leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Kees Van Baar ເອກອັກຄະລັດຖະທູດໂຮນລັງ ເຂົ້າຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ຕ້ອນຮັບທ່ານ Kees Van Baar ເອກອັກຄະລັດຖະທູດໂຮນລັງ ມາປະຕິບັດໜ້າທີ່ການທູດຢູ່ຫວຽດນາມ, ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ສອງຝ່າຍສົມທົບກັນຜັນຂະຫຍາຍສັນຍາການຄ້າເສລີ ຫວຽດນາມ-ອີຢູ (EVFTA) ຢ່າງມີປະສິດທິຜົນ, ໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ-ອີຢູ (EVIPA), ຊຸກຍູ້ ອີຢູ ຍົກເລີກ “ບັດເຫຼືອງ” IUU (ຂຸດຄົ້ນສິນທະເລຢ່າງຜິດກົດໝາຍ, ບໍ່ລາຍງານ ແລະບໍ່ໄດ້ຮັບການຄຸ້ມຄອງ).

ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ ໂຮນລັງ ແລະອີຢູ ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະອາຊຽນ ກ່ຽວກັບການປົກປັກຮັກສາການປະຕິບັດຕາມກົດໝາຍຢູ່ທະເລ ແລະມະຫາສະໝຸດ; ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມເສລີ, ຄວາມປອດໄພ, ຄວາມໝັ້ນຄົງໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ; ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Baloghdi Tibor ເອກອັກຄະລັດຖະທູດ ຮຸງກາຣີ ເຂົ້າຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ຕ້ອນຮັບທ່ານ Baloghdi Tibor ເອກອັກຄະລັດຖະທູດ ຮຸງກາຣີ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນຕໍ່ການພົວພັນທີ່ເປັນມູນເຊື້ອອັນລໍ້າຄ່າ ແລະການຮ່ວມມືຫຼາຍດ້ານເປັນເວລາ 70 ກວ່າປີນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ ໃນປີ 1950. ພ້ອມທັງຕີລາຄາສູງ ຮຸງກາຣີ ໜູນຊ່ວຍ ODA ໃຫ້ແກ່ຫວຽດນາມ ດ້ວຍຄຳໝັ້ນສັນຍາຈຳນວນ 440 ລ້ານເອີໂຣ, ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ ຮຸງກາຣີ ຈະສືບຕໍ່ຮ່ວມມືກັບຫວຽດນາມ ໃນຂົງເຂດນີ້.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Andrew John Lech Goledznowski ເອກອັກຄະລັດຖະທູດອົດສະຕາລີ ເຂົ້າຍື່ນສານຕາຕັ້ງ. ພາບ: ສໍານັກຂ່າວສານຫວຽດນາມ

ຕ້ອນຮັບທ່ານ Andrew John Lech Goledznowski ເອກອັກຄະລັດຖະທູດອົດສະຕາລີ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຟຸກ ປາດຖະໜາວ່າ ໃນອາຍຸການນີ້, ທ່ານ Andrew John Lech Goledznowski ຈະປະກອບສ່ວນຍົກສູງການຮ່ວມມືການຄ້າ ແລະການລົງທຶນ,  ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກະສິກຳ, ແຮງງານ ແລະຂົງເຂດອື່ນໆລະຫວ່າງສອງປະເທດ.

leftcenterrightdel
ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ຕ້ອນຮັບທ່ານ Patrick Hemmer ເອກອັກຄະລັດຖະທູດ ລຸກຊໍາບວກ. ພາບ: ສໍານັກຂ່າວສານຫວຽດນາມ

ຕ້ອນຮັບທ່ານ Patrick Hemmer ເອກອັກຄະລັດຖະທູດ ລຸກຊໍາບວກ ເຂົ້າຍື່ນສານຕາຕັ້ງ, ທ່ານ ຫງວຽນຊວນຟຸກ ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກຮ່ວມມືກັບລຸກຊໍາບວກ ໃນຫຼາຍຂົງເຂດ, ຄື: ການພັດທະນາສີຂຽວ, ການສຶກສາ- ກໍ່ສ້າງ, ເຕັກໂນໂລຢີສູງ. ທ່ານ ຫງວຽນຊວນຟຸກ ສະເໜີໃຫ້ ລຸກຊໍາບວກ ຊຸກຍູ້ ອີຢູ ຍົກເລີກ “ບັດເຫຼືອງ” IUU ສໍາລັບສິນໃນນ້ຳຫວຽດນາມ ໂດຍໄວ.

ໂດຍ: ເຈິ່ນຮວ່ຽນ