ຖ້ຽວບິນ 22 ຊົ່ວໂມງ

ຕອນເຊົ້າວັນທີ 26 ກັນຍາ, ທ່ານ ຫງວຽນຊວນຟຸກ ໄດ້ມີການຕ້ອນຮັບທ່ານ Lee Nak-yeon ນາຍົກລັດຖະມົນຕີ ສ.ເກົາຫຼີ, ຫຼັງຈາກນັ້ນກໍ່ອອກໄປຍັງສະໜາມບິນສາກົນໂນ້ຍບ່າຍ. ເວລາ 10 ໂມງ ຂອງວັນທີ 26 ກັນຍາ, ເຮືອບິນຂອງບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ບິນຂຶ້ນມຸ່ງໜ້າໄປຕາມທິດ ປາຣີ. ພາຍຫຼັງເຮືອບິນບິນມາໄດ້ 12 ຊົ່ວໂມງ, ເວລາ 17 ໂມງ ຕາມເວລາ ປາຣີ, ເຮືອບິນທີ່ຂົນສົ່ງທ່ານ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຫວຽດນາມ ໄດ້ລົງຈອດຢູ່ສະໜາມບິນສາກົນ Charles de Gaulle ຢູ່ຊານເມືອງ ປາຣີ. ທັງຄະນະໄດ້ເຂົ້າໄປນັ່ງລໍຖ້າຢູ່ຫ້ອງພິເສດຢູ່ສະໜາມບິນ Charles de Gaulle ເປັນເວລາ 2 ຊົ່ວໂມງ ຫຼັງຈາກນັ້ນກໍ່ສືບຕໍ່ບິນໄປຮອດນິວຢອກ.  ບິນໄປຕື່ມອີກ 8 ຊົ່ວໂມງ, ເຮືອບິນກໍ່ໄດ້ລົງຈອດຢູ່ສະໜາມບິນສາກົນ John F.Kennedy ໃນເວລາ 21 ໂມງ 30 ນາທີຂອງວັນທີ 26 ກັນຍາ ຕາມເວລານິວຢອກ. ເມື່ອເປັນຄືແນວນັ້ນ, ນັບທັງ 2 ຊົ່ວໂມງທີ່ລໍຖ້າຢູ່ປາຣີ, ທ່ານ ຫງວຽນຊວນຟຸກ ພ້ອມກັບຄະນະຜູ້ແທນຫວຽດນາມ ໄດ້ຜ່ານການເດີນທາງທີ່ແກ່ຍາວເປັນເວລາ 22 ຊົ່ວ ໂມງ.

ການໂອ້ລົມສົນທະນາກັບບັນດາວິສາຫະກິດອາເມລິກາ

ແຕ່ຮຸ່ງເຊົ້າວັນທີ 27 ກັນຍາ, ທ່ານ ຫງວຽນຊວນຟຸກ ໄດ້ເລີ່ມຕົ້ນເຮັດວຽກອາດສາມາດຖືໄດ້ວ່າແມ່ນພິເສດໃນຕາຕະລາງເຮັດວຽກຫຍຸ້ງທີ່ສຸດຂອງຜູ້ນຳໜ້າລັດຖະບານ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຮັບຟັງຄໍາເຫັນຂອງຜູ້ຕາງໜ້າບັນດາວິສາຫະກິດອາເມລິກາ. ພາບ: ວັນອຽນ.

ເລີ່ມຕົ້ນແຕ່ເວລາ 8 ໂມງເຊົ້າ, ທ່ານ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມການໂອ້ລົມສົນທະນາຢູ່ຫ້ອງ Manhattan ຂອງໂຮງແຮມ Millennium Hilton ດ້ວຍຫົວຂໍ້ກ່ຽວກັບການດຶງດູດການລົງທຶນຂອງອາເມລິກາຢູ່ຫວຽດນາມ ໂດຍສະພາດໍາເນີນທຸລະກິດເພື່ອຄວາມເຂົ້າໃຈສາກົນ (BCIU) ແລະກຸ່ມບໍລິສັດ FPT  ຂອງຫວຽດນາມ ສົມທົບກັນຈັດຕັ້ງ.

ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນເລື່ອງຊຸກຍູ້ການຮ່ວມມືຫຼາຍດ້ານກັບອາເມລິກາ, ໃນນັ້ນບຸລິມະສິດການຮ່ວມມືເສດຖະກິດ, ການຮ່ວມມືໃນບັນດາຂະແໜງເຕັກນິກສູງ; ຕີລາຄາສູງບົດບາດສໍາຄັນ ແລະການປະກອບສ່ວນຢ່າງແທດຈິງຂອງບັນດາວິສາຫະກິດອາເມລິກາໃນວິວັດທະນາການປ່ຽນແປງໃໝ່, ເຊື່ອມໂຍງ ແລະພັດທະນາເສດຖະກິດຂອງຫວຽດນາມ. ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ, ເສດຖະກິດຫວຽດນາມ ສືບຕໍ່ຈະເລີນເຕີບໂຕ, ສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໄດ້ຮັບການປັບປຸງ. ມາຮອດປັດຈຸບັນ, ຫວຽດນາມ ໄດ້ດຶງດູດກວ່າ 26.000 ໂຄງການດ້ວຍຍອດເງິນລົງທຶນປະມານ 350 ຕື້ໂດລາສະຫະລັດ. ທ່ານນາຍົກລັດຖະມົນຕີ ສະເໜີບັນດາວິສາຫະກິດອາເມລິກາ ເພີ່ມທະວີການລົງທຶນເຂົ້າບັນດາຂົງເຂດທີ່ມີທ່າແຮງ ຄື: ເຕັກໂນໂລຢີສູງ, ພະລັງງານ, ພື້ນຖານໂຄງລ່າງ, ຕົວເມືອງສະຫຼາດ, ການສຶກສາ, ບໍາລຸງສ້າງ... ແລະຢືນຢັນຄໍາໝັ້ນສັນຍາຂອງຫວຽດນາມ ໃນການສ້າງສະພາບແວດລ້ອມແຫ່ງການດໍາເນີນທຸລະກິດໃຫ້ດີທີ່ສຸດແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດອາເມລິກາ, ດຳເນີນທຸລະກິດ, ລົງທຶນເປັນປົກກະຕິ ແລະຍາວນານຢູ່ຫວຽດນາມ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ຖ່າຍຮູບກັບຜູ້ຕາງໜ້າວິສາຫະກິດອາເມລິກາ. ພາບ: ວັນອຽນ.

“ມາຣາທອນ” ບັນດາການພົບປະສອງຝ່າຍ

ຮອດເວລາ 9 ໂມງເຊົ້າ, ທ່ານ ຫງວຽນຊວນຟຸກ ໄດ້ກັບມາຫ້ອງ suite ໃນໂຮງແຮມ Millennium Hilton ແລະຫຼັງຈາກນັ້ນ 10 ນາທີ ກໍ່ໄດ້ຕ້ອນຮັບທ່ານ Phil Falcone ປະທານກອງທຶນລົງທຶນດ້ານການເງິນ Harbinger ແລະທ່ານ Timothy Geithner ອະດີດລັດຖະມົນຕີກະຊວງການເງິນອາເມລິກາ, ທ່ານ Warburg Pincus ປະທານກອງທຶນລົງທຶນ. ນີ້ແມ່ນສອງບໍລິສັດລົງທຶນດ້ານການເງິນທີ່ມີກໍາລັງແຮງບົ່ມຊ້ອນຢ່າງໃຫຍ່ຫຼວງ, ໄດ້ເປີດກວ້າງການເຄື່ອນໄຫວລົງທຶນຢູ່ຫວຽດນາມ, ເປັນຕົ້ນແມ່ນການທ່ອງທ່ຽວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະສ້າງວຽກເຮັດງານທໍາ.

ເວລາ 10 ໂມງ 15 ນາທີ, ທ່ານ ຫງວຽນຊວນຟຸກ ໄດ້ອອກຈາກໂຮງແຮມໄປຮອດສໍານັກງານສະຫະປະຊາຊາດ. ທີ່ບັນດາຫ້ອງປະຊຸມນັ້ນ, ນັບແຕ່ເວລາ 10 ໂມງ 30 ນາທີ ຂອງວັນທີ 27 ກັນຍາ, ທ່ານ ຫງວຽນຊວນຟຸກ ໄດ້ດໍາເນີນການພົບປະ “ມາຣາທອນ” ສອງຝ່າຍ, ເວລາ 10 ໂມງ 30 ນາທີ ພົບປະກັບທ່ານ Josaia Voreqe Bainimarama ນາຍົກລັດຖະມົນຕີຟີຈິ; ເວລາ 11 ໂມງ ພົບປະກັບທ່ານ Allen Chastanet ນາຍົກລັດຖະມົນຕີແຊັງລຸຍເຊຍ; ເວລາ 11 ໂມງ 30 ນາທີ ພົບປະກັບທ່ານ Miguel Mario Diáz Canel Bermúdez ປະທານສະພາແຫ່ງລັດ ແລະສະພາລັດຖະມົນຕີກູບາ; ເວລາ 12 ໂມງ ພົບປະກັບທ່ານ Rumen Radev ປະທານາທິບໍດີບຸນກາຣີ, ເວລາ 12 ໂມງ 30 ນາທີ ພົບປະກັບທ່ານນາງ Kolinda Grabar-Kitarovic ປະທານາທິບໍດີໂຄເອເຊຍ.

