ແລກປ່ຽນກ່ຽວກັບການພົວພັນລະຫວ່າງສອງຝ່າຍ, ການນຳສອງປະເທດໄດ້ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນ ຫວຽດນາມ-ອົດສະຕາລີ ທີ່ສືບຕໍ່ພັດທະນາຢ່າງແຮງໃນທຸກດ້ານ, ພິເສດແມ່ນບັນດາເສົາຄ້ຳໃນໂຄງການດຳເນີນງານຄູ່ຮ່ວມມືຍຸດທະສາດໄລຍະ 2020-2023. ສອງຝ່າຍເຫັນດີເປັນເອກະສັນຖືວ່າ, ໄປຄຽງຄູ່ບັນດາຜົນງານພົ້ນເດັ່ນໃນໄລຍະມໍ່ໆມານີ້ໃນການຮ່ວມມືດ້ານເສດຖະກິດ-ການຄ້າ, ຄວາມສາມາດບົ່ມຊ້ອນການຮ່ວມມືໃນຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການສຶກສາ-ບຳລຸງສ້າງ, ແຮງງານ, ກະສິກຳ, ການທ່ອງທ່ຽວ... ລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່; ໄດ້ເຫັນດີຄົ້ນຄວ້າ ແລະເປີດກວ້າງການຮ່ວມມືໄປສູ່ຂົງເຂດໃໝ່ ຄື: ພະລັງງານ, ການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕສີຂຽວ, ເສດຖະກິດດີຈີຕອນ..., ປະກອບສ່ວນສ້າງກຳລັງໜູນເພື່ອໃຫ້ການພົວພັນລະຫວ່າງສອງປະເທດພັດທະນາຢ່າງແຮງ ແລະຮອບດ້ານ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນສອງປະເທດ.

leftcenterrightdel
ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ພົບປະກັບທ່ານ Anthony Albanese ນາຍົກລັດຖະມົນຕີອົດສະຕາລີ. ພາບ: ສໍານັກຂ່າວສານຫວຽດນາມ

ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນຫາສາກົນ ແລະຢືນຢັນຄືນໃໝ່ຄຳໝັ້ນສັນຍາຕໍ່ບົດບາດໃຈກາງຂອງອາຊຽນ ແລະພາກພື້ນແຫ່ງສັນຕິພາບ, ວັດທະນາຖາວອນ, ສະຖຽນລະພາບ ແລະອະທິປະໄຕໄດ້ຮັບການເຄົາລົບ. ສອງຝ່າຍໄດ້ຢືນຢັນຄືນໃໝ່ການຂັດແຍ້ງ, ໃນນັ້ນມີບັນຫາຢູ່ທະເລຕາເວັນອອກ ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີຕາມກົດໝາຍສາກົນ, ພິເສດແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982); ຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບຄວາມເສລີໃນການເດີນທະເລ ແລະການບິນ; ສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິພາບ, ປະສິດທິຜົນ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ໂດຍ: ທະນາພອນ