ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການແລກປ່ຽນການຢ້ຽມຢາມຂັ້ນສູງໃນຊ່ອງທາງພັກ, ລັດ, ລັດຖະສະພາ ແລະການພົບປະແລກປ່ຽນປະຊາຊົນ; ສົມທົບກັນຈັດຕັ້ງການເຄື່ອນໄຫວທີ່ມີຄວາມໝາຍເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ (26-2-2023), ຍູ້ແຮງການຜັນຂະຫຍາຍໂຄງການເຄື່ອນໄຫວລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ໃນໄລຍະ 2020 – 2023 ກໍ່ຄືບັນດາຂໍ້ຕົກລົງສະບັບຕ່າງໆ; ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ກະສິກຳ, ການສຶກສາ - ບຳລຸງສ້າງ, ທ່ອງທ່ຽວ, ວັດທະນະທຳ…

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: quochoi.vn

ໂດຍເນັ້ນໜັກວ່າ ການຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະການນຳລັດຖະສະພາອົດສະຕາລີສອງທ່ານ ໄດ້ເຫັນດີເປັນເອກະພາບກັນວ່າ ດ້ວຍບົດບາດຂອງຕົນ, ສະພາແຫ່ງຊາດສອງປະເທດຈະຊຸກຍູ້, ສົ່ງເສີມ, ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວແລກປ່ຽນສິນຄ້າ…

ສອງຝ່າຍໄດ້ເຫັນດີເປັນເອກະພາບສະໜັບສະໜູນພິຈາລະນາການຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ອົດສະຕາລີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ-ອົດສະຕາລີ ໃນເວລາທີ່ເໝາະສົມ. ກ່ຽວກັບການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ, ການນຳສອງປະເທດໄດ້ໃຫ້ຄຳໝັ້ນສັນຍາເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ວິຊາສະເພາະກ່ຽວກັບວຽກງານນິຕິບັນຍັດ,  ແລະຕິດຕາມກວດກາ, ສ້າງຄວາມສະດວກໃນການເຄື່ອນໄຫວໃຫ້ກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສອງປະເທດ; ສົມທົບແລະສະໜັບສະໜູນເຊິ່ງກັນ ແລະກັນ ຢູ່ກົນໄກການຮ່ວມມືຫຼາຍຝ່າຍ, ເວທີປາໄສລັດຖະສະພາພາກພື້ນ ແລະສາກົນ.

ສິ້ນສຸດການພົບປະ, ສອງຝ່າຍໄດ້ເຊັນຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະລັດຖະສະພາອົດສະຕາລີ ໃຫ້ແກ່ໄລຍະຕໍ່ໄປໂດຍມີເນື້ອໃນການຮ່ວມມືໃໝ່ເລິກເຊິ່ງກວ້າງຂວາງກວ່າເກົ່າໃນໄລຍະຈະມາເຖິງ.

ໂດຍ: ທະນາພອນ