leftcenterrightdel
ທ່ານ ຫວໍວັນເຖືອງ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະທ່ານ Alberto Anaya Gutiérrez, ເລຂາທິການໃຫຍ່ພັກແຮງງານເມັກຊິກໂກ ທີ່ການຕ້ອນຮັບ. ພາບ: qdnd.vn

ທີ່ການຕ້ອນຮັບ, ທ່ານ ຫວໍວັນເຖືອງ ຖືວ່າ ການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບພັກແຮງງານເມັກຊິກໂກ ແມ່ນໜຶ່ງໃນບັນດາແບບຢ່າງດີເດັ່ນໃນການຮ່ວມມືທາງສາຍພັກ, ສອງຝ່າຍຄວນສົມທົບກັນຢ່າງແໜ້ນແຟ້ນ ແລະຜັນຂະຫຍາຍຂໍ້ຕົກລົງການຮ່ວມມືລະຫວ່າງສອງພັກ ໃນໄລຍະ 2019-2023 ຢ່າງມີປະສິດທິຜົນ, ເພື່ອຜົນປະໂຫຍດອັນຊອບທໍາຂອງແຕ່ລະພັກ, ແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຕໍ່ສູ້ຮ່ວມກັນ ເພື່ອປົກປັກຮັກສາສັນຕິພາບໂລກ, ສ້າງສັນສັງຄົມໃຫ້ມີປະຊາທິປະໄຕ, ມີຄວາມຍຸຕິທໍາ ແລະກ້າວໜ້າໂດຍອີງໃສ່ກົດບັດຂອງ ສປຊ ແລະບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານ Alberto Anaya Gutiérrez ເຫັນດີເປັນເອກະສັນໂດຍຖືວ່າ ການພົວພັນຮ່ວມມືລະຫວ່າງສອງປະເທດໃນທຸກຊ່ອງທາງຍັງມີຄວາມສາມາດບົ່ມຊ້ອນຫຼາຍຢູ່ ເພື່ອເປີດກວ້າງ, ເລື່ອງເພີ່ມທະວີການພົວພັນຮ່ວມມືບໍ່ພຽງແຕ່ຮັດແໜ້ນການພົວພັນລະຫວ່າງສອງພັກເທົ່ານັ້ນ, ຫາກຍັງປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງພື້ນຖານດ້ານການເມືອງ, ສ້າງກໍາລັງໜູນໃຫ້ແກ່ການພັດທະນາການພົວພັນຮ່ວມມືຮອບດ້ານລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ພ້ອມທັງແມ່ນມາດຕະການທີ່ມີປະສິດທິຜົນເພື່ອເປັນເຈົ້າການຮັບມືກັບສິ່ງທ້າທາຍໃຫ້ດີກວ່າເກົ່າ, ຍາດແຍ່ງກາລະໂອກາດຈາກການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຂອງສະພາບການສາກົນສ້າງຂຶ້ນ.

ໂດຍ:​ ທູຈາງ