ນັກຂ່າວ: ການຢ້ຽມຢາມເອີລົບ ຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກົງກັບໂອກາດສະເຫຼີມສະຫຼອງຫຼາຍເຫດການໃຫຍ່ໃນການພົວພັນກັບບັນດາປະເທດທີ່ທ່ານໄປຢ້ຽມຢາມ. ຂໍທ່ານຮອງລັດຖະມົນຕີໃຫ້ຮູ້ແຈ້ງກວ່າກ່ຽວກັບຄວາມໝາຍ, ເນື້ອໃນຂອງການຢ້ຽມຢາມເຫຼົ່ານັ້ນ?

ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ສອງໃນສາມປະເທດເຊິ່ງທ່ານ ຫງວຽນຊວນຟຸກ ໄປຢ້ຽມຢາມຄັ້ງນີ້ແມ່ນກົງກັບໂອກາດຜັນຂະຫຍາຍບັນດາກິດຈະກຳສະເຫຼີມສະຫຼອງໃຫຍ່. ສຳລັບສະຫະພັນລັດເຊຍ, ສອງຝ່າຍສະເຫຼີມສະຫຼອງ 25 ປີແຫ່ງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານໃນການພົວພັນມິດຕະພາບລະຫວ່າງສອງປະເທດ (1994-2019), ພ້ອມທັງກະກຽມສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950-2020). ນີ້ແມ່ນບັນດາຂີດໝາຍສໍາຄັນໃນການພົວພັນສອງປະເທດ, ສາຍພົວພັນທີ່ໄດ້ທົດສອບຜ່ານປະຫວັດສາດ ແລະນັບມື້ນັບໝັ້ນແກ່ນຕາມການເວລາ. ທ່ານ Medvedev ນາຍົກລັດຖະມົນຕີສະຫະພັນລັດເຊຍ ຢັ້ງຢືນວ່າ ນັ້ນແມ່ນບັນດາທົດສະວັດຂອງນ້ຳໃຈສາມັກຄີ. ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກໍ່ໄດ້ເນັ້ນໜັກວ່າ ສາຍພົວພັນ ຫວຽດນາມ - ລັດເຊຍ ແມ່ນສາຍພົວພັນອັນສະໜິດສະໜົມ, ບໍລິສຸດຜຸດຜ່ອງ.

ໃນປີ 2019 ນີ້, ຫວຽດນາມ ແລະຊູແອັດ ກໍ່ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ຊູແອັດ ໄດ້ກາຍເປັນປະເທດຕາເວັນຕົກທຳອິດທີ່ໄດ້ຮັບຮອງ ແລະສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ (ເດືອນມັງກອນ 1969) ແລະໄດ້ສະຫງວນໃຫ້ຫວຽດນາມ ການຊ່ວຍເຫຼືອອັນໃຫຍ່ຫຼວງທີ່ສຸດ, ບໍລິສຸດຜຸດຜ່ອງໃນຫຼາຍທົດສະວັດທີ່ຜ່ານມາ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ Medvedev ນາຍົກລັດຖະມົນຕີສະຫະພັນລັດເຊຍ. ພາບ: TBTC.

ກ່ຽວກັບ ນອກແວ, ເຖິງວ່າບໍ່ທັນແມ່ນປີສະເຫຼີມສະຫຼອງໃຫຍ່ກໍ່່ຕາມ, ແຕ່ວ່ານີ້ກໍ່ແມ່ນປະເທດຕາເວັນຕົກທີ່ໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ແລະສອງປະເທດກໍ່ຈະຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃນປີ 2021. ປະຊາຊົນນອກແວ ຍາມໃດກໍ່ສະແດງອາລົມຈິດນັບຖື, ສະໜັບສະໜູນພາລະກິດຕໍ່ສູ້ ແລະພັດທະນາຂອງປະຊາຊົນຫວຽດນາມ.

ນັກຂ່າວ: ຂໍຮຽນທ່ານຮອງລັດຖະມົນຕີ, ທ່ານຕີລາຄາຄືແນວໃດກ່ຽວກັບຜົນການຢ້ຽມຢາມສຳລັບການຊຸກຍູ້ສາຍພົວພັນກັບບັນດາຄູ່ຮ່ວມມືດັ່ງກ່າວ?

ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ການຢ້ຽມຢາມ 3 ປະເທດຂອງທ່ານ ຫງວຽນຊວນຟຸກ ສະແດງໃຫ້ເຫັນວ່າ ການພົວພັນຫວຽດນາມ ກັບ 3 ປະເທດ ລັດເຊຍ, ຊູແອັດ ແລະນອກແວ ພວມພັດທະນານັບມື້ນັບເລິກເຊິ່ງກວ້າງຂວາງ ແລະຫຼາຍຮູບຫຼາຍແບບໃນຫຼາຍຂົງເຂດ.

