ທີ່ການເຈລະຈາ, ທ່ານນາງ ເລີມທິແທງເຟືອງ ເລຂາພັກແຂວງໆລ້າງເຊີນ ເນັ້ນໜັກວ່າ: ການພົວພັນຮ່ວມມືລະຫວ່າງ 4 ແຂວງຂອງ ຫວຽດນາມ ແລະເຂດປົກຄອງຕົນເອງເຜ່ົາຈວາງ, ແຂວງກວາງຊີ ສືບຕໍ່ໄດ້ຮັບການເພີ່ມທະວີ, ຂະຫຍາຍຕົວ. ສອງຝ່າຍໄດ້ຮັກສາການພົບປະລະຫວ່າງການນໍາຂັ້ນສູງສອງຝ່າຍ; ພ້ອມກັນເອົາໃຈໃສ່ຊີ້ນໍາບັນດາຂະແໜງການ, ບັນດາເມືອງ, ຕາແສງທີ່ຕິດກັບຊາຍແດນສອງຝ່າຍໄດ້ເພີ່ມທະວີຊຸກຍູ້ການພົວພັນມິດຕະພາບໃນຫຼາຍຂົງເຂດ.

leftcenterrightdel
ບັນຍາກາດທີ່ການເຈລະຈາ. ພາບ: ຕ໋ວນເຮີ້ບ.

ເພື່ອຊຸກຍູ້ບັນດາການເຄື່ອນໄຫວພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງຝ່າຍສືບຕໍ່ໄດ້ຮັບການພັດທະນາ, ນຳມາເຊິ່ງຜົນປະໂຫຍດທີ່ແທດຈິງ, ທ່ານນາງ ເລີມທິແທງເຟືອງ ສະເໜີບາງເນື້ອໃນເຊິ່ງການນໍາບັນດາແຂວງຂອງ ຫວຽດນາມ ໄດ້ແລກປ່ຽນກັບການນໍາເຂດປົກຄອງຕົນເອງເຜົ່າຈວາງ ຢູ່ລາຍການ “ພົບປະສັງສັນຕົ້ນລະດູບານໃໝ່ 2019”. ລາຍລະອຽດແມ່ນ: ສືບຕໍ່ຮັກສາກົນໄກພົບປະແລກປ່ຽນ, ຮ່ວມມືຢ່າງມີປະສິດທິຜົນ, ເພີ່ມທະວີບັນດາການເຄື່ອນໄຫວພົບປະແລກປ່ຽນ, ແລກປ່ຽນຄະນະທຸກຂັ້ນ, ຊຸກຍູ້ການພົວພັນພົບປະແລກປ່ຽນ, ການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງຝ່າຍໃຫ້ເຂົ້າສູ່ລວງເລິກ.

ຄຽງຂ້າງນັ້ນ, ສອງຝ່າຍໄດ້ຊີ້ນໍາໆພາອໍານາດການປົກຄອງບັນດາແຂວງ-ເຂດ, ເສີມຂະຫຍາຍບົດບາດບັນດາກົນໄກຮ່ວມມືຂອງຄະນະກໍາມະການປະຕິບັດງານປະສົມ, ການຮ່ວມມືລະຫວ່າງບັນດາອົງການທີ່ກ່ຽວຂ້ອງ, ເຊິ່ງຈຸດສຸມແມ່ນບັນດາຂົງເຂດລົງທຶນ, ການຄ້າ, ການທ່ອງທ່ຽວ, ສ້າງການເຊື່ອມຕໍ່ທາງຄົມມະນາຄົມ, ສ້າງເຂດຮ່ວມມືເສດຖະກິດຜ່ານຊາຍແດນ... ຊີ້ນໍາອໍານາດການປົກຄອງທ້ອງຖິ່ນ ແລະບັນດາຫົວໜ່ວຍປົກຄອງຊາຍແດນຊາບຊຶມ, ປະຕິບັດເອກະສານນິຕິກໍາ 3 ສະບັບວ່າດ້ວຍຊາຍແດນດິນຕໍ່ແຜນຫວຽດນາມ-ຈີນ ແລະບົດບັນທຶກບັນດາວາລະກອງປະຊຸມຂອງຄະນະກໍາມະການປະສົມຊາຍແດນດິນຕໍ່ແຜ່ນຫວຽດນາມ-ຈີນ, ແກ້ໄຂບັນດາເຫດທີ່ເກີດຂຶ້ນຢູ່ຊາຍແດນໃຫ້ຮຽບຮ້ອຍ; ສືບຕໍ່ປະຕິບັດການຮ່ວມມືຄຸ້ມຄອງຄົນໄປຜ່ານຊາຍແດນ...

 

ໂດຍ: ນີດາ