ຫົວຂໍ້ຂອງການເຈລະຈາຄັ້ງນີ້ແມ່ນ “ຊຸກຍູ້ການຂະຫຍັນຂັນເຄື່ອນ ແລະປະດິດສ້າງໃນສະພາບການປະຕິວັດອຸດສາຫະກໍາ 4.0”. ເຂົ້າຮ່ວມມີທ່ານ Olivier Shwab, ຜູ້ອໍານວນການບໍລິຫານເວທີປາໄສເສດຖະກິດໂລກ WEF. ນີ້ແມ່ນຄັ້ງທໍາອິດທີ່ຫວຽດນາມ ສົມທົບກັບ WEF ຈັດຕັ້ງການເຈລະຈາເສດຖະກິດຫວຽດນາມຢູ່ນອກກອງປະຊຸມ WEF Davos ດ້ວຍການເຂົ້າຮ່ວມຂອງຫຼາຍກຸ່ມບໍລິສັດແຖວໜ້າເພື່ອໂຄສະນາ, ສົ່ງສານກ່ຽວກັບເສດຖະກິດຫວຽດນາມ.

ຫວຽດນາມ ມີລະບອບລະບຽບການ, ນະໂຍບາຍສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາ

ໃນບົດກ່າວປາໄສເປີດສາກການເຈລະຈາ, ທ່ານ Olivier Shwab ຜູ້ອໍານວຍການບໍລິຫານ WEF ເນັ້ນໜັກເຖິງລະດັບການເຕີບໂຕເສດຖະກິດຢ່າງແຮງຂອງຫວຽດນາມ ໃນຕະຫຼອດ 30 ປີຜ່ານມາ. ຄຽງຂ້າງນັ້ນ, ທ່ານ Olivier Shwab ຖືວ່າ, ການພັດທະນາຂອງປະຊາຄົມວິສາຫະກິດຫວຽດນາມ ໄດ້ຮັບການສະແດງອອກຢ່າງຈະແຈ້ງທີ່ເວທີປາໄສ WEF Davos ໃນຄັ້ງນີ້. ທ່ານ Olivier Shwab ກໍຢືນຢັນວ່າ WEF ປາດຖະໜາຢາກໃຫ້ ຫວຽດນາມ ນັບມື້ນັບເຊື່ອມໂຍງຢ່າງເລິກເຊິ່ງເຂົ້າກັບປະຊາຄົມສາກົນ ແລະຍູ້ແຮງການເຄື່ອນໄຫວສົມທົບກັບ WEF ຢ່າງບໍ່ຢຸດຢັ້ງໃນອະນາຄົດ.

ຫວຽດນາມໄດ້ກາຍເປັນໜຶ່ງໃນບັນດາໂຮງງານຂອງໂລກກ່ຽວກັບການສະໜອງເຄື່ອງບໍລິໂພກເອເລັກໂຕນິກ, ຕໍ່າແຜ່ນຕັດຫຍິບ, ເກີບໜັງ, ໂທລະສັບມືຖື. ຫວຽດນາມ ຜະລິດ 50% ໂທລະສັບສະຫຼາດ Samsung ທີ່ຈໍາໜ່າຍໃນທົ່ວໂລກ, ມາຮອດເດືອນ ທັນວາ ປີ 2018, ໄດ້ຜະລິດໂທລະສັບມືຖືກວ່າ 1 ຕື້ໜ່ວຍ. ຫວຽດນາມມີ 26.000 ໂຄງການລົງທຶນຈາກຕ່າງປະເທດ FDI ກໍາລັງເຄື່ອນໄຫວດ້ວຍຈໍານວນທຶນຈົດທະບຽນທັງໝົດເກືອບ 350 ຕື້ໂດລາສະຫະລັດ, ໃນນັ້ນທີຫຼາຍກຸ່ມບໍລິສັດໃຫຍ່ຄື: Siemen, Novatis, Carlsberg, Mitsubishi, Toyota, Samsung, LG, Exxon Mobil, Ford, GE...