ທ່ານ ຫງວຽນຊວນຟຸກ ແລະບັນດາການນຳລັດເຊຍ ເຫັນດີເປັນເອກະພາບຢ່າງສູງວ່າ ການພົວພັນສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຄວນໄດ້ຮັບການຂຸດຄົ້ນ, ມີຫຼາຍຂົງເຂດຮ່ວມມືທັງມີລັກສະນະຍຸດທະສາດ ທັງນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ທັງສອງປະເທດ. ສອງຝ່າຍເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດຍຸດທະສາດ ແລະບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານໃນໄລຍະຈະມາເຖິງ; ເຫັນດີເປັນເອກະພາບຕ້ອງຜັນຂະຫຍາຍ FTA ລະຫວ່າງຫວຽດນາມ ແລະພັນທະມິດອາຊີ-ເອີລົບ ຢ່າງແຮງກວ່າອີກ, ສູ້ຊົນຍົກວົງເງິນການຄ້າສອງຝ່າຍ ຫວຽດນາມ - ລັດເຊຍ ຈາກເກືອບ 5 ຕື້ໂດລາສະຫະລັດ ໃນປະຈຸບັນຂຶ້ນເປັນ 10 ຕື້ໂດລາສະຫະລັດ ໃນປີ 2020 ແລະຊຸມປີຕໍ່ໄປ.

ການນຳສອງປະເທດກໍ່ເຫັນດີເປັນເອກະພາບນຳກັນວ່າ ຄຽງຄູ່ກັບການເພີ່ມທະວີບັນດາຂົງເຂດຮ່ວມມືທີ່ເປັນມູນເຊື້ອກວ່າອີກ, ຄື: ພະລັງງານ, ນ້ຳມັນອາຍແກັດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ວິທະຍາສາດ - ເຕັກໂນໂລຢີ, ສອງປະເທດຄວນຕັ້ງໜ້າຜັນຂະຫຍາຍບັນດາທິດທາງຮ່ວມມືໃໝ່ໃນບັນດາຂົງເຂດພື້ນຖານໂຄງລ່າງຄົມມະນາຄົມ, ພັດທະນາເຕັກໂນໂລຢີສູງ, ເຕັກໂນໂລຢີດີຈີຕອນ, ນະຄອນສະຫຼາດ, ລັດຖະບານເອເລັກໂຕນິກ... ສິ່ງດ່ັງກ່າວຈະປະກອບສ່ວນສ້າງພື້ນຖານການຮ່ວມມືທີ່ນັບມື້ນັບເລິກເຊິ່ງກວ້າງຂວາງກວ່າໃຫ້ແກ່ການພົວພັນສອງປະເທດ. ເລື່ອງສອງຝ່າຍລົງນາມໃນເອກະສານຮ່ວມມືຈໍານວນ 14 ສະບັບໃນຫຼາຍຂົງເຂດ ເນື່ອງໃນໂອກາດການຢ້ຽມຢາມຄັ້ງນີ້ ສະແດງໃຫ້ເຫັນຄວາມສາມາດບົ່ມຊ້ອນທີ່ອຸດົມສົມບູນຂອງການຮ່ວມມືຫວຽດນາມ - ລັດເຊຍ.

ໃນການຢ້ຽມຢາມນອກແວ ແລະຊູແອັດ ຄັ້ງນີ້ຂອງທ່ານ ຫງວຽນຊວນຟຸກ  ກໍ່ມີຫຼາຍຈຸດພົ້ນເດັ່ນໃນການຮ່ວມມືທີ່ສຳຄັນ. ທັງສອງປະເທດລ້ວນແຕ່ມີບັນດາຄຳໝັ້ນສັນຍາໃຫ້ແກ່ການຊຸກຍູ້ບັນດາສັນຍາສຳຄັນກັບຫວຽດນາມ. ທ່ານ Stefan Loefven ນາຍົກລັດຖະມົນຕີຊູແອັດ ສະໜັບສະໜູນເລື່ອງຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນ ແລະຜັນຂະຫຍາຍສັນຍາການຄ້າເສລີ (EVFTA) ແລະສັນຍາປົກປ້ອງການລົງທຶນ (EVIPA) ລະຫວ່າງຫວຽດນາມ ແລະອີຢູ ໂດຍໄວ. ທ່ານນາຍົກລັດຖະມົນຕີ ນອກແວ  ເຫັນດີເປັນເອກະພາບຈະຍູ້ໄວການເຈລະຈາກ້າວໄປເຖິງການເຊັນສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະກຸ່ມການຄ້າເສລີເອີລົບ - EFTA.

ນັກຂ່າວ: ຕາມທ່ານຮອງລັດຖະມົນຕີ, ຜົນຂອງການໄປຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ວຽກງານພົວພັນຕ່າງປະເທດ ແລະການເຊື່ອມໂຍງກໍ່ຄືການພັດທະນາປະເທດຊາດແບບຍືນຍົງຄືແນວໃດ?

