ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ຂໍທ່ານແບ່ງປັນບັນດາເນື້ອໃນພົ້ນເດັ່ນຂອງກອງປະຊຸມຄັ້ງນີ້ ແລະການເຂ້ົາຮ່ວມຂອງຫວຽດນາມ?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ກອງປະຊຸມຄັ້ງນີ້ໄດ້ດຳເນີນໃນສະພາບການໂລກ ແລະພາກພື້ນພວມມີການຜັັນແປໃໝ່, ຫຼາຍຮູບຫຼາຍແບບ ແລະອຸດົມສົມບູນຫຼາຍຢ່າງທັງດ້ານການເມືອງ - ຄວາມໝັ້ນຄົງ ແລະເສດຖະກິດ, ສັງຄົມ. ບັນດາປະເທດໃຫຍ່ແກ່ງແຍ້ງກັນຢ່າງຂ້ຽວຂາດ, ພິເສດແມ່ນຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ນັບມື້ນັບປີນຂັ້ນໄດ. ການປະຕິວັດ 4.0 ພັດທະນາຢ່າງແຮງພ້ອມກັບບັນດາສິ່ງທ້າທາຍທົ່ວໂລກ ຄື: ຂີ້ເຫຍື້ອທະເລ, ມົນລະພິດ, ການປ່ຽນແປງຂອງດິນຟ້າອາກາດ. ບັນດາການຜັນແປນີ້ທັງແມ່ນກາລະໂອກາດ, ທັງແມ່ນສິ່ງທ້າທາຍຕໍ່ກັບບັນດາປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະບັນດາການນຳ ອາຊຽນ ຖ່າຍຮູບລວມ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນສະພາບການເຫຼົ່ານັ້ນ, ຫົວຂໍ້ “ເພີ່ມທະວີການພົວພັນຄູ່ຮ່ວມມືເພື່ອການພັດທະນາແບບຍືນຍົງ” ໂດຍ ອາຊຽນ ເລືອກເອົາໃຫ້ປີ 2019 ຕາມຄຳສະເໜີຂອງ ໄທ ແມ່ນຖືກຕ້ອງ, ສ້າງປະຖົມປັດໄຈໃຫ້ແກ່ການຮ່ວມມືເພື່ອຄວາມຍືນຍົງຂອງອາຊຽນ.

ຄຽງຂ້າງນັ້ນ, ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດອາຊຽນ ກໍ່ໄດ້ແລກປ່ຽນຢ່າງເລິກເຊິ່ງກ່ຽວກັບບັນຫາໃຫຍ່, ມີລັກສະນະຍຸດທະສາດທີ່ກ່ຽວຂ້ອງເຖິງການຮ່ວມມື ອາຊຽນ ແລະລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື. ໂດຍລະອຽດແມ່ນບັນດາປະເທດໄດ້ຮັບຮອງເອົາເອກະສານທັດສະນະອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ, ມີຄວາມສຳຄັນໃຫຍ່, ທັງຢັ້ງຢືນບັນດາຫຼັກການສະເໝີຕົ້ນສະເໝີປາຍຂອງ ອາຊຽນ, ທັງກຳນົດທິດທາງຕ່າງໆໃຫ້ແກ່ການປະພຶດຂອງ ອາຊຽນ ໃນການພົວພັນກັບບັນດາຄູ່ຮ່ວມມື. ຂ້າພະເຈົ້າຖືວ່າ, ສິ່ງດັ່ງກ່າວ, ອີກເທຶ່ອໜຶ່ງໄດ້ເປັນການຢັ້ງຢືນຄືນໃໝ່ ແລະເຮັດແຈ້ງກວ່າບົດບາດໃຈກາງຂອງ ອາຊຽນ ໃນບັນດາວິວັດທະນາການຂອງພາກພື້ນ.

