ທີ່ການຕ້ອນຮັບ, ທ່ານປະທານປະເທດ ຫງວຽນຊວນຟຸກ ຕີລາຄາວ່າ, ທ່ານ Park Noh Wan ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືລະຫວ່າງສອງປະເທດໃນຫຼາຍຂົງເຂດ, ຍົກສູງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດນັບມື້ນັບໄດ້ຮັບການເພີ່ມທະວີ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານທາງການທູດຢູ່ ຫວຽດນາມ.  ພາບ: ສໍານັກຂ່າວສານຫວຽດນາມ

ປະຈຸບັນ, ສ.ເກົາຫຼີ ພວມແມ່ນຄູ່ຮ່ວມມືແຖວໜ້າຂອງຫວຽດນາມ, ດ້ວຍເງິນລົງທຶນເກືອບ 80 ຕື້ໂດລາສະຫະລັດ, ຢືນແຖວໜ້າໃນບັນດາປະເທດ ແລະເຂດແຄ້ວນທີ່ລົງທຶນເຂົ້າຫວຽດນາມ. ວົງເງິນການຄ້າສອງຝ່າຍໃນປີກາຍບັນລຸ 78 ຕື້ໂດລາສະຫະລັດ ແລະມີທ່າອ່ຽງເພີ່ມຂຶ້ນ. ທ່ານປະທານປະເທດ ປາດຖະໜາຢາກໃຫ້ສອງຝ່າຍຊຸກຍູ້ການຢ້ຽມຢາມທຸກຂັ້ນ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ການພົບປະແລກປ່ຽນປະຊາຊົນ. ດ້ວນຄວາມຕັດສິນໃຈສູງຂອງການນໍາ ແລະປະຊາຊົນສອງປະເທດ, ທ່ານປະທານປະເທດ ຖືວ່າ, ການຮ່ວມມືລະຫວ່າງສອງປະເທດຈະສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງກວ່າອີກ.

ສ່ວນທ່ານເອກອັກຄະລັດຖະທູດ Park Noh Wan ກໍ່ສະແດງຄວາມຂອບໃຈຕໍ່ທ່ານປະທານປະເທດ ທີ່ຕົກລົງມອບຫຼຽນໄຊມິດຕະພາບ, ເຊິ່ງແມ່ນລາງວັນອັນສູງສົ່ງຂອງລັດຫວຽດນາມ  ແລະໃຫ້ຮູ້ວ່າ ຍາມໃດກໍ່ສະຫງວນອາລົມຈິດຄວາມຮັກແພງພິເສດຕໍ່ປະເທດ, ຊາວຫວຽດນາມ. ທ່ານ ຢືນຢັນວ່າ ເຖິງວ່າ ຈະຢູ່ໃນຖານະຕຳແໜ່ງໃດກໍ່ຕາມ ທ່ານ ກໍ່ຈະຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ພັດທະນາຢ່າງເຂັ້ມແຂງກວ່າເກົ່າ.

ໂດຍ: ທະນາພອນ