leftcenterrightdel
ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: ສໍານັກຂ່າວສານຫວຽດນາມ.

ກ່າວຄໍາເຫັນທີ່ວາລະປຶກສາຫາລື “ຊຸກຍູ້ການຄ້າແບບກວມລວມ”, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ເນັ້ນໜັກວ່າຈາກແງ່ມຸມຂອງພື້ນຖານເສດຖະກິດທີ່ມີຄວາມເປີດກວ່າ 200%, ໄດ້ເຂົ້າຮ່ວມຕາໜ່າງ 15 FTA ສອງຝ່າຍ ແລະຫຼາຍຝ່າຍ, ລວມທັງ FTA ລຸ້ນໃໝ່ດ້ວຍມາດຕະຖານແຮງງານ ແລະສິ່ງແວດລ້ອມສູງ, ບົດຮຽນປະສົບການສໍາຄັນ ເຊິ່ງ ຫວຽດນາມ ຖອດຖອນມາໄດ້ແມ່ນບໍ່ “ສະຫຼະ” ຄວາມກ້າວໜ້າ, ຄວາມຍຸຕິທຳໃນສັງຄົມ ແລະສິ່ງແວດລ້ອມ ເພື່ອການເຕີບໂຕເສດຖະກິດພຽງຢ່າງດຽວ. ບົນພື້ນຖານນັ້ນ, ຫວຽດນາມ ໄດ້ສ້າງຍຸດທະສາດການສົ່ງອອກ-ນໍາເຂົ້າຮອດປີ 2030 ດ້ວຍທັດສະນະ: ພັດທະນາການສົ່ງອອກ-ນໍາເຂົ້າ ຕ້ອງຮັບປະກັນຄວາມກົມກຽວລະຫວ່າງບັນດາເປົ້າໝາຍໄລຍະສັ້ນ ແລະໄລຍະຍາວ, ລະຫວ່າງກາລະໂອກາດເຂົ້າຮ່ວມ ແລະຊົມໃຊ້ໝາກຜົນຂອງປະຊາຊົນ; ການຄ້າຍຸຕິທຳຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ຊີວະນາໆພັນ ແລະປັບຕົວກັບການປ່ຽນແປງຂອງດິນຟ້າອາກາດ ແລະຂຸດຄົ້ນກາລະໂອກາດຢ່າງມີປະສິດທິຜົນ ແລະຫຼຸດຜ່ອນຜົນກະທົບຈາກບັນດາສິ່ງທ້າທາຍໃນການປະຕິບັດຄໍາໝັ້ນສັນຍາເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ເຂົ້າຮ່ວມຕ່ອງໂສ້ການສະໜອງທົ່ວໂລກ ຢ່າງເລິກເຊິ່ງກວ້າງຂວາງ.

ໃນວັນດຽວກັນ, ທີ່ນິວຢອກ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການ ຟ້າມບິ່ງມິງ ໄດ້ເປັນປະທານພິທີສະເຫຼີມສະຫຼອງວັນຊາດຫວຽດນາມ ຄົບຮອບ 77 ປີ ແລະວັນຫວຽດນາມ ເຂົ້າເປັນສະມາຊິກຂອງອົງການສະຫະປະຊາຊາດ ຄົບຮອບ 45 ປີ (20-9-1977 / 20-9-2022).

ໃນສະພາບການສາກົນທີ່ເຕັມໄປດ້ວຍການຜັນແປ ແລະຄາດເດົາໄດ້ຍາກ, ທ່ານ ຟ້າມບິ່ງມິງໄດ້ຢັ້ງຢືນອີກເທື່ອໜຶ່ງເຖິງບົບາດທີ່ຈໍາເປັນຂອງຄວາມສາມັກຄີສາກົນ ແລະລັດທິຫຼາຍຝ່າຍ, ໂດຍ ສປຊ ເປັນໃຈກາງ. ທ່ານ ຟ້າມບິ່ງມິງ ກໍຢັ້ງຢືນການສະໜັບສະໜູນ ແລະຄໍາໝັ້ນສັນຍາຢ່າງແຮງຂອງຫວຽດນາມ ທີ່ມີຕໍ່ບົດບາດຂອງ ສປຊ ໃນການນໍາພາ, ປະສານງານບັນດາຄວາມມານະພະຍາຍາມຫຼາຍຝ່າຍ ເພື່ອຮັບມືກັບສິ່ງທ້າທາຍທົ່ວໂລກ. ທ່ານ ຟ້າມບິ່ງມິງ ສະແດງຄວາມປາດຖະໜາວ່າ ເພື່ອນມິດສາກົນຈະສະໜັບສະໜູນຫວຽດນາມ ເຂົ້າສະພາສິດທິມະນຸດ ອາຍຸການ 2023-2025 ເພື່ອໃຫ້ ຫວຽດນາມ ສາມາດປະກອບສ່ວນຫຼາຍກວ່າອີກໃຫ້ແກ່ວຽກງານຂອງ ສປຊ ໃນພາລະກໍາອັນສໍາຄັນ ນັ້ນແມ່ນຮັບປະກັນ ແລະຊຸກຍູ້ສິດທິມະນຸດ.

ວັນທີ 23 ກັນຍາ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານຫວຽດນາມ ໄດ້ມີການພົບປະກັບເລຂາທິການໃຫຍ່ ສປຊ, ປະທານສະມັດຊາໃຫຍ່ ສປຊ ສະໄໝທີ 77, ທ່ານ Mark Rutte ນາຍົກລັດຖະມົນຕີ ໂຮນລັງ, ບັນດາລັດຖະມົນຕີການຕ່າງປະເທດຂອງ Sierra Leon, Guinea-Bissau ແລະ Malawi.

ໂດຍ: ໄຊຊະນະ