ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຢັ້ງຄືນກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງຂອງແຂວງຮືງອຽນ, ໂດຍເຕືອນວ່າ ທາງແຂວງຄວນເອົາໃຈໃສ່ລົງທຶນກໍ່ສ້າງພື້ນຖານໂຄງລ່າງດີຈີຕອນ ແລະຊຸກຍູ້ການຫັນເປັນດີຈີຕອນໃນການເຄື່ອນໄຫວເສດຖະກິດ ແລະຄຸ້ມຄອງລັດຢ່າງແຮງ.

leftcenterrightdel
ບັນຍາກາດທີ່ການເຮັດວຽກ. ພາບ: ສໍານັກຂ່າວສານຫວຽດນາມ

ເຊິ່ງແມ່ນແຂວງທີ່ມີປະຊາກອນໜາແໜ້ນຫຼາຍອັນດັບທີ 4 ໃນທົ່ວປະເທດ, ທ່ານປະທານປະເທດ ຖືວ່າ ແຂວງຄວນປະຕິບັດວຽກງານວາງແຜນຜັງໃຫ້ເປັນຢ່າງດີ, ສຸມໃສ່ພັດທະນາຕາມລວງເລິກ, ຊອກຫາວິທີຍົກສູງຄວາມໜາແໜ້ນທາງດ້ານເສດຖະກິດ. ທ່ານປະທານປະເທດ ເນັ້ນໜັກວ່າ ແຂວງຄວນປະຕິບັດທັງເສດຖະກິດ ແລະພື້ນຖານສັງຄົມຢ່າງຄົບຊຸດເພື່ອພັດທະນາແບບຍືນຍົງ. ປະຕິບັດວຽກງານເບິ່ງແຍງດູແລສຸຂະພາບປະຊາຊົນໃຫ້ເປັນຢ່າງດີ, ຫຼຸດອັດຕາສ່ວນຄອບຄົວທີ່ທຸກຍາກລົງໂດຍໄວ ແລະຍືນຍົງ.

ໂດຍ: ຈາງຫງວຽນ