ທ່ານ ໂຕແອງຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດ: ຜ່ານການຢ້ຽມຢາມຄັ້ງນີ້, ພະລັງຊີວິດຂອງສາຍພົວພັນ ຫວຽດນາມ - ລັດເຊຍ ນັບມື້ນັບໄດ້ຮັບການຢັ້ງຢືນ. ໃນການພົບປະແລກປ່ຽນຕ່າງໆ, ທ່ານ Vladimir Putin ປະທານາທິບໍດີ, ທ່ານ Medvedev ນາຍົກລັດຖະມົນຕີ ແລະບັນດາການນຳລັດເຊຍ ລ້ວນແຕ່ເນັ້ນໜັກເຖິງລັກສະນະພິເສດ, ຄວາມໄວ້ເນື້ອເຊື່ອໃຈຢ່າງເລິກເຊິ່ງໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ລັດເຊຍ, ແລະຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຂອງລັດເຊຍ ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ-ປາຊີຟິກ. ນີ້ແມ່ນການຮັບປະກັນຄວາມໝັ້ນຄົງເຂັ້ມແຂງໃຫ້ອະນາຄົດແຫ່ງການຮ່ວມມືທີ່ກວ້າງໃຫຍ່ລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຫົວຂໍ້ຮ່ວມມືກ່ຽວກັບການພັດທະນາແບບຍືນຍົງກາຍເປັນເນື້ອໃນຈິດໃຈການຮ່ວມມືກັບນອກແວ ແລະຊູແອັດ. ນັ້ນແມ່ນການປົກປັກຮັກສາປ່າ, ປົກປັກຮັກສາສິ່ງ ແວດລ້ອມ, ຫຼຸດຜ່ອນຂີ້ເຫຍື້ອຢາງ, ຂີ້ເຫຍື້ອທະເລ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ການນຳບັນດາປະເທດລ້ວນແຕ່ຕີລາຄາສູງບົດບາດຂອງຫວຽດນາມ ໃນພາກພື້ນ ແລະສາກົນ, ປາດຖະໜາຢາກສົມທົບກັບຫວຽດນາມ ໃນບັນດາເວທີປາໄສຫຼາຍຝ່າຍທີ່ໄດ້ຮັດແໜ້ນກວ່າໃນສະພາວະທີ່ຫວຽດນາມ ກຳລັງອອກສະໝັກຮັບເລືອກຕັ້ງເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ. ບັນດາປະເທດກໍ່ປາດຖະໜາຢາກຜ່ານທັດສະນະຂອງຫວຽດນາມ ເພື່ອເພີ່ມທະວີການພົວພັນກັບພາກພື້ນ ແລະກັບອາຊຽນ ເມື່ອຫວຽດນາມ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020.

ການນຳບັນດາປະເທດ ຢັ້ງຢືນສະໜັບສະໜູນການຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມໝັ້ນຄົງ, ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງຄວາມເສລີໃນການເດີນທະເລ, ການບິນ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຢູ່ທະເລຕາເວັນອອກ ແລະໃນພາກພື້ນ.

ເບິ່ງລວມແລ້ວ, ການຢ້ຽມຢາມ 3 ປະເທດ ລັດເຊຍ, ນອກແວ, ຊູແອັດ ຂອງທ່ານ ຫງວຽນຊວນຟຸກ ປະສົບຜົນສຳເລັດຢ່າງຈົບງາມ, ນຳມາເຊິ່ງໝາກຜົນລະອຽດຫຼາຍຢ່າງ, ປັບປຸງ ແລະຮັດແໜ້ນອາລົມຈິດມິດຕະພາບ, ຄວາມສະໜິດຕິດພັນທີ່ເປັນມູນເຊື້ອກັບບັນດາປະເທດເພື່ອນມິດ; ພ້ອມທັງສ້າງພະລັງແຮງໃໝ່ຂຶ້ນຕື່ມ, ເປີດຫຼາຍແງ່ຫວັງໃນການຮ່ວມມືລະຫວ່າງຫວຽດນາມ ກັບປະເທດຕ່າງໆ. ພ້ອມກັບການຢ້ຽມຢາມ ແລະຜັນຂະຫຍາຍການພົວພັນຕ່າງປະເທດອື່ນໆຂອງພວກເຮົາໃນປີນີ້, ການຢ້ຽມຢາມຂອງທ່ານ ຫງວຽນຊວນຟຸກ ໄດ້ປະກອບສ່ວນສຳຄັນເພື່ອໃຫ້ວຽກງານພົວພັນຕ່າງປະເທດ ແລະການເຊື່ອມໂຍງຂອງປະເທດຊາດ ປະສົບຜົນສຳເລັດ, ຊຸກຍູ້ສາຍພົວພັນຕ່າງໆ, ນຳມາເຊິ່ງຜົນປະໂຫຍດອັນໃຫຍ່ຫຼວງໃຫ້ແກ່ປະເທດຊາດ.

ໂດຍ: ສົມເພັດ