ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນສະພາບການສາກົນມີການຜັນແປຢ່າງສັບສົນ, ຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່, ສາມັກຄີ ແລະສະໜັບສະໜູນກູບາ ອ້າຍນ້ອງ. ທ່ານ ຫງວຽນຊວນຟຸກ ກໍ່ຊົມເຊີຍໝາກຜົນແຫ່ງການພົບປະເຈລະຈາລະຫວ່າງສອງທ່ານນາຍົກລັດຖະມົນຕີ, ປັບປຸງ ແລະພັດທະນາການພົວພັນລະຫວ່າງສອງປະເທດກວ່າອີກ.

leftcenterrightdel
ທ່ານປະທານປະເທດ ຫງວຽນຊວນຟຸກ ພົບປະກັບທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz. ພາບ: ສຳນັກຂ່າວສານຫວຽດນາມ.

ສ່ວນທ່ານ Manuel Marrero Cruz ຢັ້ງຢືນວ່າ ກູບາ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ແລະການຮ່ວມມືຮອບດ້ານກັບປະເທດຫວຽດນາມ ອ້າຍນ້ອງໃຫ້ເລິກເຊິ່ງກວ່າອີກ. ທ່ານນາຍົກລັດຖະມົນຕີກູບາ ສະແດງພ້ອມແລ້ວທີ່ຈະຮັບຟັງຫວຽດນາມ ແບ່ງປັນບົດຮຽນໃນການສ້າງ ແລະຜັນຂະຫຍາຍການປະຕິບັດແນວທາງ, ນະໂຍບາຍພັດທະນາເສດຖະກິດ-ສັງຄົມ, ເຊື່ອມໂຍງ, ຮັບມືກັບສິ່ງທ້າທາຍເສດຖະກິດທົ່ວໂລກ.

ການນຳສອງທ່ານ ຢັ້ງຢືນຄວາມຕັດສິນໃຈເຮັດໃຫ້ການພົວພັນທີ່ເປັນຕົວແບບ ຫວຽດນາມ-ກູບາ ໃຫ້ເລິກເຊິ່ງກວ່າອີກ; ເຫັນດີເປັນເອກະພາບຍູ້ແຮງການໂຄສະນາ, ສຶກສາອົບຮົມໃຫ້ຄົນຮຸ່ນໜຸ່ມຂອງສອງປະເທດກ່ຽວກັບນ້ຳໃຈມິດຕະພາບອ້າຍນ້ອງພິເສດຫວຽດນາມ-ກູບາ. ການນຳສອງທ່ານ ກໍສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຂອງການພົວພັນສອງປະເທດໃນໄລຍະຜ່ານມາ, ຕີລາຄາສູງເລື່ອງ ສອງຝ່າຍຕັດສິນໃຈຈັດຕັ້ງການໂອ້ລົມທາງໂທລະສັບ, ພົບປະເຈລະຈາທາງໄກລະຫວ່າງການນຳຂັ້ນສູງຂອງພັກ, ລັດ, ລັດຖະບານ ແລະສະພາແຫ່ງຊາດຂອງສອງປະເທດ ກໍ່ຄືການຢ້ຽມຢາມກູບາ ຂອງປະທານປະເທດ ຫງວຽນຊວນຟຸກ (ເດືອນກັນຍາ 2021) ໃນສະພາບການພະຍາດໂຄວິດ-19 ມີການຜັນແປຢ່າງສັບສົນ ໄລຍະ 2020-2021; ເຫັນດີເປັນເອກະພາບຍູ້ແຮງການຮ່ວມມືເສດຖະກິດ, ການຄ້າ ແລະການລົງທຶນ ໃຫ້ພັດທະນາເໝາະສົມກັບການພົວພັນດ້ານການເມືອງອັນດີງາມຂອງສອງປະເທດ.

ໂດຍ: ແສງເດືອນ