ທ່ານປະທານປະເທດ ເລືອງເກື່ອງ ຢ້ຽມຢາມ ແລະອວຍພອນປີໃໝ່ກອງບັນຊາການຕຳຫຼວດເຄື່ອນທີ່
ກປ.ອອນໄລ - ເນື່ອງໃນໂອກາດຕ້ອນຮັບບຸນປີໃໝ່ປີສະເສງ 2025, ຕອນບ່າຍວັນທີ 22 ມັງກອນ, ທ່ານ ເລືອງເກື່ອງ ປະທານປະເທດ, ກຳມະການກົມການເມືອງ, ປະທານສະພາປ້ອງກັນຊາດ ແລະປ້ອງກັນຄວາມສະຫງົບ, ຜູ້ບັນຊາການສູງສຸດກໍາລັງປະກອບອາວຸດປະຊາຊົນ ໄດ້ລົງຢ້ຽມຢາມ ແລະອວຍພອນປີໃໝ່ກອງບັນຊາການຕຳຫຼວດເຄື່ອນທີ່ (ກະຊວງຕຳຫຼວດ).
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກວດແຖວກຽດຕິຍົດທີ່ພິທີຕ້ອນຮັບ. ພາບ: qdnd.vn |
ກ່າວຄຳເຫັນຕໍ່ພະນັກງານ, ນັກຮົບກອງບັນຊາການຕຳຫຼວດເຄື່ອນທີ່, ທ່ານ ເລືອງເກື່ອງ ໄດ້ຍ້ອງຍໍ, ຮັບຮູ້ ແລະຕີລາຄາສູງໝາກຜົນທີ່ກອງບັນຊາການຕຳຫຼວດເຄື່ອນທີ່ບັນລຸໄດ້. ທ່ານປະທານປະເທດ ໃສ່ໃຈວ່າ: ປີ 2025 ແມ່ນປີທີ່ມີຄວາມໝາຍສຳຄັນພິເສດ, ແມ່ນປີຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ມຸ່ງໄປເຖິງກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກ ແລະບັນດາເຫດການການເມືອງ, ວັດທະນະທຳທີ່ສຳຄັນຂອງປະເທດ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ແລະຜູ້ແທນພ້ອມກັບພະນັກງານ, ນັກຮົບຕໍາຫຼວດເຄື່ອນທີ່. ພາບ: qdnd.vn |
ເພື່ອຕອບສະໜອງໜ້າທີ່ວຽກງານໃນສະພາບການໃໝ່, ທ່ານປະທານປະເທດ ຮຽກຮ້ອງໃຫ້ກຳລັງຕຳຫຼວດເຄື່ອນທີ່ສືບຕໍ່ຄົ້ນຄວ້າ, ຊາບຊຶມຢ່າງເລິກເຊິ່ງ, ຜັນຂະຫຍາຍການປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ ແລະກໍ່ສ້າງກໍາລັງໃນສະພາບການໃໝ່ຢ່າງມີປະສິດທິຜົນ. ທ່ານປະທານປະເທດ ເນັ້ນໜັກວ່າ: ທົ່ວກຳລັງຕ້ອງເປັນເຈົ້າການກໍາແໜ້ນສະພາບການ ແລະປະຕິບັດວຽກງານເປັນເສນາທິການໃຫ້ຄະນະພັກຕໍາຫຼວດສູນກາງ, ການນຳກະຊວງຕໍາຫຼວດກ່ຽວກັບວຽກງານຮັບປະກັນຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍເປັນຢ່າງດີ.
    |
 |
ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ກ່າວຄໍາເຫັນອວຍພອນບຸນເຕັດພະນັກງານ, ນັກຮົບກອງບັນຊາການຕໍາຫຼວດເຄື່ອນທີ່. ພາບ: qdnd.vn |
ພ້ອມກັນນັ້ນ, ກໍາລັງຕຳຫຼວດເຄື່ອນທີ່ຕ້ອງສືບຕໍ່ຍົກສູງປະສິດທິຜົນໃນການສົມທົບກັນຢ່າງແໜ້ນແຟ້ນກັບບັນດາກຳລັງ, ກົມກອງຢູ່ພາຍໃນ ແລະນອກກໍາລັງຕໍາຫຼວດປະຊາຊົນໃນການສູ້ຮົບ; ຍາມໃດກໍ່ເປັນເຈົ້າການກ່ຽວກັບກຳລັງ, ກຽມພ້ອມເພີ່ມທະວີບັນດາກໍາລັງວິຊາການຂອງກະຊວງຕຳຫຼວດ ແລະຕຳຫຼວດຢູ່ທ້ອງຖິ່ນໃນການຕໍ່ສູ້ຕ້ານ, ສະກັດກັ້ນ, ປາບປາມອາດຊະຍາກຳປະເພດຕ່າງໆ.
    |
 |
ພະນັກງານ, ນັກຮົບຕໍາຫຼວດເຄື່ອນທີ່ເຂົ້າຮ່ວມພິທີອວຍພອນບຸນເຕັດຂອງປະທານປະເທດ. ພາບ: qdnd.vn |
ທ່ານປະທານປະເທດ ຮຽກຮ້ອງໃຫ້ກຳລັງຕຳຫຼວດເຄື່ອນທີ່ຕ້ອງປະຕິບັດວຽກງານກໍ່ສ້າງພັກເປັນຢ່າງດີ, ກໍ່ສ້າງກຳລັງ, ກົມກອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງທຸກດ້ານ; ຕັ້ງໜ້າຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອປັບປຸງຄຸນທາດການເມືອງໃຫ້ໝັ້ນຄົງເຂັ້ມແຂງ, ຈົ່ງຮັກພັກດີຕໍ່ພັກ, ປະເທດຊາດ ແລະຮັບໃຊ້ປະຊາຊົນຢ່າງສຸດຈິດສຸດໃຈ.
ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ໄດ້ມອບຂອງຂວັນບຸນເຕັດໃຫ້ແກ່ພະນັກງານ, ນັກຮົບກໍາລັງຕໍາຫຼວດເຄື່ອນທີ່.
ໂດຍ: ທູຈາງ