ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນກັບຝຣັ່ງ, ສະມາຊິກສຳຄັນຂອງສະຫະພາບເອີລົບ (EU), ທັງເປັນຄູ່ຮ່ວມມືຍຸດທະສາດຂອງຫວຽດນາມ ແລະທັງສອງປະເທດ ມີການພົວພັນດ້ານປະຫວັດສາດ, ວັດທະນະທຳ, ພົບປະແລກປ່ຽນປະຊາຊົນນຳກັນ.

ທ່ານນາງ Elisabeth Borne ຊົມເຊີຍບັນດາຜົນງານໃນການຟື້ນຟູ ແລະພັດທະນາເສດຖະກິດຂອງຫວຽດນາມ ຫຼັງພະຍາດໂຄວິດ-19, ສະເໜີສອງປະເທດ ສົມທົບກັນຢ່າງແໜ້ນແຟ້ນເພື່ອນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຝຣັ່ງ ໃຫ້ເລິກເຊິ່ງ, ແທດຈິງ ແລະມີປະສິດທິຜົນຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ໃນນັ້ນມີຂັ້ນສູງ, ຜັນຂະຫຍາຍກົນໄກຮ່ວມມືທີ່ມີຢູ່ແລ້ວ ແລະເພີ່ມທະວີການເຄື່ອນໄຫວຮ່ວມມືເພື່ອສະເຫຼີມສະຫຼອງບັນດາຂີດໝາຍສຳຄັນໃນການພົວພັນສອງປະເທດໃນປີ 2023.

leftcenterrightdel
ທ່ານ ຟ້າມມິງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ສົນທະນາທາງໂທລະສັບກັບທ່ານນາງ Elisabeth Borne ນາຍົກລັດຖະມົນຕີ ຝຣັ່ງ. ພາບ: ເຢືອງຢາງ.

ທ່ານນາງ Elisabeth Borne ປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ໃນບັນດາຂົງເຂດເສດຖະກິດດີຈີຕອນ, ການຫັນປ່ຽນດີຈີຕອນ, ພື້ນຖານໂຄງລ່າງ ແລະພິເສດແມ່ນພະລັງງານທົດແທນ; ເຫັນດີຊຸກຍູ້ການຜັນຂະຫຍາຍຢ່າງຮອບດ້ານ ແລະມີປະສິດທິຜົນ ເພື່ອຍາດແຍ່ງກາລະໂອກາດອັນໃຫຍ່ຫຼວງຂອງສັນຍາການຄ້າເສລີ ອີຢູ - ຫວຽດນາມ (EVFTA).

ນາຍົກລັດຖະມົນຕີ ສອງທ່ານ ຢືນຢັນວ່າ ການຮ່ວມມືດ້ານເສດຖະກິດສວມບົດບາດເປັນເສົາຄໍ້າໃນການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ຝຣັ່ງ; ແບ່ງປັນ ແລະປຶກສາຫາລືກ່ຽວກັບການຜັນຂະຫຍາຍບັນດາໂຄງການຮ່ວມມືເສດຖະກິດຈຸດສຸມໃນການພົວພັນລະຫວ່າງສອງປະເທດ, ພິເສດແມ່ນໂຄງການທາງລົດໄຟຕົວເມືອງ ໂຫຍນ - ສະຖານີລົດໄຟ ຮ່າໂນ້ຍ ເຊິ່ງຈະເປີດນໍາໃຊ້ກ່ອນທ້າຍປີນີ້.

ນາຍົກລັດຖະມົນຕີ ສອງທ່ານ ກໍ່ໄດ້ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະສາກົນທີ່ຕ່າງຝ່າຍມີຄວາມສົນໃຈ ແລະຢັ້ງຢືນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີພາກພື້ນ ແລະສາກົນ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຕີລາຄາສູງນະໂຍບາຍຂະຫຍັນຂັນເຄື່ອນຂອງຝຣັ່ງ ຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ແລະສະໜັບສະໜູນບົດບາດຕັ້ງໜ້າຂອງຝຣັ່ງ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມຢູ່ພາກພື້ນ.

ນາຍົກລັດຖະມົນຕີ ສອງທ່ານ ສືບຕໍ່ຢືນຢັນຄວາມສຳຄັນຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະຄວາມເສລີໃນການເດີນເຮືອ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ່ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ສົນທິສັນຍາຂອງສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

ໂດຍ: ໄຊຊະນະ