leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານນາງ Linda Dessau, ຜູ້ວ່າການລັດ Victoria. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະກັບທ່ານນາງ Linda Dessau, ທ່ານ ເວືອງດິ່ງເຫວ້ ຕີລາຄາສູງເລື່ອງສູນເສດຖະກິດໃຫຍ່ສອງແຫ່ງຂອງສອງປະເທດແມ່ນນະຄອນໂຮ່ຈີມິນ ແລະລັດ Victoria ໄດ້ລົງນາມສັນຍາຮ່ວມມື, ຖືນີ້ແມ່ນແບບຢ່າງໃນການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ ໃນອະນາຄົດ ແລະຫວັງວ່າ: ສອງຝ່າຍຈະເປີດກ້ວາງການຮ່ວມມືໃນບັນດາຂົງເຂດ, ຄື: ວາງແຜນຜັງຕົວເມືອງ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ ເວືອງດິ່ງເຫວ້  ຊົມເຊີຍບັນດາການນໍາຂອງລັດ Victoria  ມາຢ້ຽມຢາມຫວຽດນາມ ກໍ່ຄືບັນດານັກລົງທຶນຂອງລັດ Victoria  ທີ່ໄປຊອກຮູ້ກາລະໂອກາດລົງທຶນຢູ່ຫວຽດນາມ.

ສ່ວນທ່ານນາງ Linda Dessau ກໍ່ໃຫ້ຮູ້ວ່າ ລັດ Victoria ຍາມໃດກໍ່ຖືເປັນສຳຄັນການພົວພັນກັບຫວຽດນາມ ແລະປາດຖະໜາຢາກໃຫ້ ຫວຽດນາມ ສືບຕໍ່ສ້າງເງື່ອນໄຂ ເພື່ອໃຫ້ລັດເປີດກວ້າງການຮ່ວມມືກັບບັນດາທ້ອງຖິ່ນຂອງຫວຽດນາມ ໃນບັນດາຂົງເຂດທີ່ມີທ່າແຮງ ແລະມີຄວາມສາມາດບົ່ມຊ້ອນ.

leftcenterrightdel
ທ່ານ ເວືອງດິ່ງເຫວ້ ປະທານສະພາແຫ່ງຊາດຫວຽດນາມ ແລະທ່ານ Tim Ayres ລັດຖະມົນຕີກະຊວງການຄ້າ ແລະການຜະລິດອົດສະຕາລີ. ພາບ: vov.vn

ທີ່ການຕ້ອນຮັບທ່ານ Tim Ayres, ລັດຖະມົນຕີກະຊວງການຄ້າ ແລະການຜະລິດອົດສະຕາລີ, ທ່ານ ເວືອງດິ່ງເຫວ້ ສະເໜີວ່າ ໃນຖານະຕຳແໜ່ງຂອງຕົນ, ທ່ານລັດຖະມົນຕີ Tim Ayres ຈະຊຸກຍູ້ການເປີດປະຕູຕະຫຼາດໃຫ້ແກ່ຜະລິດຕະພັນກະເສດປະເພດຕ່າງໆຂອງຫວຽດນາມ ໃຫ້ຫຼາຍກ່ວາອີກ, ໜູນຊ່ວຍຫວຽດນາມ ພັດທະນາກະສິກຳເຕັກໂນໂລຊີສູງ, ຍູ້ແຮງການຮ່ວມມືໃນບັນດາຂົງເຂດການສຶກສາ - ກໍ່ສ້າງ, ວັດທະນະທຳ, ການທ່ອງທ່ຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮ່ວມມືໃນເຂດອະນຸພາກພື້ນແມ່ນ້ຳຂອງ.

ສອງຝ່າຍກໍ່ເຫັນດີເປັນເອກະພາບຄວນເພີ່ມທະວີການຮ່ວມມືໃນການຮັບມືກັບສິ່ງທ້າທາຍໃນພາກພື້ນ ແລະໃນໂລກ, ໃນນັ້ນມີການປ່ຽນແປງຂອງດິນຟ້າອາກາດ, ຄວາມໝັ້ນຄົງດ້ານພະລັງງານ.

ໂດຍ: ທູຈາງ