ບັນດາສິດເສລີພື້ນຖານຂອງພົນລະເມືອງຫວຽດນາມ ໄດ້ກໍານົດຢ່າງຈະແຈ້ງໃນລັດຖະທໍາມະນູນ ແລະກົດໝາຍຫວຽດນາມ, ສອດຄ່ອງກັບບັນດາສົນທິສັນຍາສາກົນກ່ຽວກັບສິດຂອງມະນຸດ ເຊິ່ງຫວຽດນາມ ເປັນສະມາຊິກ, ໄດ້ຮັບການເຄົາລົບ ແລະຮັບປະກັນໃນຕົວຈິງ. ຄວາມມານະພະຍາຍາມຂອງຫວຽດນາມ ບັນລຸໄດ້ບັນດາຜົນງານສໍາຄັນ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກປະຊາຄົມສາກົນ.

ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນກັບ ອາເມລິກາ ໃນບັນດາຂອບເຂດທີ່ມີຢູ່ແລ້ວໃນປັດຈຸບັນກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈບົນຈິດໃຈກົງໄປກົງມາ, ເປີດອົກເປີດໃຈ ແລະເຄົາລົບເຊິ່ງກັນ ແລະກັນ, ປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ”.

ຫວຽດນາມ ມີຫຼັກຖານດ້ານນິຕິກໍາ ແລະພະຍານຫຼັກຖານດ້ານປະຫວັດສາດຢ່າງພຽງພໍເພື່ອຢັ້ງຢືນອໍານາດອະທິປະໄຕສໍາລັບໝູ່ເກາະ ເຈື່ອງຊາ ແລະຮວ່າງຊາ

ເມື່ອຕອບຄຳຖາມຂອງນັກຂ່າວໂດຍສະເໜີໃຫ້ຮູ້ປະຕິກິລິຍາຂອງຫວຽດນາມຕໍ່ບັນດາການຜັນແປຫວ່າງມໍ່ໆມານີ້ຢູ່ເກາະທິຕື໊ ຂຶ້ນກັບໝູ່ເກາະເຈື່ອງຊາ ຂອງຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ: “ຫວຽດນາມ ມີຫຼັກຖານດ້ານນິຕິກໍາ ແລະພະຍານຫຼັກຖານດ້ານປະຫວັດສາດຢ່າງພຽງພໍ ເພື່ອຢັ້ງຢືນອໍານາດອະທິປະໄຕຂອງຕົນສໍາລັບໝູ່ເກາະເຈື່ອງຊາ ກໍຄືໝູ່ເກາະຮວ່າງຊາ ຕາມການກໍານົດຂອງກົດໝາຍສາກົນ.

leftcenterrightdel
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ. ພາບ: baophapluat.vn

ພ້ອມທັງ ຫວຽດນາມ ຖືວ່າ, ໃນຂະນະທີ່ພ້ອມກັນຊອກຫາມາດຕະການສັນຕິພາບໃຫ້ແກ່ບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກບົນພື້ນຖານກົດໝາຍສາກົນ ແລະສ້າງຄວາມສະດວກໃຫ້ແກ່ວິວັດທະນາການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC), ບັນດາຝ່າຍທີ່ກ່ຽວຂ້ອງຕ້ອງປະຕິບັດຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເດັດຂາດ...

ສະເໜີຝ່າຍມາເລເຊຍ ພິພາກສາຢ່າງຍຸຕິທໍາ, ຮັບປະກັນທຸກສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ດວ່ານທິເຮືອງ

ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບບັນດາມາດຕະການຂອງລັດຖະບານຫວຽດນາມ ໃນການປົກປ້ອງພົນລະເມືອງ ດວ່ານທິເຮືອງ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ: “ໃນຊຸມວັນຜ່ານມາ, ບັນດາອົງການທີ່ກ່ຽວຂ້ອງຂອງຫວຽດນາມ ໄດ້ດໍາເນີນຫຼາຍມາດຕະການປົກປ້ອງພົນລະເມືອງ, ຮັບປະກັນຄວາມຍຸຕິທໍາ, ສິດ ແລະຜົນປະໂຫຍດອັນຊອບທໍາໃຫ້ແກ່ພົນລະເມືອງ ດວ່ານທິເຮືອງ. ຕອນບ່າຍວັນທີ 12 ມີນາ 2019, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Saifuddin Abdullah ລັດຖະມົນຕີກະຊວງການຕ່າງປະເທດມາເລເຊຍ; ຕໍ່ຈາກນັ້ນ, ວັນທີ 13 ມີນາ ທ່ານ ເລແທ່ງລອງ ລັດຖະມົນຕີກະຊວງຍຸຕິທໍາຫວຽດນາມ ກໍໄດ້ມີຈົດໝາຍສົ່ງເຖິງທ່ານ Tommy Thomas ລັດຖະມົນຕີກະຊວງຍຸຕິທໍາມາເລເຊຍ, ວັນທີ 14 ມີນາ, ທ່ານ ຫງວຽນກວ໊ກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ກໍໄດ້ມີການພົບປະກັບທ່ານ Zamruni Khalid ເອກອັກຄະລັດຖະທູດມາເລເຊຍ ປະຈໍາຫວຽດນາມ, ສະເໜີຝ່າຍມາເລເຊຍ ຮັບປະກັນການພິພາກສາຢ່າງຍຸຕິທໍາ, ພາວະວິໄສ, ມອບອິດສະຫຼະພາບໃຫ້ແກ່ພົນລະເມືອງຫວຽດນາມ ດວ່ານທິເຮືອງ.

ທີ່ວາລະພິພາກສາຂອງສານໃນຕອນເຊົ້າວັນທີ 14 ມີນາ, ທ່ານ ເລກຸ໊ຍກິ່ງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ມາເລເຊຍ ກໍໄດ້ເຂົ້າຮ່ວມວາລະພິພາກສາເພື່ອໜູນຊ່ວຍພົນລະເມືອງ ດວ່ານທິເຮືອງ ໄດ້ຢ່າງທັນການເມື່ອມີຄວາມຈໍາເປັນ. ທ່ານເອກອັກຄະລັດຖະທູດ ເລກຸ໊ຍກິ່ງ ໄດ້ມີການພົບປະ, ຢື້ຢາມຖາມຂ່າວ, ລະດົມກໍາລັງໃຈທ່ານນາງ ດວ່ານທິເຮືອງ ພາຍຫຼັງສິ້ນສຸດວາລະພິພາກສາ.

ຕ້ອງເວົ້າຕື່ມອີກວ່າ, ນັບແຕ່ເມື່ອເກີດເຫດ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຊີ້ນໍາບັນດາອົງການທີ່ກ່ຽວຂ້ອງພົບປະກັບພົນລະເມືອງ ດວ່ານທິເຮືອງ ແລະຄອບຄົວ, ອະທິບາຍ, ໜູນຊ່ວຍດ້ານນິຕິກຳ, ຊອກຫາທະນາຍຄວາມ, ຊອກຫາພະຍານຫຼັກຖານຕາມຂໍ້ກໍານົດກົດໝາຍຂອງປະເທດປະຈໍາຖິ່ນ ແລະທຳນຽມສາກົນ. ຫວຽດນາມ ກໍໄດ້ຍົກອອກຄະດີດັ່ງກ່າວເປັນຫຼາຍເທື່ອແລ້ວໃນການແລກປ່ຽນທຸກຂັ້ນນັບທັງຂັ້ນສູງກັບມາເລເຊຍ, ສະເໜີຝ່າຍມາເລເຊຍ ພິພາກສາຄະດີຢ່າງຍຸຕິທໍາ, ຮັບປະກັນທຸກສິດຜົນປະໂຫຍດອັນຊອບທໍາຂອງພົນລະເມືອງ ດວ່ານທິເຮືອງ”.

ໂດຍ: ໄຊຊະນະ