leftcenterrightdel
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານການເຈລະຈາກັບບັນດາກຸ່ມບໍລິສັດທົ່ວໂລກກ່ຽວກັບເສດຖະກິດຫວຽດນາມ ທີ່ WEF Davos 2019. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ຫງວຽນຊວນຟຸກ ຢືນຢັນວ່າ, ລັດຖະບານຫວຽດນາມ ຍາມໃດກໍຮັບຟັງຄໍາເຫັນຈາກບັນດາສະມາຄົມວິສາຫະກິດປະເທດຕ່າງໆ. ຫວຽດນາມໄດ້ສ້າງກອບນິຕິກໍາທີ່ໂປ່ງໃສ, ນັບມື້ນັບສໍາຜັດກັບບັນດາມາດຕະຖານສາກົນທີ່ກ້າວໜ້າ; ເສີມຂະຫຍາຍພາກເອກະຊົນຢ່າງແຮງ. ພື້ນຖານເສດຖະກິດນັບມື້ນັບເປີດກວ້າງ, ມີການພົວພັນເສດຖະກິດການຄ້າກັບ 220 ກວ່າປະເທດ ແລະເຂດແຄວ້ນ, ວົງເງິນການຄ້າບັນລຸ 185% GDP.

ການປະຕິວັດອຸດສາຫະກໍາ 4.0 ແມ່ນກາລະໂອກາດອັນໃຫຍ່ຫຼວງ

ເຕື້ອງເຖິງຜົນສະທ້ອນຢ່າງແຮງຂອງການປະຕິວັດອຸດສາຫະກໍາ 4.0 ທີ່ກໍາລັງ “ເຄາະປະຕູ” ແຕ່ລະວິສາຫະກິດ, ທ່ານ ຫງວຽນຊວນຟຸກ ຊີ້ແຈ້ງວ່າ, ຫວຽດນາມ ຖືນີ້ແມ່ນກາລະໂອກາດອັນໃຫຍ່ຫຼວງໃນຂະນະທີ່ບັນດາປະເທດແກ່ງແຍ້ງກັນດ້ວຍການປະດິດສ້າງ, ຫາກບໍ່ພຽງແຕ່ດ້ວຍບັນດາປັດໄຈມູນເຊື້ອຄື: ການຄ້າເສລີ, ຂອບຂະໜາດ, ປະສົບການ, ແຮງງານ, ເງິນລົງທຶນ.

ທ່ານ ຫງວຽນຊວນຟຸກ ສະເໜີບັນດາວິສາຫະກິດສາກົນ: “ຈົ່ງເຂົ້າມາ ແລະສ້າງເປັນບັນດາຜະລິດຕະພັນ 4.0 ຢູ່ຫວຽດນາມ”. ຫວຽດນາມຈະນໍາໜ້າໃນການສ້າງກອບນະໂຍບາຍຮັບຮອງ ແລະອະນຸຍາດໃຫ້ທົດລອງບັນດາເຕັກໂນໂລຢີໃໝ່, ນໍາໃຊ້ຮູບແບບຮ່ວມມືພາກລັດ-ເອກະຊົນ ເພື່ອສ້າງເປັນບັນດາບໍລິການ ແລະຜະລິດຕະພັນບຸກທະລຸ, ເປັນມິດກັບສິ່ງແວດລ້ອມໃນການປະຕິວັດອຸດສາຫະກໍາ 4.0 ດ້ວຍການເປັນເຈົ້າແມ່ນບັນດານັກທຸລະກິດໜຸ່ມທີ່ມີຄວາມມຸ່ງຫວັງປະດິດຄິດສ້າງ, ກ້າເຮັດກ້າທຳເພື່ອກ້າວຂຶ້ນຢ່າງແຮງ.

