ກອງປະຊຸມຄັ້ງນີ້ໄດ້ປະກອບຄໍາເຫັນໃສ່ບົດລາຍງານ, ແຜນຮ່າງທີ່ກ່ຽວຂ້ອງເຖິງບາງບັນຫາໃຫຍ່, ເປັນພື້ນຖານ ແລະສໍາຄັນທີ່ສຸດ ຄື: ສະພາບການດ້ານເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ປີ 2022, ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມ, ວາງແຜນງົບປະມານແຫ່ງລັດ ປີ 2023 ແລະແຜນການດ້ານການເງິນ-ງົບປະມານແຫ່ງລັດ 3 ປີ 2023-2025. ກໍານົດທິດການວາງແຜນສັງລວມແຫ່ງຊາດ ໄລຍະ 2021 - 2030, ວິໄສທັດຮອດປີ 2050. ສືບຕໍ່ຍູ້ແຮງການຫັນເປັນປະເທດອຸດສາຫະກໍາ ແລະທັນສະໄໝ ຮອດປີ 2030, ວິໄສທັດຮອດປີ 2045. ສືບຕໍ່ກໍ່ສ້າງ ແລະປັບປຸງລັດແຫ່ງອໍານາດນິຕິບັນຍັດສັງຄົມນິຍົມ ຫວຽດນາມ ໃນໄລຍະໃໝ່ໃຫ້ສົມບູນແບບ ແລະບາງບັນຫາສໍາຄັນອື່ນໆ.

leftcenterrightdel
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້້ອງ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນໄຂກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້້ອງ ຊີ້ແຈ້ງວ່າ ກອງປະຊຸມຄັ້ງນີ້ມີຄວາມໝາຍສໍາຄັນເພື່ອປະຕິບັດການຜັນຂະຫຍາຍປະຕິບັດໜ້າທີ່ຊາບຊຶມ, ປະຕິບັດບັນດາເນື້ອໃນ, ບັນຫາໃຫຍ່, ສໍາຄັນຂອງມະຕິກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກ ໃຫ້ສໍາເລັດ; ສະເໜີໃຫ້ສູນກາງເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຢ່າງສູງ, ມີປະຊາທິປະໄຕ ແລະປ່ຽນແປງໃໝ່ຢ່າງແທ້ຈິງ, ສຸມໃສ່ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນທີ່ມີຄຸນນະພາບ, ເລິກເຊິ່ງ ເພື່ອສ້າງບົດລາຍງານ, ແຜນຮ່າງໃຫ້ສົມບູນແບບ ແລະພິຈາລະນາ, ຕົກລົງໃນຕອນທ້າຍຂອງກອງປະຊຸມ.

leftcenterrightdel
ບັນດາສະຫາຍການນໍາພັກ, ລັດ ແລະຜູ້ແທນເຂົ້າຮ່ວມວາລະໄຂກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້້ອງ ສະເໜີວ່າ: “ຕ້ອງຕິດແທດກັບໂຄງການການເມືອງຂອງພັກ, ລັດຖະທຳມະນູນຂອງລັດ, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ແລະສະພາບຕົວຈິງຂອງປະເທດຊາດ, ສຸມໃສ່ປຶກສາຫາລື, ເຮັດແຈ້ງ, ສ້າງຄວາມເຫັນດີເຫັນພ້ອມໃນທົ່ວພັກ, ທົ່ວປວງຊົນກ່ຽວກັບທັດສະນະ, ແນວຄິດຊີ້ນຳ, ເປົ້າໝາຍ, ບັນດາໜ້າທີ່, ມາດຕະການໃຫຍ່ຕ້ອງໄດ້ຮັບການຊາບຊຶມ ແລະຜັນຂະຫຍາຍປະຕິບັດເພື່ອສ້າງການຫັນປ່ຽນຢ່າງແຮງໃນການສ້າງລັດແຫ່ງອໍານາດນິຕິບັນຍັດ ສັງຄົມນິຍົມ ຫວຽດນາມ ໂດຍ ພັກກອມມູນິດ ນຳພາໃຫ້ສົມບູນແບບ. ຍູ້ແຮງການປະຕິຮູບການບໍລິຫານ, ປະຕິຮູບຕຸລາການ; ສ້າງຖັນແຖວພະນັກງານ, ພາລະກອນ, ລັດຖະກອນໃຫ້ກະທັດຮັດ, ສັດຊື່ບໍລິສຸດ; ປະຕິບັດການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ຢ່າງມີປະສິດທິຜົນ”.

ຕາມລາຍການແລ້ວ, ກອງປະຊຸມ ຈະເຮັດວຽກຮອດວັນທີ 9 ຕຸລາ 2022 ຈຶ່ງອັດລົງ.

ໂດຍ: ທູຈາງ