ເຂົ້າຮ່ວມກອງປະຊຸມສໍາມະນາ, ຝ່າຍລັດເຊຍ ມີທ່ານ Evgeny Grigoriev ປະທານຄະນະກໍາມະການພົວພັນຕ່າງປະເທດນະຄອນ St.Petersburg, ຜູ້ຕາງໜ້າຄະນະ, ຂະແໜງ, ອົງການທີ່ກ່ຽວຂ້ອງຂອງນະຄອນ. ທ່ານ G.Bezdetko ເອກອັກຄະລັດຖະທູດລັດເຊຍ ປະຈໍາ ຫວຽດນາມ ເຂົ້າຮ່ວມທາງອອນລາຍ. ຝ່າຍຫວຽດນາມ ມີທ່ານ ດັ້ງມິງຄອຍ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລັດເຊຍ, ທ່ານນາງ ຫງວຽນທິຮ່ວາງເງິນ ຮອງຫົວໜ້າຄະນະກໍາມະການພົວພັນຕ່າງປະເທດສູນກາງພັກ ພ້ອມກັບຜູ້ຕາງໜ້າການນໍາບາງທ້ອງຖິ່ນ, ສະມາຄົມຊາວຫວຽດນາມ ຢູ່ລັດເຊຍ.

leftcenterrightdel
ທ່ານ ຫງວຽນທິຮວ່າງເວິນ ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກ່າວຄໍາເຫັນທີ່ກອງປະຊຸມສຳມະນາຢູ່ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາ, ທ່ານເອກອັກຄະລັດຖະທູດ ດັ້ງມິງຄອຍ ເນັ້ນໜັກກວ່າ ສາຍພົວພັນລະຫວ່າງສອງປະເທດ ຫວຽດນາມ-ລັດເຊຍ ໄດ້ຜ່ານການທົດສອບຫຼາຍຢ່າງ ແລະປະຈຸບັນພວມພັດທະນາຢ່າງຕັ້ງໜ້າທັງລວງກວ້າງ ແລະລວງເລິກໃນທຸກຂົງເຂດ, ຄື: ເສດຖະກິດ, ການຄ້າ, ວັດທະນະທໍາ, ການສຶກສາ, ການທູດປະຊາຊົນ, ທັງແມ່ນຊັບສົມບັດອັນລໍ້າຄ່າຂອງສອງປະເທດ.

ກ່າວຄໍາເຫັນທີ່ກອງປະຊຸມສໍາມະນາຜ່ານລະບົບທາງໄກຈາກຮ່າໂນ້ຍ, ທ່ານນາງ ຫງວຽນທິ້ຮວ່າງເວິນ ຕີລາຄາສູງຂໍ້ລິເລີ່ມຈັດຕັ້ງເຫດການດັ່ງກ່າວປະຈໍາປີຂອງຄະນະກໍາມະການພົວພັນຕ່າງປະເທດນະຄອນ St.Petersburg. ທ່ານນາງ ເນັ້ນໜັກວ່າ ໃນປີ 2023 ສອງປະເທດຈະມີຫຼາຍກິດຈະກຳດ້ານການເມືອງທີ່ສໍາຄັນ, ພິເສດແມ່ນການກະກຽມເປີດສະຫຼອງອະນຸສາວະລີປະທານ ໂຮ່ຈີມິນ ເນື່ອງໃນໂອກາດ 100 ປີແຫ່ງວັນປະທານໂຮ່ຈີມິນ ມາຢ້ຽມຢາມນະຄອນ St.Petersburg. ນີ້ແມ່ນອະນຸສາວະລີທີຫ້າ ຂອງເພິ່ນຢູ່ລັດເຊຍ.

ເຂົ້າຮ່ວມຜ່ານວິດີໂອ, ທ່ານ G.Bezdetko ຢັ້ງຢືນວ່າ ໃນກວ່າ 70 ປີຜ່ານມາ, ລັດເຊຍ ແລະຫວຽດນາມ ໄດ້ສະໜິດຕິດພັນກັນ ດ້ວຍການພົວພັນມິດຕະພາບ ແລະຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ. ຫວຽດນາມ ຍາມໃດກໍ່ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສະໜິດສະໜົມ ແລະໄວ້ເນື້ອເຊື່ອໃຈທີ່ສຸດຂອງລັດເຊຍ ຢູ່ອາຊີ-ປາຊີຟິກ.

ໂດຍ: ຈາງຫງວຽນ