ຕາງໜ້າການນໍາພັກ, ລັດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ສົ່ງຄໍາຢ້ຽມຢາມຖາມຂ່າວ ແລະສະແດງນໍ້າໃຈເຄົາລົບນັບຖືສະມາຄົມຜູ້ອາຍຸສູງທຸກຂັ້ນ ແລະຜູ້ອາຍຸສູງ 12 ລ້ານຄົນໃນທົ່ວປະເທດ. ທ່ານປະທານປະເທດ ຕີລາຄາສູງສະມາຄົມຜູ້ອາຍຸສູງໃນທົ່ວປະເທດທີ່ມີສະມາຊິກ 10 ລ້ານຄົນ ສາມາດບັນລຸຫຼາຍຜົນງານທີ່ເປັນໜ້າຮັບຮູ້.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຢ້ຽມຢາມຖາມຂ່າວຜູ້ອາຍຸສູງທີ່ເຂົ້າຮ່ວມພິທີ. ພາບ: vov.vn

ທ່ານປະທານປະເທດ ປາດຖະໜາຢາກໃຫ້ຜູ້ອາຍຸສູງຫວຽດນາມ ທີ່ຢູ່ພາຍໃນ ແລະຕ່າງປະເທດ ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ, ປະຕິບັດຂະບວນການແຂ່ງຂັນຮັກຊາດ “ຜູ້ອາຍຸສູງ - ແບບຢ່າງທີ່ໃສແຈ້ງ”; “ມີຊີວິດເບີກບານມ່ວນຊື່ນ, ມີສຸຂະພາບແຂງແຮງ, ມີປະໂຫຍດ, ມີຄວາມຜາສຸກ”, ເພື່ອປະກອບສ່ວນສະຕິປັນຍາ, ບົດຮຽນປະສົບການຂອງຕົນຢ່າງສຸດໃຈເຂົ້າໃນການສ້າງສາປະເທດຊາດດ້ວຍເປົ້າໝາຍປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ.

ກ່ອນໜ້ານັ້ນ, ທ່ານປະທານປະເທດ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ທ່ານນາງ ຮວ່າງທິລວານ (1868-1901), ແມ່ຂອງປະທານ ໂຮ່ຈີມິນ ທີ່ເຮືອນບູຊາຂອງທ່ານນາງຢູ່ຕາແສງຮົ່ງຕ໊ຽນ, ເມືອງຄວາຍເຈົາ; ຖະຫວາຍດອກໄມ້ຢູ່ຕໍ່ໜ້າອະນຸສາວະລີເລຂາທິການໃຫຍ່ ຫງວຽນວັນລິງ.

ໂດຍ: ຈາງຫງວຽນ