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມພິທີໄຂ ແລະວາລະປະຊຸມຕ່າງໆໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 34. ດ້ວຍຖານະແມ່ນປະທານ ອາຊຽນ 2020, ທ່ານ ຫງວຽນຊວນຟຸກ ໄດ້ກ່າວປາໄສຍົກສູງຄວາມສາມັກຄີ, ຄວາມເປັນເອກະພາບຂອງອາຊຽນ, ສະເໜີຄວນຍູ້ແຮງການຮ່ວມສຳພັນດ້ານເສດຖະກິດ, ການແລກປ່ຽນດ້ານການຄ້າ ແລະການລົງທຶນພາຍໃນກຸ່ມ, ຮັກສາລະບົບການຄ້າຫຼາຍຝ່າຍ, ເປີດ ແລະອີງຕາມກົດໝາຍ, ມີປະສິດທິຜົນຕໍ່ກັບການປະຕິວັດ 4.0… ໃນການພົວພັນລະຫວ່າງບັນດາສະມາຊິກ, ທ່ານ ຫງວຽນຊວນຟຸກ ສະເໜີຄວນຈິງໃຈ, ກົງໄປກົງມາ. ເມື່ອເຕື້ອງເຖິງຖານະຕຳແໜ່ງປະທານອາຊຽນ 2020, ຫວຽດນາມ ໃຫ້ຄຳໝ້ັນສັນຍາວ່າຈະສືບທອດ ແລະເສີມຂະຫຍາຍຜົນງານຕ່າງໆຂອງ ອາຊຽນ, ສົມທົບກັບບັນດາປະເທດດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ຢ່າງແໜ້ນແຟ້ນ, ປະກອບສ່ວນຍົກສູງຖານະບົດບາດສາກົນຂອງອາຊຽນ.

ກ່ຽວກັບທະເລຕາເວັນອອກ, ທ່ານ ຫງວຽນຊວນຟຸກ ຖືວ່າ ອາຊຽນ ຄວນຮັບຮູ້ຢ່າງກົງໄປກົງມາ, ຮັບຮູ້ບັນດາຄວາມຄືບໜ້າຢ່າງຕັ້ງໜ້າໃນການເຈລະຈາປະມວນກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC). ອາຊຽນ ຄວນທັງສົ່ງເສີມການເຈລະຈາ ແລະການຮ່ວມມື, ທັງມີທັດສະນະຮັບຜິດຊອບຕໍ່ກັບບັນດາການຜັນແປທີ່ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງຂອງພາກພື້ນ.

ຢູ່ນອກກອງປະຊຸມ, ທ່ານ ຫງວຽນຊວນຟຸກ ໄດ້ຮັບປະທານອາຫານເຊົ້າ ແລະເຮັດວຽກກັບທ່ານນາຍົກລັດຖະມົນຕີລາວ ແລະກຳປູເຈຍ, ພົບປະກັບປະທານາທິບໍດີ ອິນໂດເນເຊຍ, ນາຍົກລັດຖະມົນຕີ ໄທ, ນາຍົກລັດຖະມົນຕີ ສິງກະໂປ, ປະທານາທິບໍດີ ຟິລິບປິນ ເພື່ອແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ນັກຂ່າວ: ເອກະສານທັດສະນະອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ ໄດ້ຮັບການຮັບຮອງເອົາແລ້ວ. ຂໍທ່ານໃຫ້ຮູ້ຄວາມໝາຍ ຂອງເລື່ອງນີ້?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາເອກະສານ 4 ສະບັບ: ຖະແຫຼງການວິໄສທັດຂອງບັນດາການນໍາວ່າດ້ວຍການພັດທະນາແບບຍືນຍົງ; ຖະແຫຼງການວ່າດ້ວຍການຕ້ານຂີ້ເຫຍື້ອ; ຖະແຫຼງການວ່າດ້ວຍເລືອກເຟັ້ນ ປີ 2019 ແມ່ນປີວັດທະນະທຳ ອາຊຽນ ແລະເອກະສານທັດສະນະຂອງ ອາຊຽນ ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ.

ໃນສະພາບການສາກົນ ແລະພາກພື້ນມີຄວາມສັບສົນ, ປະຈຸບັນເອກະສານສະບັບນີ້ມີຄວາມໝາຍສຳຄັນທີ່ສຸດ. ກ່ອນອື່ນໝົດ, ເອກະສານສະບັບນີ້ຢັ້ງຢືນຄວາມສາມາດບົ່ມຊ້ອນໃນການຮ່ວມມື, ເຫັນດີເປັນເອກະພາບ, ຄວາມສາມັກຄີຂອງ ອາຊຽນ ໃນການຮັບມືກັບການປ່ຽນແປງ ແລະສິ່ງທ້າທາຍຕ່າງໆຢູ່ພາຍນອກ. ຄຽງຂ້າງນັ້ນຍັງແມ່ນສານຂອງ ອາຊຽນ ຕໍ່ກັບໂລກ, ປາດຖະໜາວ່າພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ ມີສັນຕິພາບ, ສະຖຽນລະພາບ ແລະພັດທະນາວັດທະນາຖາວອນ. ນອກຈາກນັ້ນ, ນີ້ກໍ່ແມ່ນການກຳນົດທິດໃຫ້ແກ່ການປະພຶດຂອງ ອາຊຽນ ຕໍ່ກັບບັນດາຍຸດທະສາດ, ຂໍ້ລິເລີ່ມຮ່ວມມືໃນພາກພື້ນຂອງບັນດາປະເທດໃຫຍ່. ຕາມຂ້າພະເຈົ້າ, ເອກະສານສະບັບນີ້ຈະສ້າງປະຖົມປັດໄຈ ເພື່ອໃຫ້ ອາຊຽນ ເສີມຂະຫຍາຍບົດບາດໃຈກາງ, ເປັນເຈົ້າພາທາງ, ຊັກຈູງການຮ່ວມມືໃນພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ.

