ໃນຂອບເຂດການຢ້ຽມຢາມ, ທ່ານ ບຸ່ຍແທັງເຊີນ ໄດ້ມີການພົບປະເຈລະຈາກັບທ່ານນາງ Annalena Baerbock, ເຂົ້າຢ້ຽມຂໍ່ານັບທ່ານ Frank-Walter Steinmeier ປະທານາທິບໍດີເຢຍລະມັນ, ທ່ານ Bodo Ramelow ປະທານສະພາສະຫະພັນເຢຍລະມັນ, ທ່ານ Boris Rhein ຂ້າຫຼວງລັດ Hessen, ທ່ານ Michael Kellner ຮອງລັດຖະມົນຕີກະຊວງເສດຖະກິດ ແລະປົກປັກຮັກສາດິນຟ້າອາກາດເຢຍລະມັນ.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ພົບປະເຈລະຈາກັບທ່ານນາງ Annalena Baerbock. ພາບ: baochinhphu.vn

ທີ່ບັນດາການພົບປະ, ທ່ານ ບຸ່ຍແທັງເຊີນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສໍາຄັນການພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງສອງປະເທດ, ທ່ານສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າການພົວພັນຮ່ວມມືລະຫວ່າງສອງປະເທດພັດທະນາອັນດີງາມໃນບັນດາຂົງເຂດ; ຂອບໃຈລັດຖະບານ, ປະຊາຊົນເຢຍລະມັນ ທີ່ໄດ້ສະໜັບສະໜູນ, ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ-19 ແລະອຸປະກອນການແພດເປັນຈຳນວນຫຼາຍ, ຊ່ວຍເຫຼືອຫວຽດນາມ ຄວບຄຸມສະພາບການພະຍາດໂດຍໄວ ແລະເປີດປະຕູຟື້ນຟູເສດຖະກິດ-ສັງຄົມ; ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ສອງຝ່າຍເປີດກວ້າງ ແລະຍູ້ແຮງການຮ່ວມມືເພື່ອເຮັດໃຫ້ເນື້ອໃນພາຍໃນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງກວ່າອີກ.

ບັນດາການນໍາເຢຍລະມັນ ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນຂອງເຢຍລະມັນ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະອາຊີ-ປາຊີຟິກ, ສະແດງຄວາມປະທັບໃຈກ່ຽວກັບຜົນງານຟື້ນຟູ, ພັດທະນາເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນສະພາບການພະຍາດໂຄວິດ-19; ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາຕັ້ງໜ້າໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນບັນດາຂົງເຂດ.

ສອງຝ່າຍເຫັນດີເປັນເອກະພາບ ຈະຍູ້ແຮງການຮ່ວມມືໃນບັນດາຂົງເຂດໃໝ່ ຄື ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພະລັງງານທົດແທນ... ເພື່ອແນໃສ່ເຮັດໃຫ້ເນື້ອໃນພາຍໃນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດເລິກເຊິ່ງກວ່າ, ປະກອບສ່ວນເພື່ອໃຫ້ສອງປະເທດປະຕິບັດບັນດາຄໍາໝັ້ນສັນຍາທີ່ COP26 ຢ່າງສົມບູນ, ເຂັ້ມງວດ, ພ້ອມກັນປະກອບສ່ວນເຂົ້າໃນການແກ້ໄຂບັນດາບັນຫາທົ່ວໂລກ.

ໂດຍ: ຈາງຫງວຽນ