ກ່າວຄໍາເຫັນໄຂກອງປະຊຸມ, ທ່ານ ຟ້າມບິ່ງມີງ ປະທານຄະນະກໍາມະການແຫ່ງຊາດອາຊຽນ 2020 ສະເໜີຄະນະກໍາມະການແຫ່ງຊາດ ກວດກາບັນດາວຽກງານທີ່ໄດ້ຜັນຂະຫຍາຍນັບແຕ່ວາລະກອງປະຊຸມຄັ້ງທີໜຶ່ງ (ເດືອນ ທັນວາ 2018), ພ້ອມທັງປຶກສາຫາລືການກໍານົດທິດ, ເນື້ອໃນ, ວຽກງານຄວນຜັນຂະຫຍາຍໃນໄລຍະຈະມາເຖິງ, ພິເສດແມ່ນບັນດາບັນຫາທີ່ກ່ຽວຂ້ອງເຖິງການດໍາລົງຕໍາແໜ່ງເປັນປະທານອາຊຽນ 2020, ໃນນັ້ນມີບາດກ້າວເບື້ອງຕົ້ນແມ່ນແລກປ່ຽນການຄາດຄະເນຕ່າງໆກ່ຽວກັບຫົວຂໍ້, ຈຸດສຸມ, ບຸລິມະສິດ... ຂອງປີປະທານອາຊຽນ 2020.

leftcenterrightdel
ທ່ານ ຟ້າມບິ່ງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ປະທານຄະນະກໍາມະການແຫ່ງຊາດອາຊຽນ 2020 ກ່າວຄໍາເຫັນຊີ້ນໍາ. ພາບ: ສໍານັກຂ່າວສານຫວຽດນາມ.

ບັນດາສະມາຊິກຄະນະກໍາມະການແຫ່ງຊາດ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການໄດ້ແລກປ່ຽນ ແລະເຫັນດີເປັນເອກະສັນຕໍ່ບັນດາເນື້ອໃນກໍຄືວິທີການສ້າງຫົວຂໍ້ ແລະບັນດາຈຸດສຸມບຸລິມະສິດຂອງ ຫວຽດນາມ ໃນປີປະທານອາຊຽນ 2020; ມາດຕະຖານສ້າງບັນດາຂໍ້ລິເລີ່ມຂອງ ຫວຽດນາມ; ມາດຕະຖານ ແລະຂັ້ນຕອນອອກແບບສັນຍາລັກໃຫ້ປີປະທານອາຊຽນ.

ສະຫຼຸບກອງປະຊຸມ, ທ່ານ ຟ້າມບິ່ງມີງ ຕີລາຄາສູງຄວາມມານະພະຍາຍາມຂອງບັນດາສະມາຊິກ, ບັນດາອະນຸກໍາມະການ ແລະກະຊວງ, ຂະແໜງການຕ່າງໆໃນໄລຍະຜ່ານມາທີ່ໄດ້ຮັບປະກັນປະຕິບັດບັນດາໜ້າທີ່ຕາມຂັ້ນຕອນໂດຍພື້ນຖານ; ຜ່ານທິດຜັນຂະຫຍາຍວຽກງານແຕ່ປະຈຸບັນເຖິງວາລະກອງປະຊຸມຄັ້ງທີສາມຂອງຄະນະກໍາມະການ (ຄາດຄະເນຈະຈັດຂຶ້ນໃນເດືອນ ມີຖຸນາ 2019). ທ່ານຮອງນາຍົກລັດຖະມົນຕີ ກໍສະເໜີບັນດາກະຊວງ, ຂະແໜງການລົງທຶນໃຫ້ເໝາະສົມກ່ຽວກັບກໍາລັງຄົນ ແລະຊັບພະຍາກອນມະນຸດໃຫ້ການດໍາລົງຕໍາແໜ່ງ ແລະເຂົ້າຮ່ວມບັນດາການເຄື່ອນໄຫວຂອງປີເປັນປະທານອາຊຽນ 2020 ຢ່າງມີປະສິດທິຜົນ. ບັນດາຂໍ້ຕິດຄັດ ແລະຍັງຄົງຂ້າງໃນວິວັດການຜັນຂະຫຍາຍຕ້ອງໄດ້ແຈ້ງໃຫ້ຄະນະກໍາມະການແຫ່ງຊາດ ເພື່ອແກ້ໄຂຢ່າງທັນການ, ແນໃສ່ຮັບປະກັນຜົນສໍາເລັດລວມໃຫ້ປີເປັນປະທານອາຊຽນ 2020.

 

ໂດຍ: ໄຊນີດາ