ທີ່ການເຮັດວຽກ, ທ່ານ ເຈິ່ນລືວກວາງ ເນັ້ນໜັກວ່າ ໂລກຈະສືບຕໍ່ປະເຊີນໜ້າກັບການຜັນແປຢ່າງສັບສົນ, ເຖິງຢ່າງໃດກໍ່ຕາມ, ຄຽງຂ້າງຄວາມຫຍຸ້ງຍາກ, ສິ່ງທ້າທາຍກໍ່ມີຫຼາຍກາລະໂອກາດ, ຄວາມສະດວກ. ກະຊວງການຕ່າງປະເທດຄວນເປັນເຈົ້າການ, ຕັ້ງໜ້າເປັນເສນາທິການໃຫ້ພັກ, ລັດຢ່າງທັນການກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ມາດຕະການ ແລະບາດກ້າວພົວພັນຕ່າງປະເທດທີ່ເໝາະສົມໃຫ້ຫຼາຍກວ່າອີກເພື່ອຍາດແຍ່ງກາລະໂອກາດມາຮັບໃຊ້ການປະຕິບັດບັນດາເປົ້າໝາຍພັດທະນາປະເທດຊາດ ແລະປົກປັກຮັກສາປະເທດ.

ທ່ານ ເຈິ່ນລືວກວາງ ເນັ້ນໜັກວ່າ ກະຊວງການຕ່າງປະເທດ ຄວນສືບຕໍ່ເສີມຂະຫຍາຍບົດບາດນໍາໜ້າໃນການຜັນຂະຫຍາຍບັນດາໜ້າທີ່ພົວພັນຕ່າງປະເທດຢ່າງຄົບຊຸດ, ມີປະສິດທິຜົນ, ໃນນັ້ນມີການຮັກສາສັນຕິພາບ, ສະຖຽນລະພາບແມ່ນໜ້າທີ່ຈຸດສຸມ, ຍົກສູງທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດແມ່ນໜ້າທີ່ສໍາຄັນ.

leftcenterrightdel
ທ່ານ ເຈິ່ນລືວກວາງ ຮອງນາຍົກລັດຖະມົນຕີ ເຮັດວຽກກັບກະຊວງການຕ່າງປະເທດ. ພາບ: baochinhphu.vn

ກະຊວງການຕ່າງປະເທດ ຄວນສຸມໃສ່ປະຕິບັດໂຄງການພົວພັນຕ່າງປະເທດທຸກຂັ້ນ; ສືບຕໍ່ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ ຢ່າງເລິກເຊິ່ງກວ້າງຂວາງ, ຮອບດ້ານ ແລະມີປະສິດທິຜົນ; ປັບປຸງຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາໃຫ້ມິີຄວາມໜັກແໜ້ນກວ່າເກົ່າ, ຍາດແຍ່ງເອົາປັດໄຈສາກົນທີ່ສະດວກ, ແຫຼ່ງກໍາລັງພາຍນອກ ແລະບັນດາສັນຍາ, ຂໍ້ຕົກລົງສາກົນທີ່ໄດ້ລົງນາມເພື່ອແນໃສ່ຮັບໃຊ້ການພັດທະນາປະເທດຊາດຢ່າງໄວ ແລະຍືນຍົງ.

ພ້ອມທັງສືບຕໍ່ເສີມຂະຫຍາຍບົດບາດ, ປະກອບສ່ວນຢ່າງຕັ້ງໜ້າ ແລະເຂົ້າຮ່ວມເວທີປາໄສ, ກົນໄກຫຼາຍຝ່າຍສໍາຄັນຢ່າງມີປະສິດທິຜົນ, ຜ່ານນັ້ນຍົກສູງທີ່ຕັ້ງ ແລະອິດທິພົນຊື່ສຽງຂອງປະເທດໃຫ້ຫຼາຍກວ່າອີກ.

ໂດຍ: ທູຈາງ