ນັກຂ່າວ: ຂໍທ່ານຮອງລັດຖະມົນຕີໃຫ້ຮູ້ຈຸດໃໝ່ທີ່ກ່ຽວຂ້ອງເຖິງການເຈລະຈາ RCEP?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ການເຈລະຈາ RCEP ບໍ່ສາມາດສິ້ນສຸດຕາມແຜນກຳນົດໃນປີກາຍໄດ້, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າມີຄວາມຫຍຸ້ງຍາກຕ່າງໆຍ້ອນຜົນປະໂຫຍດຂອງບັນດາປະເທດແຕກຕ່າງກັນ. ເຖິງຢ່າງໃດກໍ່ຕາມ, ໃນສະພາບການບັນດາປະເທດໃຫຍ່ແກ່ງແຍ້ງກັນ, ລັດທິອາລັກຂາເພີ່ມຂຶ້ນ, ບັນດາຫຼັກການ, ບັນທັດຖານ, ກົດໝາຍ ທີ່ໄດ້ເປັນຮູບເປັນຮ່າງມີແຕ່ເຫິງນານຂອງລະບົບການຄ້າຫຼາຍຝ່າຍຢືນຢູ່ຕໍ່ໜ້າສິ່ງທ້າທາຍ, ສິ້ນສຸດການເຈລະຈາ RCEP ຈະສົ່ງສານທີ່ມີຄວາມໝາຍດ້ານການເມືອງສຳຄັນ, ລະບົບການຄ້າຫຼາຍຝ່າຍເປີດ, ໂປ່ງໃສ, ກວມລວມ ແລະອີງຕາມລະບຽບກົດໝາຍ. ພ້ອມກັບຄວາມຕັດສິນໃຈຂອງບັນດາປະເທດ, ການເຈລະຈາພວມໄດ້ຮັບການຊຸກຍູ້ເພື່ອສາມາດຮັດແຄບຊ່ອງຫວ່າງລະຫວ່າງປະເທດຕ່າງໆເພື່ອແນໃສ່ກ້າວໄປເຖິງບັນລຸໄດ້ເປົ້າໝາຍສິ້ນສຸດການເຈລະຈາ RCEP ໃນປີນີ້.

ນັກຂ່າວ: ສຳລັບບັນຫາທະເລຕາເວັນອອກ, ຂໍທ່ານຮອງລັດຖະມົນຕີໃຫ້ຮູ້ການຜັນແປ ແລະທັດສະນະຂອງປະເທດຕ່າງໆທີ່ກອງປະຊຸມຄັ້ງນີ້?

ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ: ດ້ວຍຄວາມສຳຄັນຂອງຕົນ, ການຜັນແປອ້ອມຂ້າງທະເລຕາເວັນອອກ ຍາມໃດກໍ່ແມ່ນຫົວຂໍ້ທີ່ດຶງດູດຄວາມສົນໃຈ, ຄວາມເອົາໃຈໃສ່ຈາກປະເທດຕ່າງໆ. ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດລ້ວນແຕ່ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ ແລະສະຖຽນລະພາບຢູ່ເຂດທະເລສຳຄັນຂອງໂລກ. ບັນດາປະເທດເຫັນດີເປັນເອກະພາບປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝ້ັນຄົງ, ຄວາມປອດໄພໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກແມ່ນພັນທະຂອງທຸກປະເທດ, ທຸກຝ່າຍ. ໃນສະພາບການດັ່ງກ່າວ, ບັນດາປະເທດຄວນຢຶດໝັ້ນບັນດາຫຼັກການຂອງກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS 1982). ພ້ອມກັນນັ້ນ, ບັນດາປະເທດກໍ່ຕ້ອງຮັບຮູ້ໝາກຜົນທີ່ບັນລຸຸໄດ້ໃນການເຈລະຈາ COC, ປາດຖະໜາວ່າຈະມີ COC ທີ່ມີປະສິດທິພາບ ແລະປະສິດທິຜົນໂດຍໄວ ແລະໄດ້ຮັບການຮັບຮອງ, ສະໜັບສະໜູນຈາກປະຊາຄົມສາກົນ.

ນັກຂ່າວ: ຂໍຂອບໃຈ​!

ໂດຍ: ແສງເດືອນ