 ຫາເດືອນ ສິງຫາ 2021), ຫວຽດນາມ ປາດຖະໜາຢາກໃຫ້ສອງປະເທດສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາເວທີປາໄສສາກົນ ແລະພາກພື້ນ, ພິເສດໃນຂອບເຂດການຮ່ວມມື ອາຊຽນ - ຍີ່ປຸ່ນ. ສຳລັບສອງຝ່າຍ, ສະເໜີ ຍີ່ປຸ່ນ ສືບຕໍ່ຜັນຂະຫຍາຍບັນດາໂຄງການ, ລາຍການໜູນຊ່ວຍຍົກສູງກຳລັງຄວາມສາມາດໃນການປະຕິບັດກົດໝາຍຢູ່ທະເລ, ໜູນຊ່ວຍ ຫວຽດນາມ ປະຕິບັດຍຸດທະສາດພັດທະນາເສດຖະກິດທະເລຮອດປີ 2030 ແລະວິໄສທັດເຖິງປີ 2045 ຢ່າງມີປະສິດທິຜົນ ແລະຍືນຍົງ.

ນັກຂ່າວ: ຍີ່ປຸ່ນ ໄດ້ຮັບຮອງເອົານະໂຍບາຍເປີດປະຕູຕໍ່ກັບແຮງງານຕ່າງປະເທດແນໃສ່ຮັບມືກັບສະພາບການປະຊາກອນຫຼຸດລົງ ແລະຫວັງວ່າ ຫວຽດນາມ ຈະຮ່ວມມືໃນຂົງເຂດນີ້. ທ່ານນາຍົກລັດຖະມົນຕີ ໃຫ້ຮູ້, ຫວຽດນາມ ຈະມີນະໂຍບາຍຫຍັງແດ່ເພື່ອຕອບສະໜອງໃຫ້ຝ່າຍ ຍີ່ປຸ່ນ ແລະຂໍສະເໜີທ່ານນາຍົກລັດຖະມົນຕີ ໃຫ້ຮູ້ກ່ຽວກັບບັນດາບັນຫາຄວນໄດ້ປັບປຸງໃນນະໂຍບາຍນຳເຂົ້າແຮງງານຂອງ ຍີ່ປຸ່ນ?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ: ປະຈຸບັນ, ປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ບັນລຸກວ່າ 300.000 ຄົນ, ແມ່ນປະຊາຄົມຊາວຕ່າງປະເທດໃຫຍ່ທີ 3 ຢູ່ ຍີ່ປຸ່ນ, ໃນນັ້ນສ່ວນຫຼາຍແມ່ນນັກສຶກສາ, ນັກເຝິກງານ. ນີ້ແມ່ນແຫຼ່ງຊັບພະຍາກອນມະນຸດອັນລ້ຳຄ່າສຳລັບຫວຽດນາມ,  ແມ່ນ “ຂົວຕໍ່” ສໍາຄັນຂອງການຮ່ວມມືຫວຽດນາມ - ຍີ່ປຸ່ນ, ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງທັງສອງປະເທດ. ການພັດທະນາຢ່າງໄວວາຂອງປະຊາຄົມຊາວຫວຽດນາມ ຢູ່ ຍີ່ປຸ່ນ ແມ່ນພະຍານຫຼັກຖານຈະແຈ້ງໃຫ້ແກ່ການພັດທະນາຢ່າງເລິກເຊິ່ງຂອງການພົວພັນສອງປະເທດ, ແມ່ນພື້ນຖານສຳຄັນປະກອບສ່ວນເຮັດໃຫ້ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຊຸກຍູ້ການພົວພັນມິດຕະພາບ ແລະການຮ່ວມມືແບບຍືນຍົງລະຫວ່າງສອງປະເທດເລິກເຊິ່ງກວ່າ.

ລັດຖະບານຫວຽດນາມ ຍາມໃດກໍ່ເອົາໃຈໃສ່ ແລະພ້ອມແລ້ວທີ່ຈະໃຫ້ບຸລິມະສິດເພີ່ມທະວີການຮ່ວມມືກັບ ຍີ່ປຸ່ນ ໃນຂົງເຂດນີ້, ເພື່ອຜົນປະໂຫຍດຂອງທັງສອງປະເທດ. ພວກຂ້າພະເຈົ້າປາດຖະໜາຢາກໃຫ້ສອງຝ່າຍສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ການຮ່ວມມືໃນຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງນີ້, ໃນນັ້ນມີເລື່ອງເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ການຕິດຕາມກວດກາການເຄື່ອນໄຫວຂອງບັນດາອົງການຈັດສົ່ງ/ຮັບແຮງງານຂອງສອງຝ່າຍ, ຮັບປະກັນສິດຜົນປະໂຫຍດອັນຊອບທຳຂອງຜູ້ອອກແຮງງານຫວຽດນາມ ຢູ່ ຍີ່ປຸ່ນ, ແກ້ໄຂບັນດາກໍລະນີລະເມີດກົດໝາຍຢ່າງເຂັ້ມງວດ. ພວກຂ້າພະເຈົ້າກໍ່ປາດຖະໜາຢາກໃຫ້ລັດຖະບານຍີ່ປຸ່ນ ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກເພື່ອໃຫ້ຜູ້ອອກແຮງງານຫວຽດນາມ ສາມາດເຊື່ອມຕົວເຂົ້າກັບສະພາບແວດລ້ອມຂອງວຽກງານ ແລະການດຳລົງຊີວິດຢູ່ ຍີ່ປຸ່ນ ໂດຍໄວ.

ໂດຍ: ແສງເດືອນ