ໃນສານຊົມເຊີຍ, ການນຳພັກ ແລະ ລັດ ຫວຽດນາມ ໄດ້ຕີລາຄາສູງ ແລະຊົມເຊີຍບັນດາຜົນງານເຊິ່ງພັກ, ລັດ ແລະປະຊາຊົນຈີນ ບັນລຸໄດ້ໃນຕະຫຼອດ 73 ປີຜ່ານມາ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຈີນ, ໂດຍທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ນຜິງ ເປັນແກ່ນສານນັ້ນ, ປະຊາຊົນຈີນ ຈະສືບຕໍ່ສາມັກຄີສູ້ຊົນ, ປະຕິບັດສໍາເລັດບັນດາເປົ້າໝາຍ, ໜ້າທີ່ໂດຍພັກກອມມູນິດຈີນ ວາງອອກ ເພື່ອສ້າງສາປະເທດຈີນ ໃຫ້ກາຍເປັນປະເທດສັງຄົມນິຍົມທີ່ທັນສະໄໝ, ຮັ່ງມີ ເຂັ້ມແຂງ, ປະຊາທິປະໄຕ, ສີວິໄລ, ກົມກຽວກັນ ແລະສວຍສົດງົດງາມ.

ການນຳພັກ ແລະ ລັດ ຫວຽດນາມ ຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຖືເປັນສຳຄັນການປັບປຸງ ແລະພັດທະນາການພົວພັນຖານບ້ານໃກ້ເຮືອງຄຽງມິດຕະພາບ ແລະການຮ່ວມມືຮອບດ້ານກັບພັກ, ລັດ ແລະປະຊາຊົນຈີນ; ພ້ອມແລ້ວທີ່ຈະພ້ອມກັບຈີນ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງດ້ານການເມືອງ, ລົງເລິກເຂົ້າໃນການຮ່ວມມືໃນທຸກຂົງເຂດ, ນໍາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ໃຫ້ພັດທະນາຢ່າງໝັ້ນຄົງ, ປອດໄສນໍາຜົນປະໂຫຍດຢ່າງແທດຈິງມາໃຫ້ປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະການພັດທະນາຂອງພາກພື້ນ ແລະໃນໂລກ.

ໂດຍ: ທະນາພອນ