ຫວຽດນາມ - ສະຖານທີ່ລົງທຶນປະສົບຜົນສໍາເລັດ

ຜູ້ຕາງໜ້າບັນດາກຸ່ມບໍລິສັດນາໆຊາດລ້ວນແຕ່ໃຫ້ຮູ້ວ່າ, ຫວຽດນາມ ແມ່ນໜຶ່ງໃນບັນດາຕະຫຼາດສໍາຄັນຂອງບັນດາວິສາຫະກິດນີ້ ແລະເປັນພາກພື້ນຜະລິດສໍາຄັນ. ບັນດາກຸ່ມບໍລິສັດກໍຢືນຢັນສະໜັບສະໜູນສັນຍາການຄ້າເສລີ EVFTA, ປາດຖະໜາວ່າລັດຖະບານຫວຽດນາມ ຈະສ້າງເງື່ອນໄຂສະດວກໃນການລົງທຶນ, ດໍາເນີນທຸລະກິດ.

ຜູ້ຕາງໜ້າກຸ່ມບໍລິສັດ Heineiken ທີ່ໄດ້ລົງທຶນຢູ່ຫວຽດນາມເປັນເວລາ 25 ປີແລ້ວໃຫ້ຮູ້ວ່າ, ຫວຽດນາມ ແມ່ນຮາກຖານຜະລິດປະດິດສ້າງທີ່ສຸດໃນລະບົບຂອງ Heineiken ໃນທົ່ວໂລກ; ພ້ອມທັງປາດຖະໜາຢາກສືບຕໍ່ໄດ້ຮັບການສະໜັບສະໜູນຈາກລັດຖະບານຫວຽດນາມ ໃນການເຄື່ອນໄຫວຜະລິດ, ດໍາເນີນທຸລະກິດໃນໄລຍະຈະມາເຖິງ.

ຜູ້ຕາງໜ້າກຸ່ມບໍລິສັດ Siemens (ເຢຍລະມັນ) ຮັບຮູ້ວ່າ, ຫວຽດນາມມີຄວາມສາມາດ “ກະໂດດຂັ້ນ” ໃນບັນດາຂົງເຂດຄື: ປະດິດໂອໂຕ, ກົນຈັກ ແລະໃຫ້ຮູ້ວ່າ ບໍລິສັດພ້ອມແລ້ວທີ່ຈະຮ່ວມເດີນທາງພ້ອມກັບຫວຽດນາມໃນຂົງເຂດນີ້. ຜູ້ຕາງໜ້າ Siemens ກໍສະເໜີລັດຖະບານຫວຽດນາມ ເພີ່ມທະວີການລົງທຶນພັດທະນາພື້ນຖານໂຄງລ່າງ; ຍົກສູງຄຸນນະພາບແຫຼ່ງ ຊັບພະຍາກອນມະນຸດ ເພື່ອສາມາດເປັນເຈົ້າການໃນການຖ່າຍທອດເຕັກໂນໂລຢີຈາກຝ່າຍ Siemens.

ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ລັດຖະບານຫວຽດນາມ ພ້ອມແລ້ວທີ່ຈະສະໜັບສະໜູນບັນດາແນວຄິດ, ຮູບແບບດໍາເນີນທຸລະກິດທີ່ມີລັກສະນະບຸກທະລຸ, ບໍ່ພຽງແຕ່ສະໜັບສະໜູນບັນດາວິສາຫະກິດເທົ່ານັ້ນຫາກສໍາຄັນກວ່າໝູ່ແມ່ນສະໜັບສະໜູນບັນດາຄຸນຄ່າປະດິດສ້າງ, ປ່ຽນແປງໃໝ່, ຈິດໃຈເລີ່ມທຸລະກິດ, ສະໜັບສະໜູນທ່າອ່ຽງກ້າວໜ້າ, ຊ່ວຍນໍາມາເຊິ່ງຜົນປະໂຫຍດ ແລະຄວາມສະດວກສະບາຍໃຫ້ແກ່ປະຊາຊົນ. ນັ້ນແມ່ນແງ່ມຸມແບບຍືນຍົງຂອງພື້ນຖານເສດຖະກິດ, ເປັນປັດໄຈໜຶ່ງຂອງພື້ນຖານເສດຖະກິດດີຈີຕອນ.

ໂດຍ: ໄຊຊະນະ