ເຂົ້າຮ່ວມວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ສະຫະປະຊາຊາດ

ໃນເວລາປະມານແຕ່ 13 ໂມງ 30 ນາທີຫາ 14 ໂມງ 45 ນາທີ ໃນຕອນບ່າຍວັນທີ 27 ກັນຍາ, ທ່ານ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ສະຫະປະຊາຊາດ ຄັ້ງທີ 73.

leftcenterrightdel
ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ກ່າວຄໍາເຫັນຕໍ່ສະມັດຊາໃຫຍ່ສະຫະປະຊາຊາດ. ພາບ: ວັນອຽນ.

ເວລາ 15 ໂມງ, ທີ່ສໍານັກງານສະຫະປະຊາຊາດ, ທ່ານ ຫງວຽນຊວນຟຸກ ໄດ້ພົບປະກັບທ່ານນາງ Maria Fernanda Espinosa Garces ປະທານສະມັດຊາໃຫຍ່, ຕໍ່ຈາກນັ້ນແມ່ນພົບປະກັບທ່ານ Antonio Guterres ເລຂາທິການໃຫຍ່ສະຫະປະຊາຊາດ. ໃນທັງສອງການພົບປະດັ່ງກ່າວ, ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມຖືເປັນສໍາຄັນການພົວພັນກັບສະຫະປະຊາຊາດ; ສະໜັບສະໜູນບົດບາດເປັນໃຈກາງຂອງສະຫະປະຊາຊາດ; ຢືນຢັນວ່າຫວຽດນາມ ຈະປະກອບສ່ວນຢ່າງຕັ້ງໜ້າ ແລະມີຄວາມຮັບຜິດຊອບເຂົ້າໃນວຽກງານລວມຂອງສະຫະປະຊາຊາດ, ເຂົ້າຮ່ວມເປັນເຈົ້າການ, ມີຄວາມຮັບຜິດຊອບຕໍ່ບັນດາຂໍ້ລິເລີ່ມຂອງສະຫະປະຊາຊາດກ່ຽວກັບການພັດທະນາ ແລະຮັກສາສັນຕິພາບ.

ຮອດເວລາ 18 ໂມງ 50 ນາທີ, ທ່ານ ຫງວຽນຊວນຟຸກ ໄດ້ອອກຈາກສຳນັກງານສະຫະປະຊາຊາດ ເດີນທາງໄປຍັງສໍານັກງານຂອງຄະນະປະຕິບັດງານຫວຽດນາມ ຢູ່ສະຫະປະຊາຊາດ. ນັບແຕ່ເວລາ 19 ໂມງ, ທ່ານ ຫງວຽນຊວນຟຸກ ໄດ້ພົບປະກັບພະນັກງານສະຖານທູດຫວຽດນາມ ປະຈໍາ ອາເມລິກາ, ປະຊາຄົມຊາວຫວຽດນາມ, ນັກຮຽນດີເດັ່ນ ແລະເພື່ອນມິດອາເມລິກາ ຢູ່ ນິວຢອກ.

ພາຍຫຼັງຮັບປະທານອາຫານຄ່ຳຢູ່ສຳນັກງານສະຫະປະຊາຊາດຫວຽດນາມແລ້ວ, ເວລາ 22 ໂມງຂອງວັນທີ 27 ກັນຍາ, ທ່ານ ຫງວຽນຊວນຟຸກ ໄດ້ອອກຈາກສໍານັກງານດັ່ງກ່າວເດີນທາງໄປຍັງສະໜາມບິນສາກົນ John F.Kennedy. ພາຍຫຼັງພິທີສົ່ງຢູ່ສະໜາມບິນ, ຮອດເວລາ 23 ໂມງ ຕາມເວລານິວຢອກ, ທ່ານ ຫງວຽນຊວນຟຸກ ໄດ້ຂຶ້ນເຮືອບິນມຸ່ງໜ້າໄປຍັງ ປາຣີ, ສິ້ນສຸດ 24 ຊົ່ວໂມງເຮັດວຽກຢ່າງຮີບດ່ວນຢູ່ນະຄອນນິວຢອກ, ປະເທດອາເມລິກາ.

ໂດຍ: ເຈິ່ນຮວ່ຽນ