ກ່າວຄໍາເຫັນທີ່ງານລ້ຽງ, ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ໄດ້ສົ່ງຄໍາອວຍພອນມາຍັງພະນັກງານ, ພາລະກອນສະຖານທູດ ແລະປະຊາຄົມຊາວ ສ.ເກົາຫຼີ ຢູ່ຫວຽດນາມ, ພ້ອມທັງເນັ້ນໜັກວ່າ ໃນຕະຫຼອດ 30 ປີຜ່ານມາ, ສ.ເກົາຫຼີ ແລະຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັນຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍ ແລະບັນລຸໄດ້ຜົນການຮ່ວມມືສໍາຄັນຫຼາຍຢ່າງ, ສືບຕໍ່ເປີດໄລຍະພັດທະນາໃໝ່ໃຫ້ການພົວພັນສອງປະເທດດ້ວຍຜົນງານຫຼາຍກວ່າເກົ່າ.

leftcenterrightdel
ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ແລະທ່ານນາງ Oh Young Ju ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ ທີ່ພິທີ. ພາບ: ສໍານັກຂ່າວສານຫວຽດນາມ.

ສ່ວນທ່ານນາງ Oh Young Ju ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ ເນັ້ນໜັກວ່າ ໃນ 3 ທົດສະວັດທີ່ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ-ສ.ເກົາຫຼີ ນັບມື້ນັບພັດທະນາຢ່າງແຮງ ແລະວ່ອງໄວ, ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງ, ທ່ານນາງ Oh Young Ju ປາດຖະໜາວ່າ ໃນໄລຍະຈະມາເຖິງ, ການພົວພັນລະຫວ່າງສອງປະເທດ ຈະນັບມື້ນັບພັດທະນາຮອບດ້ານໃນຫຼາຍຂົງເຂດ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໂລກ.

ໂດຍ: ທູຈາງ