ນັກຂ່າວ: ຂໍຮຽນທ່ານນາຍົກລັດຖະມົນຕີ ! ທ່ານຕີລາຄາຄືແນວໃດກ່ຽວກັບການພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະລັດເຊຍ ໃນຂົງເຂດການເມືອງ, ສັງຄົມ, ເສດຖະກິດ ແລະການຄ້າ ໃນໄລຍະຜ່ານມາ?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ: ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ ພັດທະນາຢ່າງຕັ້ງໜ້າ ແລະນັບມື້ນັບດີງາມ. ການພົວພັນດ້ານການເມືອງມີຄວາມ​ໄວ້​ເນື້ອ​ເຊື່ອ​ໃຈສູງດ້ວຍບັນດາການພົບປະ ແລະແລກປ່ຽນຄະນະ, ໂດຍສະເພາະແມ່ນຄະນະຜູ້ແທນຂັ້ນສູງ ແລະບັນດາການເຄື່ອນໄຫວຮ່ວມມືຢ່າງລະອຽດ ແລະມີປະສິດທິຜົນລະຫວ່າງສອງປະເທດ. ພິເສດ, ການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຂອງທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ ໃນເດືອນ ກັນຍາ 2018 ແລະການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ Medvedev ນາຍົກລັດຖະມົນຕີລັດເຊຍ ແລະທ່ານ Volodin ປະທານສະພາຕໍ່າລັດເຊຍ ໃນທ້າຍປີ 2018 ໄດ້ສ້າງກໍາລັງໜູນຢ່າງແຮງໃຫ້ແກ່ການຮ່ວມມືຢ່າງມີປະສິດທິຜົນລະຫວ່າງສອງປະເທດໃນທຸກຂົງເຂດ.

ນອກຈາກນີ້, ສອງປະເທດຈະຜັດປ່ຽນກັນຈັດຕັ້ງປີ ຫວຽດນາມ-ລັດເຊຍ ໃນປີ 2019-2020, ດ້ວຍບັນດາການເຄື່ອນໄຫວພົບປະແລກປ່ຽນ, ສະເຫຼີມສະຫຼອງ ແລະໂຄສະນາ, ສົ່ງເສີມທີ່ມີຄວາມໝາຍເນື່ອງໃນໂອກາດສະເຫຼີມສະຫຼອງວັນເຊັນສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ຫວຽດນາມ-ລັດເຊຍ ຄົບຮອບ 25 ປີ (1994-2019) ແລະວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 70 ປີ (1950-2020), ປະກອບສ່ວນຮັດແໜ້ນນໍ້າໃຈສະໜິດຕິດພັນລະຫວ່າງສອງຊາດກວ່າອີກ, ນໍາການຮ່ວມມື ຫວຽດນາມ-ລັດເຊຍ ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ແລະພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມໄປເຖິງນະຄອນຫຼວງມົດສະກູ, ຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ.

ນັກຂ່າວ: ໃນການຢ້ຽມຢາມຄັ້ງນີ້, ທ່ານ ແລະທ່ານ Medvedev ນາຍົກລັດຖະມົນຕີລັດເຊຍ ຄາດວ່າຈະແລກປ່ຽນບັນດາບັນຫາການຮ່ວມມືສອງຝ່າຍໃດແດ່?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ: ບັນດາການພົບປະ ແລະການຢ້ຽມຢາມຂັ້ນສູງໃນໄລຍະຜ່ານມາໄດ້ສ້າງກໍາລັງໜູນຢ່າງແຮງໃຫ້ແກ່ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ.

ໃນການຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການຄັ້ງນີ້, ຂ້າພະເຈົ້າ ແລະທ່ານ Medvedev ຈະພ້ອມກັນກວດກາຄືນສະພາບການພົວພັນສອງປະເທດໃນໄລຍະຜ່ານມາ, ໃນນັ້ນມີການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນໍາຂັ້ນສູງສອງປະເທດ; ແລກປ່ຽນຄໍາເຫັນກ່ຽວກັບທິດທາງ ແລະມາດຕະການລະອຽດເພື່ອແກ້ໄຂຂໍ້ຕິດຂັດ, ຊຸກຍູ້ການຮ່ວມມືລະຫວ່າງຫວຽດນາມ ແລະລັດເຊຍ ໃນທຸກຂົງເຂດ, ພິເສດແມ່ນດ້ານເສດຖະກິດ, ການຄ້າ ແລະການລົງທຶນ. ນອກຈາກນີ້, ສອງຝ່າຍຈະແລກປ່ຽນກ່ຽວກັບບາງບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຂ້າພະເຈົ້າຫວັງວ່າການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ- ລັດເຊຍ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດອັນແທດຈິງຂອງສອງປະເທດ.

