ນຳການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ

ໃນເວລາ 9 ໂມງຂອງວັນດຽວກັນ, ທີ່ສຳນັກງານສະພາແຫ່ງຊາດ ກຳປູເຈຍ, ຢູ່ນະຄອນຫຼວງ ພະນົມເປັນ, ທ່ານປະທານສະພາແຫ່ງຊາດ ກຳປູເຈຍ Samdech Heng Samrin ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ.

leftcenterrightdel
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະປະທານສະພາແຫ່ງຊາດ ກໍາປູເຈຍ Samdech Heng Samrin ກວດແຖວກຽດຕິຍົດ. ພາບ: ສໍານັກຂ່າວສານຫວຽດນາມ.

ພາຍຫຼັງພິທີຕ້ອນຮັບ, ສອງຝ່າຍ ໄດ້ດໍາເນີນການພົບປະເຈລະຈາ. ທີ່ການພົບປະເຈລະຈາ, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມໝາຍສຳຄັນຂອງການຢ້ຽມຢາມລາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ ຄັ້ງທຳອິດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃນຖານະເປັນປະທານສະພາແຫ່ງຊາດຫວຽດນາມ; ເຊື່ອໝັ້ນວ່າ ການຢ້ຽມຢາມຈະສ້າງກຳລັງໜູນຢ່າງແຮງ ເພື່ອຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ ກໍຄື ບັນດາອົງການນິຕິບັນຍັດຂອງສອງປະເທດ ຂຶ້ນສູ່ລະດັບສູງໃໝ່, ເພື່ອຄວາມຈະເລີນຮຸ່ງເຮືອງຂອງແຕ່ລະປະເທດ.

ສອງຝ່າຍສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຂອງການພົວພັນ ຫວຽດນາມ - ກໍາປູເຈຍ ໃນໄລຍະຜ່ານມາ, ຢືນຢັນຄວາມຕັດສິນໃຈປັບປຸງ ແລະພັດທະນານໍ້າໃຈມິດຕະພາບກວ່າອີກ, ນໍາການຮ່ວມມືສອງຝ່າຍ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ; ຖືນັ້ນແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສຕໍ່ກັບສອງປະເທດ.

ທ່ານປະທານສະພາແຫ່ງຊາດ ກຳປູເຈຍ ຢືນຢັນວ່າ ຈະປົກປ້ອງສິດຜົນປະໂຫຍດ  ແລະບໍ່ຈຳແນກການປະພຶດຕໍ່ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ແລະນັກລົງທຶນຫວຽດນາມ ທີ່ດຳເນີນທຸລະກິດ ຢູ່ ກຳປູເຈຍ.

ກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ການນຳສອງທ່ານ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເພີ່ມທະວີການຮ່ວມມືລັດຖະສະພາ ນັບທັງສອງຝ່າຍ ແລະຫຼາຍຝ່າຍ; ຕີລາຄາສູງເລື່ອງໃນຂອບເຂດການຢ້ຽມຢາມຄັ້ງນີ້, ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດຂອງສອງປະເທດໃຫ້ສອດຄ່ອງກັບສະຖານະການ ແລະສະພາບການໃໝ່.

leftcenterrightdel
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດ ກໍາປູເຈຍ Samdech Heng Samrin. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສອງຝ່າຍ ເສີມຂະຫຍາຍຜົນການຮ່ວມມືໃນໄລຍະຜ່ານມາ, ນຳການຮ່ວມມືລະຫວ່າງສອງສະພາແຫ່ງຊາດ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ; ສືບຕໍ່ຮັກສາການແລກປ່ຽນການຢ້ຽມຢາມຂັ້ນສູງລະຫວ່າງປະທານສະພາແຫ່ງຊາດ, ກໍາມາທິການ, ກຸ່ມສະມາຊິກລັດຖະສະພາ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ສະມາຊິກລັດຖະສະພາແມ່ຍິງ ແລະສະມາຊິກລັດຖະສະພາໜຸ່ມ; ໃນສະເພາະໜ້າ ສ້າງເງື່ອນໄຂໃຫ້ແກ່ການຈັດຕັ້ງກອງປະຊຸມກຸ່ມສະມາຊິກລັດຖະສະພາມິດຕະພາບຂອງສະພາແຫ່ງຊາດສອງປະເທດ ໃນທ້າຍປີ 2022, ຢູ່ພາກກາງ ຫວຽດນາມ ໃນເດືອນທັນວາ ປີ 2022.

ກ່ຽວກັບບັນຫາພາກພື້ນ ແລະສາກົນ, ການນຳສອງທ່ານ ເນັ້ນໜັກວ່າ ຫວຽດນາມ ແລະກຳປູເຈຍ ຕ້ອງເພີ່ມທະວີການສົມທົບ ແລະສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບອາຊຽນ ແລະກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ຕັ້ງໜ້າປະກອບສ່ວນເພີ່ມທະວີຄວາມສາມັກຄີ, ເປັນເອກະພາບ ແລະເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ; ພ້ອມກັນປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ.

ພາຍຫຼັງສິ້ນສຸດການເຈລະຈາ, ສອງປະທານສະພາແຫ່ງຊາດ ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະສະພາແຫ່ງຊາດ ກຳປູເຈຍ ແລະເປັນສັກຂີພິຍານພິທີລົງນາມຂໍ້ຕົກລົງຮ່ວມມືລະຫວ່າງຫ້ອງວ່າການສະພາແຫ່ງຊາດຫວຽດນາມ ແລະກອງເລຂາສະພາແຫ່ງຊາດກຳປູເຈຍ. ສອງປະທານສະພາແຫ່ງຊາດ ກໍໄດ້ເປັນສັກຂີພິຍານພິທີມອບຮັບວັດຖຸອຸປະກອນທີ່ມີມູນຄ່າ 100.000 ໂດລາສະຫະລັດ, ເຊິ່ງແມ່ນຂອງຂວັນຂອງສະພາແຫ່ງຊາດຫວຽດນາມ ມອບໃຫ້ສະພາແຫ່ງຊາດ ກຳປູເຈຍ.

ໂດຍ: ໄຊຊະນະ