ກອງປະຊຸມສະໄໝພິເສດກ່ຽວກັບ "ການພັດທະນາດ້ານການເມືອງຂອງອາຊີຜ່ານບັນດາພັກການເມືອງ" ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືລະຫວ່າງບັນດາພັກການເມືອງ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ວັດທະນາຖາວອນ ແລະການພັດທະນາຢູ່ພາກພື້ນ ແລະໃນໂລກ. ກອງປະຊຸມໄດ້ຮັບຮອງເອົາ “ຖະແຫຼງການເຊີອູນ”, ໂດຍຢືນຢັນເຖິງຄວາມສຳຄັນຂອງການຊຸກຍູ້ການຮ່ວມມື ແລະການສົມທົບກັນລະຫວ່າງບັນດາພັກການເມືອງຢູ່ອາຊີ ເພື່ອພັດທະນາການເມືອງຂອງພາກພື້ນໃນອະນາຄົດ, ໂດຍເນັ້ນໜັກເຖິງບົດບາດຂອງບັນດາພັກການເມືອງໃນເວທີການເມືອງ ແລະໃນຂະບວນການຊຸກຍູ້ປະຊາທິປະໄຕຢູ່ບັນດາປະເທດ, ການພົວພັນລະຫວ່າງລະບົບການເລືອກຕັ້ງ ແລະພັດທະນາຂອງບັນດາພັກການເມືອງ.

ຄະນະຜູ້ແທນພັກກອມມູນິດຫວຽດນາມ ໄດ້ມີການປຶກສາຫາລືຢ່າງຕັ້ງໜ້າ ແລະກ່າວຄຳເຫັນທີ່ກອງປະຊຸມກ່ຽວກັບ “ບົດບາດຂອງພັກການເມືອງໃນການຊຸກຍູ້ປະຊາທິປະໄຕ”. ຢູ່ນອກກອງປະຊຸມ, ຄະນະຜູ້ແທນຫວຽດນາມ ໄດ້ມີການພົບປະກັບບັນດາພັກການເມືອງຂອງຫຼາຍປະເທດ ເພື່ອແລກປ່ຽນບັນດາມາດຕະການຊຸກຍູ້ການພົວພັນຮ່ວມມືໃນໄລຍະຈະມາເຖິງ.

ໂດຍ: ໄຊນີດາ