ກ່າວຄໍາເຫັນຊີ້ນໍາທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີ໊ງ ຖືວ່າ ພາຍຸຫົວທີ 4 ຜັນແປຢ່າງສັບສົນ, ມີລົມພັດແຮງ, ເຄື່ອນທີ່ໄວ; ໂດຍເຫັນດີກັບທັດສະນະວຽກງານປ້ອງກັນ ແລະຕ້ານພາຍຸ ຕ້ອງກຽມຄວາມພ້ອມໃຫ້ແກ່ກໍລະນີ “ສູງກວ່າ 1 ລະດັບ” ເພື່ອເປັນເຈົ້າການໃນການກະກຽມ, ປ້ອງກັນ ແລະຕ້ານພາຍຸ. ທ່ານນາຍົກລັດຖະມົນຕີ ຕີລາຄາສູງຕໍ່ການເຂົ້າຮ່ວມຢ່າງຮີບດ່ວນ, ຂ້ຽວຂາດຂອງທຸກຂັ້ນ, ທຸກຂະແໜງການຈາກສູນກາງລົງຮອດຕາແສງໃນການເປັນເຈົ້າການປ້ອງກັນ ແລະຕ້ານພາຍຸຫົວທີ 4; ພ້ອມທັງຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ປະຊາຊົນເດັດຂາດຢ່າປະໝາດ, ລະເລີຍ, ຍົກສູງ ສະຕິລະວັງຕົວ ແລະບໍ່ກະວົນກະວາຍ, ບໍ່ເປັນຫ່ວງຫຼາຍເພື່ອຮັບມືກັບພາຍຸຫົວທີ 4.

leftcenterrightdel
ບັນຍາກາດທີ່ກອງປະຊຸມ. ພາບ: ເຢືອງຢາງ.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງຕ້ອງວາງເປົ້າໝາຍປົກປ້ອງຊີວິດຂອງປະຊາຊົນກ່ອນໝູ່ໝົດ, ຢູ່ເໜືອກວ່າສິ່ງໃດໝົດ, ເອົາໃຈໃສ່ເປັນພິເສດເຖິງການປົກປ້ອງຜູ້ດ້ອຍໂອກາດ, ຜູ້ເຖົ້າຜູ້ແກ່, ເດັກນ້ອຍ, ຄົນພິການ, ແຂກທ່ອງທ່ຽວ; ເດັດດ່ຽວຍົກຍ້າຍປະຊາຊົນອອກຈາກເຂດອັນຕະລາຍເຖິງບ່ອນປອດໄພ, ເມື່ອຈໍາເປັນຕ້ອງມີການບັງຄັບ, ດ້ວຍຈຸດປະສົງສູງສຸດແມ່ນບໍ່ໃຫ້ມີຜູ້ເສຍຊີວິດ. ທ່ານນາຍົກລັດຖະມົນຕີ ສະເໜີຕ້ອງສົມທົບລະຫວ່າງການພະຍາກອນອາກາດພາຍໃນ ແລະທາບທາມການພະຍາກອນອາກາດຂອງອົງການອຸຕຸນິຍົມ ແລະອຸທົກກະສາດໂລກ, ຕິດຕາມການຜັນແປຂອງພາຍຸຢ່າງໃກ້ຊິດຕິດແທດເພື່ອເປັນເຈົ້າການໃນການຖະແຫຼງຂ່າວ, ຕັກເຕືອນ; ບໍ່ໃຫ້ຕົກຢູ່ໃນທ່າຮັບ, ບັງເອີນ, ສ້າງຄວາມເສຍຫາຍທາງດ້ານຊີວິດ, ຊັບສິນ; ດ້ວຍຈິດໃຈ “ປ້ອງກັນດີ ແລະຕ້ານພາຍຸ ຢ່າງມີປະສິດທິຜົນ ຕາມທິດນໍາ 4 ກັບທີ່”.

ຄະນະພັກ, ອໍານາດການປົກຄອງທຸກຂັ້ນ ທີ່ຄາດວ່າ ຈະມີພາຍຸພັດເຂົ້າຖະຫຼົ່ມ, ສົ່ງຜົນສະທ້ອນ ຕ້ອງໂຈະກອງປະຊຸມທີ່ບໍ່ຈໍາເປັນທັງໝົດ; ສົ່ງການນໍາລົງກວດກາບໍລິເວນ, ເຝົ້າລະວັງ, ຊີ້ນໍາການປ້ອງກັນ ແລະຕ້ານພາຍຸ. ບັນດາທ້ອງຖິ່ນນັບແຕ່ຂັ້ນແຂວງ, ນະຄອນລົງຮອດຮາກຖານ ກໍ່ສືບຕໍ່ກວດກາຄືນ, ຜັນຂະຫຍາຍວຽກງານປ້ອງກັນ ແລະຕ້ານພາຍຸຕາມທິດນໍາ “4 ກັບທີ່” ຢ່າງທັນການ.

ໂດຍ: ໄຊຊະນະ