ກ່າວຄໍາເຫັນທີ່ການໂອ້ລົມສົນທະນາ, ທ່ານ ເຈິ່ນຮົ່ງຮ່າ ສະເໜີໃຫ້ ເພີ່ມທະວີກອບນິຕິກໍາໃນທົ່ວໂລກ ແລະພາກພື້ນກ່ຽວກັບການຄຸ້ມຄອງ ແລະນໍາໃຊ້ແຫຼ່ງນໍ້າຂ້າມຊາຍແດນ; ນໍາໃຊ້ວິທີເຂົ້າເຖິງການຄຸ້ມຄອງສັງລວມ, ອີງໃສ່ທໍາມະຊາດ, ຖືແຫຼ່ງນໍ້າຂ້າມຊາຍແດນແມ່ນເຈົ້າກຳເອກະພາບໜຶ່ງໃນການກໍ່ສ້າງ ແລະປະຕິບັດການວາງແຜນຜັງ, ລາຍການ, ໂຄງການ; ເພີ່ມທະວີກົນໄກທາບທາມຄວາມເຫັນລະຫວ່າງບັນດາປະເທດຢ່າງເປີດເຜີຍ, ສະເໝີພາບ; ພ້ອມທັງເນັ້ນໜັກວ່າ ການຮ່ວມມືດ້ານຂຸດຄົ້ນ, ນໍາໃຊ້ນໍ້າຄວນຄິດໄລ່ເຖິງການຮັບປະກັນການລ້ຽງຊີບ, ບັນດາການເຄື່ອນໄຫວເສດຖະກິດ-ສັງຄົມ, ອະນຸລັກຄຸນຄ່າວັດທະນະທໍາທີ່ເປັນມູນເຊື້ອ ແລະລະບົບນິເວດຕິດພັນກັບນໍ້າຂ້າມຊາຍແດນ.

leftcenterrightdel
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເຈິ່ນຮົ່ງຮ່າ ແລກປ່ຽນກັບບັນດານັກບັນລະຍາຍ. ພາບ: Baochinhphu.vn

ທ່ານ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ ຫວຽດນາມ ໃຫ້ຄໍາໝັ້ນສັນຍາວ່າຈະເພີ່ມທະວີການຮ່ວມມືກັບບັນດາອົງການຈັດຕັ້ງ, ຄູ່ຮ່ວມມືສາກົນໃຫ້ຫຼາຍກວ່າອີກ, ເປັນຕົ້ນແມ່ນບັນດາປະເທດໃນຄະນະກໍາມະການແມ່ນໍ້າຂອງສາກົນ, ບັນດາປະເທດເຂົ້າຮ່ວມກົນໄກການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອປະຕິບັດເປົ້າໝາຍພັດທະນາແບບຍືນຍົງກ່ຽວກັບນໍ້າຂ້າມຊາຍແດນ.

ໂດຍ: ຈາງຫງວຽນ