ນັກຂ່າວ: ຕາມທ່ານນາຍົກລັດຖະມົນຕີ, ຂົງເຂດໃດແດ່ໃນການພົວພັນຮ່ວມມືຮອບດ້ານ ຫວຽດນາມ-ລັດເຊຍ ບັນລຸໄດ້ຄວາມຄືບໜ້າຫຼາຍທີ່ສຸດ ແລະຂົງເຂດໃດມີຄວາມສາມາດບົ່ມຊ້ອນແຕ່ຍັງບໍ່ທັນໄດ້ຮັບການຂຸດຄົ້ນ?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ: ຫວຽດນາມ ແລະສະຫະພັນລັດເຊຍ ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນຂົງເຂດຕ່າງໆ. ສອງປະເທດໄດ້ ແລະກໍາລັງສືບຕໍ່ຮ່ວມມືຢ່າງມີປະສິດທິຜົນທາງດ້ານພະລັງງານ ແລະນໍ້າມັນອາຍແກສ, ດ້ວຍຫຼາຍໂຄງການທີ່ໄດ້ຮັບການຜັນຂະຫຍາຍທັງຢູ່ຫວຽດນາມ ແລະສະຫະພັນລັດເຊຍ...

ຄຽງຂ້າງນັ້ນ, ຕ້ອງຮັບຮູ້ຢ່າງກົງໄປກົງມາວ່າ ການຮ່ວມມື ຫວຽດນາມ-ລັດເຊຍ ໃນຫຼາຍຂົງເຂດຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນ ແລະຄວາມປາດຖະໜາຂອງສອງປະເທດ ເປັນຕົ້ນຄື: ກະສິກໍາແມ່ນຂົງເຂດຮ່ວມມືທີ່ມີແງ່ຫວັງທີ່ສຸດນັບທັງດ້ານການຄ້າ ແລະການລົງທຶນ, ພົ້ນເດັ່ນແມ່ນໂຄງການຜະລິດນົມທີ່ມີຂອບຂະໜາດໃຫຍ່ 2,7 ຕື້ໂດລາສະຫະລັດຂອງກຸ່ມບໍລິສັດ TH ຢູ່ແຂວງ Kaluga. ນອກຈາກນີ້, ການຮ່ວມມືທາງດ້ານແຮງງານ ແມ່ນຂົງເຂດທີ່ຫວຽດນາມ ແລະລັດເຊຍ ມີທ່າແຮງ ແລະຄວາມຕ້ອງການເພີ່ມເຕີມຢ່າງມີປະສິດທິຜົນໃຫ້ກັນ.

ນັກຂ່າວ: ຫວຽດນາມ ແລະລັດເຊຍ ມີປະສົບການຮ່ວມມືໄລຍະຍາວ ແລະປະສົບຜົນສໍາເລັດໃນຂົງເຂດພະລັງງານ ແລະເຕັກນິກການທະຫານ. ທ່ານ ໃຫ້ຂໍ້ສັງເກດຄືແນວໃດກ່ຽວກັບໜ້າທີ່ໃໝ່ໃນຂົງເຂດນີ້?

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ: ພະລັງງານ ແລະເຕັກນິກການທະຫານ ແມ່ນບັນດາເສົາຄໍ້າສໍາຄັນຂອງການພົວພັນທີ່ໄວ້ເນື້ອເຊື່ອໃຈຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ລັດເຊຍ. ກ່ຽວກັບພະລັງງານ, ຄຽງຂ້າງການຮ່ວມມືທີ່ເປັນມູນເຊື້ອກ່ຽວກັບການສໍາຫຼວດ ແລະຂຸດຄົ້ນນໍ້າມັນອາຍແກສຢູ່ຫວຽດນາມ ແລະລັດເຊຍ, ສອງຝ່າຍກໍາລັງຕັ້ງໜ້າເປີດກວ້າງບັນດາທິດທາງຮ່ວມມືໃໝ່ ຄື: ສະໜອງນໍ້າມັນດິບຂອງລັດເຊຍ ໃຫ້ແກ່ບັນດາໂຮງງານກັ່ນນໍ້າມັນຂອງຫວຽດນາມ, ຜັນຂະຫຍາຍບັນດາໂຄງການປະສົມໄຟຟ້າອາຍແກສ, ຜະລິດເຄື່ອງຈັກ... ພິເສດແມ່ນຕ້ອງເວົ້າເຖິງການຜັນຂະຫຍາຍໂຄງການສູນຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຢີນິວເຄຼຍ ເຊິ່ງມີຄວາມໝາຍຍຸດທະສາດອັນສໍາຄັນຕໍ່ການໝູນໃຊ້ພະລັງງານນິວເຄຼຍ ເຂົ້າໃນຈຸດປະສົງເພື່ອສັນຕິພາບຢູ່ຫວຽດນາມ.

ກ່ຽວກັບເຕັກນິກການທະຫານ, ສອງຝ່າຍສືບຕໍ່ຮ່ວມມືບົນພື້ນຖານບັນດາຂໍ້ຕົກລົງທີ່ໄດ້ລົງນາມໃຫ້ສອດຄ່ອງກັບກົດໝາຍສາກົນ, ເພື່ອຄວາມໝັ້ນຄົງ, ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ໄຊຊະນະ