ວັນທີ 2 ຕຸລາ, ທ່ານ Manuel Marrero Cruz ນາຍົກລັດຖະມົນຕີກູບາ ອອກຈາກ ຫວຽດນາມ, ສິ້ນສຸດການຢ້ຽມຢາມສັນຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ (ແຕ່ວັນທີ 28 ກັນຍາ ຫາວັນທີ 2 ຕຸລາ) ຕາມຄໍາເຊີນຂອງທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ. ກ່ອນໜ້ານັ້ນ, ຕອນບ່າຍວັນທີ 1 ຕຸລາ, ທີ່ຫໍປະຊຸມ ທົ໊ງເຢີ໊ດ-ນະຄອນໂຮ່ຈີມິນ, ທ່ານ ຫງວຽນວັນເນັນ ເລຂາພັກນະຄອນໂຮ່ຈີມິນ ໄດ້ຕ້ອນຮັບທ່ານ Manuel Marrero Cruz ນາຍົກລັດຖະມົນຕີກູບາ ແລະຄະນະຜູ້ແທນຂັ້ນສູງລັດຖະບານກູບາ ພວມຢ້ຽມຢາມ ແລະເຮັດວຽກຢູ່ນະຄອນ.

ທ່ານ ຫງວຽນວັນເນັນ ຂອບໃຈລັດຖະບານ ແລະປະຊາຊົນກູບາ ໄດ້ໃຫ້ການໜູນຊ່ວຍ, ຊ່ວຍເຫຼືອວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ຂອງນະຄອນຢ່າງທັນການ, ພ້ອມທັງແບ່ງປັນຄວາມເສຍຫາຍຢ່າງໜັກໜ່ວງຂອງ ກູບາ ໂດຍໄພທໍາມະຊາດ, ອຸບັດຕິເຫດກໍ່ຂຶ້ນຫວ່າງແລ້ວນີ້.

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. ພາບ: Vov.vn

ເມື່ອເຕື້ອງເຖິງທິດທາງຮ່ວມມື, ທ່ານ ຫງວຽນວັນເນັນ ປາດຖະໜາຢາກຍູ້ແຮງການຮ່ວມມືກັບກູບາ ໃນຂົງເຂດເຕັກໂນໂລຢີການຢາ, ແລກປ່ຽນບົດຮຽນໃນການກໍ່ສ້າງຊັບພະຍາກອນການແພດ; ການທ່ອງທ່ຽວ; ເພີ່ມທະວີການແລກປ່ຽນວັດທະນະທໍາ, ການພົບປະແລກປ່ຽນລະຫວ່າງລຸ້ນໜຸ່ມສອງປະເທດກວ່າອີກ...

ສ່ວນທ່ານ Manuel Marrero Cruz ກໍ່ຕີລາຄາສູງຄວາມສາມາດບົ່ມຊ້ອນໃນການພັດທະນາເສດຖະກິດຂອງນະຄອນໂຮ່ຈີມິນ, ຢັ້ງຢືນວ່າ ກູບາ ພ້ອມແລ້ວທີ່ຈະສືບຕໍ່ຊຸກຍູ້ການຮ່ວມມືພ້ອມກັບຫວຽດນາມ ໃນບັນດາຂົງເຂດ ເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະກູບາ ມີຄວາມສາມາດ, ສືບຕໍ່ປັງປຸງ, ຮັດແໜ້ນສາຍພົວພັນອັນດີງາມລະຫວ່າງສອງປະເທດ. ເນື່ອງໃນໂອກາດນີ້, ທ່ານ Manuel Marrero Cruz ແລະຄະນະຜູ້ແທນຂັ້ນສູງລັດຖະບານກູບາ ກໍ່ໄປຢ້ຽມຢາມ ແລະເຮັດວຽກຢູ່ເຂດເຕັກໂນໂລຢີສູງນະຄອນໂຮ່ຈີມິນ.

ໂດຍ: ໄຊນີດາ