“ການປົກປ້ອງ ແລະຊຸກຍູ້ສິດທິມະນຸດແມ່ນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ. ຫວຽດນາມ ຍາມໃດກໍ່ຖືປະຊາຊົນເປັນໃຈກາງ, ເປັນກຳລັງໜູນຂອງວິວັດການປ່ຽນແປງໃໝ່ ແລະພາລະກິດພັດທະນາປະເທດຊາດ, ຍາມໃດກໍ່ມານະພະຍາຍາມ ເພື່ອຍົກສູງຊີວິດການເປັນຢູ່ ແລະສິດຊົມໃຊ້ຂອງປະຊາຊົນ, ບໍ່ປະໃຫ້ໃຜຕົກຢູ່ເບື້ອງຫຼັງ. ບັນດາສິດ ແລະຄວາມເສລີໂດຍພື້ນຖານຂອງມະນຸດ ໄດ້ລະບຸໄວ້ໃນລັດຖະທຳມະນູນຂອງຫວຽດນາມ, ໄດ້ຮັບການປົກປ້ອງ ແລະຊຸກຍູ້ດ້ວຍບັນດາເອກະສານກົດໝາຍລະອຽດ ແລະໄດ້ຮັບການຜັນຂະຫຍາຍໃນພຶດຕິກຳຕົວຈິງ.

leftcenterrightdel
ທ່ານນາງ ຟ້າມທູຮັ່ງ ຮອງໂຄສົກກະຊວງການຕ່າງປະເທດ. ພາບ: qdnd.vn

ຫວຽດນາມ ຮູ້ສຶກເສຍດາຍຍ້ອນບົດລາຍງານສິດທິມະນຸດປະຈຳປີ 2022 ຂອງກະຊວງການຕ່າງປະເທດອາເມລິກາ ໄດ້ຍົກອອກບາງຂໍ້ສັງເກດທີ່ຂາດພາວະວິໄສ ໂດຍອີງໃສ່ຂໍ້ມູນບໍ່ຊັດເຈນ ກ່ຽວກັບສະພາບການຕົວຈິງຢູ່ຫວຽດນາມ. ຫວຽດນາມ ຍາມໃດພ້ອມແລ້ວທີ່ຈະແລກປ່ຽນຢ່າງກົງໄປກົງມາ, ເປີດເຜີຍ ແລະບົນຈິດໃຈສ້າງສັນກັບອາເມລິກາ ກ່ຽວກັບບັນດາບັນຫາຍັງມີຄວາມແຕກຕ່າງກັນ ເພື່ອເພີ່ມທະວີຄວາມເຂົ້າໃຈ ແລະປະກອບສ່ວນເຂົ້າໃນການພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງສອງປະເທດ”.

ໂດຍ: ທະນາພອນ