ກ່າວຄໍາເຫັນທີ່ພິທີ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫຼຽນໄຊມິດຕະພາບ ແມ່ນຂອງຂວັນອັນລໍ້າຄ່າ, ແມ່ນການຮັບຮູ້ຂອງລັດ ແລະປະຊາຊົນຫວຽດນາມ ຕໍ່ການປະກອບສ່ວນເຂົ້າໃນການພັດທະນາການພົວພັນລະຫວ່າງສອງປະເທດ ຫວຽດນາມ-ສ.ເກົາຫຼີ ກໍຄື ອາລົມຈິດຄວາມຮັກແພງຂອງທ່ານເອກອັກຄະລັດຖະທູດ Park Noh Wan ທີ່ມີຕໍ່ຫວຽດນາມ.

leftcenterrightdel
ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ມອບຫຼຽນໄຊມິດຕະພາບ ໃຫ້ທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ໃນຕະຫຼອດໄລຍະປະຕິບັດງານຂອງຕົນ, ທ່ານ Park Noh Wan ແລະໝູ່ຄະນະພະນັກງານ, ພາລະກອນສະຖານທູດ ສ.ເກົາຫຼີ ໄດ້ມານະພະຍາຍາມຢ່າງໃຫຍ່ຫຼວງ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ສ.ເກົາຫຼີ ໃນທຸກຂົງເຂດນັບແຕ່ ການເມືອງ, ການທູດ, ຄວາມໝັ້ນຄົງ ຕະຫຼອດຮອດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ພົບປະແລກປ່ຽນປະຊາຊົນ, ການສຶກສາກໍ່ສ້າງ...

leftcenterrightdel
ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບ ໃຫ້ທ່ານ Park Noh Wan ເອກອັກຄະລັດຖະທູດ ສ.ເກົາຫຼີ ປະຈໍາ ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຫວັງວ່າ ເຖິງວ່າຈະຢູ່ໃນຕໍາແໜ່ງໃດກໍ່ຕາມ, ທ່ານ ທູດ ກໍຈະສືບຕໍ່ມີການປະກອບສ່ວນເຂົ້າໃນການຊຸກຍູ້ການພົວພັນສອງປະເທດ, ມຸ່ງໄປເຖິງການຍົກລະດັບການພົວພັນ ຫວຽດນາມ-ສ.ເກົາຫຼີ. ພ້ອມກັນນັ້ນ, ແມ່ນຮັດແໜ້ນຄວາມຜູກພັນລະຫວ່າງສອງຊາດ, ສອງປະເທດ ໃຫ້ນັບມື້ນັບໝັ້ນແກ່ນ, ເລິກເຊິ່ງກວ່ານີ້ຕື່ມອີກ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຢ່າງຕັ້ງໜ້າເພື່ອສັນຕິພາບ, ສະຖຽນລະພາບ, ຄວາມຈະເລີນຮຸ່ງເຮືອງສີວິໄລ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໃນໂລກ.

ສ່ວນທ່ານເອກອັກຄະລັດຖະທູດ Park Noh Wan ກໍສະແດງຄວາມເປັນກຽດ ເມື່ອໄດ້ຮັບຫຼຽນໄຊອັນສູງສົ່ງຂອງລັດຫວຽດນາມ;  ໂດຍຢັ້ງຢືນວ່າ ຍາມໃດ ທ່ານ ກໍຈະສະຫງວນອາລົມຈິດຄວາມຮັກແພງພິເສດ ຕໍ່ກັບປະເທດ ແລະຊາວຫວຽດນາມ. ທ່ານ  Park Noh Wan ໃຫ້ຮູ້ວ່າ ປີ 2022, ສອງປະເທດ ໄດ້ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ. ນີ້ເປັນຂີດໝາຍອັນສໍາຄັນໃນການຮ່ວມມືລະຫວ່າງ ຫວຽດນາມ-ສ.ເກົາຫຼີ, ແມ່ນໂອກາດເພື່ອໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນທຸກຂົງເຂດໃຫ້ຫຼາຍກວ່ານີ້ອີກ. ທ່ານ Park Noh Wan ຢັ້ງຢືນວ່າ ເຖິງວ່າຢູ່ໃນຕໍາແໜ່ງໃດກໍຕາມ ທ່ານ ກໍຈະຊຸກຍູ້ການພົວພັນສອງປະເທດ ໃຫ້ພັດທະນາຢ່າງແຮງກວ່ານີ້ຕື່ມອີກ.

ໂດຍ: ໄຊຊະນະ